ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

11 ຄົນ ເສຍຊີວິດ ໃນອຸບັດຕິເຫດ ເຮືອບິນຂົນສົ່ງ ສຫລ ຕົກ ຢູ່ ອັຟການິສຖານ


ທະຫານອັຟການິສຖານ ພວມຂຶ້ນເຮືອບິນຂົນສົ່ງ C-130 ທີ່ຖານທັບອາກາດການດາຮາ ໃນອັຟການິສຖານ. (18 ສິງຫາ 2015)
ທະຫານອັຟການິສຖານ ພວມຂຶ້ນເຮືອບິນຂົນສົ່ງ C-130 ທີ່ຖານທັບອາກາດການດາຮາ ໃນອັຟການິສຖານ. (18 ສິງຫາ 2015)

ເຮືອບິນຂົນສົ່ງ C-130 ຂອງສະຫະລັດລຳນຶ່ງ ໄດ້ປະສົບອຸບັດ
ຕິເຫດຕົກຢູ່ທີ່ສະໜາມບິນເມືອງ Jalalabad ໃນພາກຕາເວັນ
ອອກຂອງອັຟການິສຖານ ເຮັດໃຫ້ 11 ຄົນເສຍຊີວິດ.

ອຸບັດຕິເຫດໃນຄັ້ງນີ້ ເກີດຂຶ້ນບໍ່ດົນ ຫລັງຈາກທ່ຽງຄືນ ຕາມເວ
ລາທ້ອງຖິ່ນ ໃນວັນສຸກມື້ນີ້. ແມ່ນຫຍັງຄືສາເຫດ ທີ່ພາໃຫ້ເຮືອ
ບິນລຳນີ້ເກີດອຸບັດຕິເຫດ ກຳລັງຢູ່ໃນລະຫວ່າງການສືບສວນ.

ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດສະຫະລັດ ຢູ່ທີ່ສະນາມບິນ
Bagram ໃນອັຟການິສຖານ ກ່າວວ່າ ພວກພະນັກງານປະຈຳ
ເຮືອບິນທີ່ປະກອບດ້ວຍທະຫານອາເມຣິກັນ 6 ຄົນໄດ້ເສຍຊີວິດ
ໃນອຸບັດຕິເຫດຄັ້ງນີ້.

ນອກນັ້ນ ຍັງມີພະນັກງານສັນຍາຈ້າງພົນລະເຮືອນ ທີ່ເຮັດວຽກໃຫ້ສູນກາງຝຶກແອບ ເພື່ອ ໃຫ້ການສະໜັບສະໜຸນຂອງອົງການເນໂຕ້ 5 ຄົນ ກໍເສຍຊີວິດໃນອຸບັດຕິເຫດດັ່ງກ່າວ.

ກຸ່ມຕາລີບານ ກ່າວອ້າງວ່າ ຕົນເປັນຜູ້ຍິງ ເຮືອບິນລຳນີ້ ແຕ່ແນວໃດກໍຕາມ ພັນຕີ Tony Wickman ແຫ່ງກອງທັບອາກາດສະຫະລັດບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການກ່າວອ້າງຂອງ
ພວກຕາລີບານໂດຍເວົ້າວ່າທ່ານສາມາດກ່າວດ້ວຍຄວາມເຊື່ອໝັ້ນໃນລະດັບສູງວ່າການ ການໂຈມຕີຂອງສັດຕູ ບໍ່ໄດ້ມີສ່ວນພາໃຫ້ເກີດອຸບັດຕິເຫດໃນຄັ້ງນີ້.

ເຮືອບິນ Hercules C-130 ເປັນເຮືອບິນສີ່ເຄື່ອງຈັກສ້າງໂດຍບໍລິສັດ Lockheed Martin.

ອີງຕາມອົງການເນໂຕ້ແລ້ວ ມີທະຫານກຳລັງປະສົມປະມານ 1,000 ຄົນຍັງປະຕິບັດໜ້າ
ທີ່ໃນພາກຕາເວັນອອກອັຟການິສຖານຮວມທັງກຳລັງຂອງສະຫະລັດແລະໂປແລນພ້ອມ
ທັງທະຫານອັຟການິສຖານອີກປະມານ 40,000 ຄົນ.

XS
SM
MD
LG