ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ໃຫ້ການຊ່ວຍເຫຼືອ ຝຶກອົບຮົມ ພະນັກງານ ກວດກາພັກ-ລັດ ຂອງລາວ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານ ແດນນິວ ຄລູນ ແລະ ຮອງປະທານ ຄະນະກວດກາສູນກາງພັກ-ລັດ ແລະຕໍ່ຕ້ານການສໍ້ລາດບັງຫຼວງ ທ່ານ ບຸນສົມ ແສງສົມສັກ ເປີດໂຄງການຝຶກອົບຮົມ ການປ້ອງກັນ ແລະຕໍ່ຕ້ານການສໍ້ລາດບັງຫຼວງ ໄລຍະ ໜຶ່ງສັບປະດາ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານ ແດນນິວ ຄລູນ ແລະ ຮອງປະທານ ຄະນະກວດກາສູນກາງພັກ-ລັດ ແລະຕໍ່ຕ້ານການສໍ້ລາດບັງຫຼວງ ທ່ານ ບຸນສົມ ແສງສົມສັກ ເປີດໂຄງການຝຶກອົບຮົມ ການປ້ອງກັນ ແລະຕໍ່ຕ້ານການສໍ້ລາດບັງຫຼວງ ໄລຍະ ໜຶ່ງສັບປະດາ.

ທາງການສະຫະລັດ ໃຫ້ການຊ່ວຍເຫຼືອໃນການຝຶກອົບຮົມພະນັກງານ ກວດກາພັກ-ລັດ ຂອງລາວ ພາຍໃຕ້ເປົ້າໝາຍເພື່ອເພີ້ມປະສິດທິພາບ ໃນການປ້ອງກັນ ແລະປາບປາມ ການຄໍຣັບຊັ້ນ ໃຫ້ສູງຂຶ້ນ.

ສະມາຄົມທະນາຍຄວາມຂອງສະຫະລັດອາເມຣິກາ ແລະສະຖານທູດຫະຫະລັດ ປະຈຳ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ໃຫ້ກັບພະນັກງານ 77 ຄົນ ຂອງຄະນະກວດກາສູນກາງພັກ-ລັດ ແລະ 37 ໜ່ວຍງານ ກ່ຽວຂ້ອງ ໃນທົ່ວປະເທດລາວ ເມື່ອບໍ່ນານມານີ້ ຢູ່ທີ່ນະຄອນວຽງຈັນ.

ໂດຍເປົ້າໝາຍສຳຄັນ ຂອງການຈັດການຝຶກອົບຮົມ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ອົງການ ກວດກາໃນລາວ ສາມາດນຳໃຊ້ກົດໝາຍເພື່ອຕ້ານການສໍ້ລາດບັງຫຼວງໄດ້ ຢ່າງມີປະ ສິດທິພາບ ລວມເຖິງການນຳໃຊ້ກົດໝາຍອື່ນໆ ແລະສົນທິສັນຍາຕ່າງໆ ທີ່ກ່ຽວຂ້ອງ ໃຫ້ໄດ້ຢ່າງມີປະສິດທິຜົນ ໂດຍສະເພາະແມ່ນການຕ້ານອາຊະຍາກຳທາງການເງິນ ຕາມສົນທິສັນຍາຕ່າງໆ ຂອງສະຫະປະຊາຊາດນັ້ນ ແລະທີ່ສຳຄັນ ບັນດາພະນັກງານ ກວດກາຂອງລາວ ທັງ 77 ຄົນ ຍັງໄດ້ຮຽນຮູ້ກ່ຽວກັບລະບົບ ແລະທັກສະຕ່າງໆ ໃນການ ກວດກາການສືບສວນ-ສອບສວນ ແລະການກູ້ເອົາຊັບສິນຂອງລັດ ກັບຄືນມາອີກດ້ວຍ.

ສະມາຄົມທະນາຍຄວາມຂອງສະຫະລັດອາເມຣິກາ ແລະສະຖານທູດຫະຫະລັດ ປະຈຳ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ໃຫ້ກັບພະນັກງານ 77 ຄົນ ຂອງຄະນະກວດກາສູນກາງພັກ-ລັດ ແລະ 37 ໜ່ວຍງານ ກ່ຽວຂ້ອງ ໃນທົ່ວປະເທດລາວ.
ສະມາຄົມທະນາຍຄວາມຂອງສະຫະລັດອາເມຣິກາ ແລະສະຖານທູດຫະຫະລັດ ປະຈຳ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ໃຫ້ກັບພະນັກງານ 77 ຄົນ ຂອງຄະນະກວດກາສູນກາງພັກ-ລັດ ແລະ 37 ໜ່ວຍງານ ກ່ຽວຂ້ອງ ໃນທົ່ວປະເທດລາວ.

ໂດຍກ່ອນໜ້ານີ້ ຄະນະກວດກາສູນກາງພັກ-ລັດ ລາຍງານວ່າ ໃນຕະຫຼອດປີ 2015 ທີ່ ຜ່ານມາໄດ້ດຳເນີນການກວດກາ 303 ໜ່ວຍງານເປົ້າໝາຍໃນ 11 ກະຊວງ 13 ແຂວງ ແລະນະຄອນວຽງຈັນ ພົບວ່າການສໍ້ລາດບັງຫຼວງ ຂອງບັນດາພະນັກງານພັກ-ລັດ ໃນທົ່ວ ປະເທດໄດ້ເຮັດໃຫ້ລັດຖະບານສູນເສຍລາຍຮັບ ແລະງົບປະມານໄປເປັນມູນຄ່າ ລວມເຖິງ 3,034.3 ຕື້ກີບ ຫຼື 373 ລ້ານໂດລາ ຊຶ່ງໃນນີ້ ກໍສາມາດຢຶດຄືນມາໄດ້ພຽງ 467.59 ຕື້ກີບ ຫຼືຄິດເປັນ 15 ເປີເຊັນ ເທົ່ານັ້ນ.

ພ້ອມກັນນີ້ ຄະນະກວດກາສູນກາງພັກ-ລັດ ກໍໄດ້ດຳເນີນມາດຕະການລົງໂທດ ຕໍ່ພະນັກ ງານລັດ ຈຳນວນ 95 ຄົນ ທີ່ທຸຈະລິດ ແລະໄດ້ຍັກຍ້ອກເອົາງົບປະມານຂອງລັດ ໄປຫຼາຍ ກວ່າ 242 ຕື້ກີບ ຊຶ່ງໃນນີ້ 62 ຄົນ ເປັນພະນັກງານຂອງແຂວງອຸດົມໄຊ 22 ຄົນ ເປັນພະ ນັກງານທະນາຄານແຫ່ງຊາດ ແລະ 11 ຄົນ ເປັນພະນັກງານໃນກະຊວງການເງິນ ຕາມ ລຳດັບ.

ທາງດ້ານທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫລງ ວ່າໃນຮອບປີ 2015 ໄດ້ກວດພົບການສູນເສຍລາຍຮັບ ຂອງລັດຖະບານໄປຫຼາຍກວ່າ 2,000 ຕື້ກີບ ຫຼື 250 ລ້ານໂດລາ ຈາກການທີ່ກົມພາສີ ໄດ້ມີການຍົກເວັ້ນພາສີການນຳ ເຂົ້ານ້ຳມັນ ແລະຍານພາຫະນະ ໃຫ້ແກ່ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ລວມ ເຖິງການຈັດເກັບອາກອນການສົ່ງໄມ້ໄປຕ່າງປະເທດໄດ້ ຕ່ຳກວ່າແຜນການ.

ພ້ອມກັນນັ້ນ ອົງການກວດສອບແຫ່ງລັດ ກໍຍັງໄດ້ກວດພົບວ່າ 116 ໜ່ວຍງານຂອງລັດ ບໍ່ໄດ້ຈັດສົ່ງລາຍຮັບເຂົ້າງົບປະມານ ປະຈຳປີ 2013-2014 ຂອງລັດຖະບານຄິດເປັນ ມູນຄ່າລວມເຖິງ 749.22 ຕື້ກີບ ໂດຍສ່ວນໃຫຍ່ ເປັນລາຍຮັບຈາກສ່ວຍສາອາກອນ ການຫັນຊັບສິນເປັນທຶນ ແລະອື່ນໆ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຜນການ ແລະການລົງທຶນ ເປີດເຜີຍວ່າ ໜ່ວຍ ສະເພາະກິດຂອງກະຊວງແຜນການ ໄດ້ກວດພົບການສູນເສຍລາຍຮັບ ຂອງລັດຖະບານ ຫຼາຍກວ່າ 6,000 ຕື້ກີບ ໃນແຜນການປີ 2013-2014 ທີ່ເກີດຈາກການຈັດຕັ້ງປະຕິບັດ ໂຄງການພັດທະນາ ທີ່ບໍ່ຖືກຕ້ອງຕາມກົດໝາຍ ກໍຄືບໍ່ຜ່ານການເຫັນຊອບ ຂອງກະຊວງ ການເງິນ ກັບກະຊວງແຜນການ ແລະການລົງທຶນ ຈຳນວນ 56 ໂຄງການ ດັ່ງທີ່ທ່ານກິແກ້ວ ຈັນທະບູລີ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ຢືນຢັນວ່າ:

“ບັນດາຂະແໜງການໄດ້ເຊັນສັນຍາໂຄງການເກີນມູນຄ່າ ທີ່ສະພາແຫ່ງຊາດ ອະນຸມັດມີ 18 ໂຄງການ ໄດ້ດຳເນີນການດັດແກ້ໂຄງການຈຳານວນ 38 ໂຄງ ການມູນຄ່າ 6,000.92 ຕື້ກີບ ໂດຍບໍ່ໄດ້ນຳສະເໜີຕໍ່ກະຊວງແຜນການ ແລະ ການລົງທຶນ ກັບກະຊວງການເງິນ ຕີລາຄາວ່າ ບໍ່ເຄົາລົບລະບຽບກົດໝາຍ ຢ່າງເຂັ້ມງວດ.”

ໂດຍພາຍໃຕ້ສະພາບບັນຫາດັ່ງກ່າວ ຍັງເຮັດໃຫ້ ທ່ານນາງວຽງທອງ ໄດ້ໃຫ້ການຍອມຮັບ ວ່າ ການຈັດຕັ້ງປະຕິບັດຂອງອົງການກວດສອບແຫ່ງລັດ ໃນແຜນການປີ 2014-2015 ທີ່ວາງຄາດໝາຍໄວ້ວ່າ ຕ້ອງດຳເນີນການກວດສອບໜ່ວຍງານຂອງລັດຖະບານ ໃຫ້ໄດ້ບໍ່ ນ້ອຍກວ່າ 95 ຫົວໜ່ວຍຫາກແຕ່ວ່າ ຈາກການຈັດຕັ້ງປະຕິບັດ ໃນພາກຕົວຈິງນັ້ນ ສາມາດ ກວດສອບໄດ້ພຽງ 60 ຫົວໜ່ວຍ ຄິດເປັນ 63 ເປີເຊັນ ເທົ່ານັ້ນ ຂອງແຜນການປີ ທັງຍັງ ເຮັດໃຫ້ຕ້ອງລົດເປົ້າໝາຍ ຂອງການກວດສອບໃນແຜນການປີ 2015-2016 ລົງເຫຼືອ ພຽງແຕ່ 89 ຫົວໜ່ວຍເທົ່ານັ້ນອີກດ້ວຍ.

XS
SM
MD
LG