ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕິດຕາມເບິ່ງ ໂຄວິດ-19 ທີ່ປັບຕົວ ແລະສຶກສາຄົ້ນຄວ້າວ່າ ຢາວັກຊີນຍັງມີປະສິດທິພາບ ຢູ່ຫຼືບໍ່


ບັນດາພະນັກງານແພດ ຂອງອິນເດຍ ເດີນທາງໄລຍະ 1,700 ກິໂລແມັດ ເພື່ອໄປສັກຢາວັກຊີນປ້ອງກັນໄວຣັສໂຄໂຣນາ ໃຫ້ແກ່ຊາວອິນເດຍ ທີ່ຢູ່ເຂດຊົນນະບົດ.
ບັນດາພະນັກງານແພດ ຂອງອິນເດຍ ເດີນທາງໄລຍະ 1,700 ກິໂລແມັດ ເພື່ອໄປສັກຢາວັກຊີນປ້ອງກັນໄວຣັສໂຄໂຣນາ ໃຫ້ແກ່ຊາວອິນເດຍ ທີ່ຢູ່ເຂດຊົນນະບົດ.

ສະຫະລັດກຳລັງເພີ້ມຄວາມພະຍາຍາມ ເພື່ອຕິດຕາມຫາໄວຣັສໂຄໂຣນາທີ່ປັບໂຕຈຳນວນນຶ່ງຫຼືທີ່ເອີ້ນວ່າ ແວຣຽນສ໌ ທີ່ໄດ້ປາກົດອອກມາ ໃນຂະນະທີ່ໄວຣັສພວກນີ້ສືບຕໍ່ແຜ່ລະບາດຢູ່ໃນທົ່ວໂລກ ອີງຕາມເຈົ້າໜ້າທີ່ສາທາລະນະສຸກທ່ານ ນື່ງທີ່ໄດ້ກ່າວ ໃນວັນອາທິດວານນີ້.

ແຜນການກໍແມ່ນວ່າ ຕິດຕາມເບິ່ງ “ຜົນກະທົບຂອງພວກໄວຣັສແວຣຽນຕໍ່ຢາວັກຊີນທັງຫຼາຍ ພ້ອມທັງການຮັກສາປິ່ນປົວຂອງພວກເຮົານຳດ້ວຍ” ໃນຂະນະທີ່ໄວຣັສສືບຕໍ່ປັບຕົວແລະຕິດແປດໄປເລື້ອຍໆ ດັ່ງທີ່ທ່ານໝໍ ໂຣແຊລລ໌ ວໍເລນສກີ ຫົວໜ້າສູນການຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໄດ້ກ່າວໄປນັ້ນ.

“ດຽວນີ້ ພວກເຮົາເສີມຂະຫຍາຍ ທັງການເຝົ້າລະວັງພວກໄວຣັສແວຣຽນເຫຼົ່ານີ້ແລະການສຶກສາທັງຫຼາຍຂອງພວກເຮົາ” ທ່ານໝໍ ວໍເລັນສກີ ໄດ້ກ່າວໃນລະ ຫວ່າງໃຫ້ການສຳພາດໃນລາຍການ Fox News Sunday. ທ່ານນາງ ໄດ້ກ່າວວ່າ ອົງການ CDC ໄດ້ປະສານງານຮ່ວມກັບ ສະຖາບັນສາທາລະນະສຸກແຫ່ງຊາດ ຫຼື NIH, ອົງການອາຫານແລະຢາ ຫຼື FDA, ພ້ອມດ້ວຍທໍານຽບຫ້າແຈ ໃນການຕິດຕາມຫາພວກໄວຣັສໂຄໂຣນາທີ່ປັບໂຕ.

ຂ່າວດັ່ງກ່າວມີຂຶ້ນ ໃນຂະນະທີ່ໂລກແມ່ນໃກ້ຈະເຖິງ 100 ລ້ານກໍລະນີຕິດເຊື້ອໄວຣັສໂຄວິດ-19 ອີງຕາມສູນກາງຊັບພະຍາກອນດ້ານໄວຣັສໂຄໂຣນາຂອງຈອນສ໌ ຮັອບກິນສ໌. ມີຫຼາຍກວ່າ 2 ລ້ານຄົນໄດ້ເສຍຊີວິດຍ້ອນໄວຣັສດັ່ງກ່າວ.

“ພວກເຮົາກໍາລັງແຂ່ງເພື່ອຕໍ່ຕ້ານພວກໄວຣັສແວຣຽນສ໌ເຫຼົ່ານີ້” ນັ້ນແມ່ນຄຳເວົ້າຂອງທ່ານວີແວັກຄ໌ ເມີຣທີ ຜູ້ທີ່ໄດ້ຖືກສະເໜີຊື່ໂດຍປະທານາທິບໍດີ ໂຈ ໄບເດັນ ໃຫ້ເປັນຫົວໜ້າແພດແຫ່ງຊາດ ຄົນຕໍ່ໄປ, ທີ່ໄດ້ກ່າວໃນລາຍການ “This Week” ປະຈໍາວັນອາທິດ ຂອງໂທລະພາບ ABC.

ທ່ານນາງວໍເລັນສກີ ໄດ້ເຂົ້າມາເປັນຫົວໜ້າຢູ່ທີ່ອົງການ CDC ເມື່ອວັນພຸດ ອາ ທິດແລ້ວນີ້ ໃນຂະນະທີ່ ທ່ານໄບເດັນ ໄດ້ສາບານໂຕເຂົ້າຮັບຕຳແໜ່ງປະທານາ ທິບໍດີ.

ການປາກົດໂຕຂຶ້ນຂອງໄວຣັສໂຄໂຣນາທີ່ປັບໂຕຈຳນວນນຶ່ງເມື່ອບໍ່ດົນມານີ້ ຊຶ່ງໄດ້ສະແດງໃຫ້ເຫັນວ່າ ຕິດແປດໄດ້ງ່າຍຂຶ້ນກວ່າເກົ່າຫຼາຍ ແລະໃນກໍລະນີຂອງສາຍພັນທີ່ໄດ້ຖືກລະບຸຢູ່ໃນປະເທດອັງກິດນັ້ນ ມັນເປັນໄປໄດ້ວ່າ ຮ້າຍແຮງກວ່າ ຊຶ່ງອັງກິດກໍໄດ້ເອົາການສັກຢາວັກຊີນ ໃຫ້ແກ່ພວກເຈົ້າໜ້າທີ່ແພດໝໍເປັນບູລິມະ
ສິດສູງສຸດ.

ທ່ານນາງວໍເລນສກີ ໄດ້ກ່າວວ່າ ຈົນກວ່າປະຊາຊົນ ໄດ້ຮັບການສັກຢາວັກຊີນພຽງພໍແລ້ວ ເມື່ອໃດທີ່ມີພູມຄຸມກັນແບບ “ຝຸງຄົນ”, ການໃສ່ໜ້າກາກ ແລະການຢູ່ຫ່າງກັນໃນສັງຄົມຈະຕ້ອງຍັງຄົງນຳໃຊ້ຢູ່ຄືເກົ່າເພື່ອ “ຫລຸດຜ່ອນຈຳນວນຂອງໄວຣັສ ທີ່ກຳລັງແຜ່ກະຈາຍ ແລະເພາະສະນັ້ນ ຈຳນວນຂອງໄວຣັສແວຣຽນສ໌ ທີ່ມີຢູ່ແລ້ວ ກໍຈະຫລຸດລົງ” ນັ້ນແມ່ນຄຳເວົ້າຂອງຫົວໜ້າ ອົງການ CDC ທີ່ໄດ້ກ່າວໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG