ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະຍອມຮັບ ການໃຊ້ກັນຊາ ຢູ່ໃນບາງລັດ (ວີດິໂອ)


ເສື້ອຍືດ ທີ່ຂຽນບອກວ່າ ຂ້ອຍ ກັນຊາ ທີ່ ລັດ ວໍຊິງຕັນ
ເສື້ອຍືດ ທີ່ຂຽນບອກວ່າ ຂ້ອຍ ກັນຊາ ທີ່ ລັດ ວໍຊິງຕັນ
ລັດຖະບານ ທ່ານ Obama ກ່າວ​ວ່າ ຈະ​ບໍ່​ທ້າ​ທາຍ​ຕໍ່​ກົດໝາຍ
​ຂອງ​ສອງ​ລັດ ທີ່​ໃຫ້​ໃຊ້​ກັນຊາ ​ຊ່ອຍ​ຜ່ອນຄາຍ ​ແລະ​ເປັນ​ຢາ
ຕາບໃດ​ມັນ​ບໍ່​ຂັດຂວາງກົດໝາຍ​ໃໝ່ຂອງ​ລັດຖະບານ​ກາງ.

ຢູ່​ໃນ​ຄໍາ​ຖະ​ແຫລ​ງກ່ຽວ​ກັບ​ນະ​ໂບາຍ​ຢ່າງ​ກວ້າງໆ​ນັ້ນ ກະຊວງ​
ຍຸຕິ​ທໍາສະຫະລັດ ກ່າວ​ວ່າ ຕົນ​ຄາດ​ໝາຍ​ວ່າ ລັດ Colorado ​
ແລະລັດ Washington ຈະ​ຮັບ​ເອົາ “ກົດ​ລະບຽບ​ອັນ​ເຄັ່ງ​ຄັດ”
ທີ່​ແນ່​ໃສ່​ການກີດ​ກັ້ນພວກ​ອາຍຸ​ບໍ່​ເຖິງ​ກະສຽນ ຈາກ​ການ​ນໍາ​ໃຊ້
​ກັນຊາ ລວມທັງ​ພວກ​ແກ້ງ​ອາຊະຍາ​ກຳ​ໂດຍ​ການລັກລອບ​ເພື່ອຫາ​ຜົນ​ກໍາ​ໄລ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກົດ​ລະບຽບ​ໃໝ່ ຈະ​ນໍາ​ໃຊ້​ຢູ່​ໃນ​ທຸກໆ​ລັດ.

ລັດ Colorado ​ແລະ​ລັດ Washington ​ໄດ້​ເລີ້ມ​ອະນຸຍາດ​ໃຫ້​ໃຊ້ກັນຊາ ​ໃນ​ຈໍາ​ນວນ​ນ້ອຍ ​ເພື່ອ​ເປັນ​ການພັກ​ຜ່ອນ ລຸນ​ຫຼັງການ​ລົງ​ຄະ​ແນນ​ສຽງ​ຮັບ​ຜ່ານ ​ໃນການ​ເລືອກ​ຕັ້ງ​ຄັ້ງປີ 2012​. ​ມີອີກ 18 ລັດ ​ພ້ອມ​ດ້ວຍ District of Columbia ຫລື​ນະຄອນຫລວງ
ວໍ​ຊິງ​ຕັນ ທີ່ອະນຸຍາດໃຫ້ໃຊ້​ກັນຊາ​ເພື່ອ​ຈຸດປະສົງ​ໃນ​ດ້ານ​ຢຸກຢາ.

ການ​ປະກາດດັ່ງກ່າວ ໄດ້ຜ່ອນ​ຄາຍ ກົດໝາຍຂອງລັດຖະບານ​ກາງເວລາ​ 75 ປີ ​ໃນ​ການຄວບ​ຄຸມ ຂອງ​ການ​ກະທໍາ​ຜິດ ລົງ​ໂທດ​ຕໍ່​ການ​ໃຊ້​ ​ແລະ​ຈຳ​ນ່າຍກັນຊາ. ການ​ເຄື່ອນ​ໄຫວ​ນີ້ ມີ​ຂຶ້ນ​ລຸນ​ຫຼັງ​ການ​ຊຸກຍູ້​ຂອງ​ພວກ​ສະ​ນັບ​ສະ​ໜຸນ ອັນ​ມີ​ລວມທັງ​ຜູ້ກ່າວ
ຕາງໜ້າ ຢູ່​ໃນສະພາ​ ສະຫະລັດ ນຳ ​ເພື່ອ​ໃຫ້​ການ​ຮ້ອງ​ຟ້ອງ​ດ້ານ​ອາຊະຍາ​ກຳຕໍ່ຜູ້ຄົນ ທີ່ໃຫຍ່​ແລ້ວ ​ທີ່​ຢາກ​ໃຊ້ກັນຊານັ້ນຍຸຕິ​ລົງ.

ເບິ່ງວີດິໂອ ກ່ຽວກັບການອະນຸຍາດໃຫ້ໃຊ້ກັນຊາ ຢູ່ລັດວໍຊິງຕັນ:

XS
SM
MD
LG