ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັຟກາ​ນິສຖານ ຍິນດີ ກັບແຜນການ ທີ່ ສຫລ ຈະຍົກເລີກ ການຖອນທະຫານ ເພີ້ມຕື່ມ


ທະຫານມາຣີນສະຫະລັດ ທຳການເກັບມ້ຽນທຸງຊາດອາເມຣິກັນ ໃນອັຟກາ​ນີສຖານ
ທະຫານມາຣີນສະຫະລັດ ທຳການເກັບມ້ຽນທຸງຊາດອາເມຣິກັນ ໃນອັຟກາ​ນີສຖານ

ອັຟກາ​ນີສຖານ​ແມ່ນ​ຍິນ​ດີ​ຕໍ່​ລາຍ​ງານ​ທີ່​ສະຫະລັດ​ຈະ​ຍົກເລີກ
ແຜນ​ການທີ່​ຈະ​ຕັດກຳລັງ​ທະຫານໃນອັຟກາ​ນີສຖານ​ ​ໃຫ້​ເຫຼືອ
5,500 ຄົນພາຍ​ໃນ​ທ້າຍ​ປີ 2015 ໂດຍອ້າງ​ການ​ຮ້ອງ​ຂໍຈາກ
ບັນດາຜູ້​ບັງຄັບ​ບັນຊາ ທີ່​ຢາກໃຫ້ຮັກສາກຳລັງທະຫານໃນ
ຈຳນວນຫຼາຍຂຶ້ນໄວ້ ໃນປະເທດດັ່ງກ່າວ.

ຜູ້ຕາງໜ້າອັຟກາ ​ນີສຖານ​ທີ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Zahir Tanin ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ນະຄອນ New York ວ່າ​ ມັນ​ມີ​ຄວາມ​ຈຳ​ເປັນ​ທີ່​ສະຫະລັດ​ຈະ​ຕ້ອງ​ມີ​ກອງ​ກຳລັງ​ທາງ​ພາກ​ພື້ນ​ດິນ​ ທີ່​ອິງ​ໃສ່ສະຖານະ​ການ​ຕົວ​ຈິງ ພາຍ​ໃນ​ຂອບຂອງ​ຍຸດ​ທະ​ສາດການ
ເປັນ​ພາ​ຄີ​ກັບອັຟກາ​ນີສຖານ ເພື່ອກວດ​ຄືນ​ແລະປັບ​ປ່ຽນ​ລາຍ​ລະອຽດ​ຂອງ​ການ​ຖອນ ທະຫານນັ້ນ.

ທ່ານ Tanin ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ໜ້າຈະເຊື່ອ​ວ່າ ​ແຜນການຖອນ​ ​ກຳລັງ ຄວນ​ຈະ​ປັບ​ປ່ຽນ​ຕາມສະພາບ​ຄວາມ​ເປັນ​ຈິງ ​ທາງ​ພາ​ກພື້ນ​ດິນ​ເພື່ອ​ຊ່ອຍ​ໃຫ້ອັຟກາ​ນີສຖານ ​ສາມາດຮັບມືໄດ້​ດີ​ຂຶ້ນ ຕໍ່ການ​ທ້າ​ທາຍ​ດ້ານ​ການ​ຮັກສາຄວາມ​ປອດ​ໄພ ທີ່ອັຟກາ ນິສຖານ​ປະ​ເຊີນ​ຢູ່ນັ້ນ​.” ​

ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ກ່າວ​ວ່າ ເຖິງແມ່ນວ່າ ຍັງ​ບໍ່​ທັນ​ມີ​ການ​ຕັດສິນໃຈ​ຂັ້ນສຸດທ້າຍ​ ກ່ຽວ​ກັບ​ຈຳນວນ​ຂອງ​ທະຫານ​ເທື່ອກໍຕາມ. ສ່ວນ​ໃຫຍ່​ຂອງ​ທະຫານ 10 ພັນ ຄົນ ທີ່​ປະຈຳການ
​ຢູ່ໃນອັຟກາ​ນີສຖານ ​ໃນ​ຂະນະ​ນີ້ ​ແມ່ນ​ຄາດ​ວ່າ ​ຍັງຈະສືບ​ຕໍ່ປະຕິບັດ​ພາລະກິດໄປຈົນກາຍ
​ປີໜ້າ. ການ​ປະກາດ​ຢ່າງ​ເປັນ​ທາງ​ການ​ນັ້ນ ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ສັບປະດາ​ໜ້າ ຕອນ​ທີ່​ປະທາ
ນາທິບໍດີອັຟກາ​ນີສຖານ ທ່ານ Ashraf Ghani ຈະ​ພົບ​ປະ​ກັບ​ປະທານາທິບໍດີສະຫະລັດ
ທ່ານ ບາຣັກ ​ໂອ​ບາ​ມາ ​ໃນ​ນະຄອນຫຼວງ​ວໍ​ຊີງ​ຕັນ.

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ທຳນຽບຂາວ​ໃນ​ວັນ​ຈັນ​ວານ​ນີ້ ​ໂຄສົກ​ຂອງ​ທຳນຽບຂາວ ທ່ານ Josh Earnest ບໍ່​ໄດ້​ໃຫ້​ຄວາມ​ເຫັນໃດໆ ກ່ຽວ​ກັບ​ຈຳນວນ​ແທ້​ຈິງ​ນັ້ນ ​ແຕ່​ກັບ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ສາມາດ​ບອກ​ພວກ​ທ່ານ​ໄດ້​ວ່າ ປະທານາທິບໍດີ ​ໄດ້​ປຶກສາ​ຫາລືຢ່າງ​ໃກ້​ຊິດ​ກັບ​ຄະນະ​ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແລະ​ກັບ​ ຜູ້​ບັງຄັບ​ບັນຊາ​ທາງ​ພາກ​ພື້ນ​ດິນ​ ກ່ຽວ​ກັບ​ການ​ຖອນ​ກຳລັງທະຫານ ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ເໝາະ​ສົມນັ້ນ.”

XS
SM
MD
LG