ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສະຫະລັດ ຈະອະນຸຍາດ ໃຫ້ນຳໃຊ້ ຢາວັກຊີນ ກັນໂຄວິດ-19 ຫຼາຍລ້ານໂດສ ສຳລັບພວກທີ່ມີອາຍຸ 65 ປີຂຶ້ນໄປ


ທ່ານອາແລັກສ໌ ເອຊາຣ ລັດຖະມົນຕີກະຊວງສາທາລະນະສຸກແລະບໍລິການມະນຸດຂອງສະຫະລັດ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຕໍ່ສື່ມວນຊົນ ຢູ່ໃນຫ້ອງຖະແຫລງຂ່າວ ເຈມສ໌ ເບຣດີ ຂອງທຳນຽບຂາວ, ວັນອາທິດ ທີ 23 ສິງຫາ 2020, ໃນນະຄອນຫຼວງ ວໍຊິງຕັນ.(AP Photo/Alex Brandon)
ທ່ານອາແລັກສ໌ ເອຊາຣ ລັດຖະມົນຕີກະຊວງສາທາລະນະສຸກແລະບໍລິການມະນຸດຂອງສະຫະລັດ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຕໍ່ສື່ມວນຊົນ ຢູ່ໃນຫ້ອງຖະແຫລງຂ່າວ ເຈມສ໌ ເບຣດີ ຂອງທຳນຽບຂາວ, ວັນອາທິດ ທີ 23 ສິງຫາ 2020, ໃນນະຄອນຫຼວງ ວໍຊິງຕັນ.(AP Photo/Alex Brandon)

ລັດຖະບານທ່ານທຣຳ ກ່າວວ່າ ຕົນຈະອະນຸຍາດໃຫ້ນຳໃຊ້ຢາວັກຊີນກັນໄວຣັສໂຄວິດ-19 ຫຼາຍລ້ານໂດສ ທີ່ຕົນໄດ້ເກັບມ້ຽນໄວ້ເພື່ອໃຊ້ສໍາລັບເຂັມທີສອງໃນການສັກຢາວັກຊີນໃຫ້ແກ່ພວກຊາວອາເມຣິກັນທີ່ມີອາຍຸແກ່ກວ່າ 65 ປີຂຶ້ນໄປ ພ້ອມດ້ວຍຊາວອາເມຣິກັນ ຜູ້ທີ່ມີໂຣກປະຈຳຕົວຕ່າງໆນັ້ນ.

“ຢາວັກຊີນທຸກໆໂດສທີ່ເກັບສະສົມໄວ້ຢູ່ໃນສາງ ແທນທີ່ວ່າຈະສັກໃສ່ແຂນຄົນ ອາດໝາຍເຖິງຊີວິດຂອງອີກຄົນນຶ່ງຈະສູນເສຍໄປ ຫຼືວ່າ ອີກຕຽງນອນນຶ່ງຂອງໂຮງໝໍຈະມີຄົນປ່ວຍນອນຢູ່” ນັ້ນແມ່ນຄຳເວົ້າຂອງທ່ານອາແລັກສ໌ ເອຊາຣ ລັດຖະມົນຕີກະຊວງສາທາລະນະສຸກແລະບໍລິການມະນຸດຂອງສະຫະລັດ ຫຼື HHS ທີ່ໄດ້ກ່າວໄປ ໃນກອງປະຊຸມຖະແຫລງຂ່າວໃນວັນອັງຄານວານນີ້ ຂອງປະຕິບັດການສາຍຟ້າແລບ ຫຼື Operation Warp Speed ຊຶ່ງເປັນໂຄງການຢາວັກຊີນກັນໄວຣັສໂຄວິດ-19 ຂອງລັດຖະບານທ່ານທຣຳ.

ການນຳເອົາຢາວັກຊີນອອກມາໃຊ້ ໄດ້ຖືກຕ້ອງຕິຢ່າງແຜ່ຫຼາຍວ່າ ຊັກຊ້າໂພດ. ໂດຍທີ່ມີຫຼາຍກວ່າ 25 ລ້ານໂດສທີ່ໄດ້ແຈກຢາຍອອກໄປແລ້ວນັ້ນ ຊາວອາເມຣິກັນຕ່ຳກວ່າ 9 ລ້ານຄົນໄດ້ຮັບຢາວັກຊີນເຂັມທຳອິດມາເຖິງວັນຈັນທີ່ຜ່ານມານີ້ ອີງຕາມສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ.

ລິ້ງຂອງຂໍ້ມູນການຕິດຕາມການສັກຢາວັກຊີນ:
[[https://covid.cdc.gov/covid-data-tracker/#vaccinations ]]

ທ່ານໂຈ ໄບເດັນ ປະທານາທິບໍດີ ທີ່ຖືກເລືອກໃໝ່ ໄດ້ກ່າວໃນວັນສຸກທີ່ຜ່ານມາ ວ່າ ລັດຖະບານຂອງທ່ານ ຈະປົດປ່ອຍຢາວັກຊີນໝົດທຸກໂດສ ເມື່ອໃດທີ່ທ່ານໄດ້ເຂົ້າດຳລົງຕຳແໜ່ງ ໃນວັນທີ 20 ມັງກອນນີ້.

ທ່ານເອຊາຣ ໄດ້ກ່າວວ່າ ການປ່ຽນແປງໃນດ້ານຍຸດທະສາດ ໄດ້ຖືກວາງແຜນໄວ້ແລ້ວ ໃນການຮັບມືເພື່ອປັບປຸງຄວາມເຊື່ອໝັ້ນຂອງຕ່ອງໂສ້ໃນການສະໜອງ ຢາວັກຊີນໄດ້ຖືກນຳອອກມາໃຊ້ ເມື່ອເຂົ້າຮອດສີ່ອາທິດ.

ທ່ານໄດ້ເວົ້າວ່າ “ເພາະວ່າ ພວກເຮົາບັດນີ້ ມີການຜະລິດໃນຈັງຫວະທີ່ສະໝ່ຳສະເໝີ ບັດນີ້ພວກເຮົາສາມານຳສົ່ງໝົດທຸກໂດສທີ່ເກັບສະສົມໄວ້ຕົວຈິງ ໂດຍທີ່ໂດສທີສອງຈະຖືກສະໜອງໃຫ້ພາຍໃນທີ່ຢາວັກຊີນອອກມາຈາກຂັ້ນຕອນໃນການຜະລິດນັ້ນ.”

ການສະໜອງຢາວັກຊີນທີ່ມີຂີດຈຳກັດ ໄດ້ເຮັດໃຫ້ເກີດຄວາມເປັນຫ່ວງຫຼາຍຂຶ້ນ ທີ່ວ່າ ການປົດປ່ອຍຢາວັກຊີນສຳຮອງ ອາດໝາຍຄວາມວ່າ ໂດສທີສອງຈະຊັກຊ້າອອກໄປ ຫຼືບໍ່ກໍຈະຖືກປະຕິເສດ ຊຶ່ງທ່ານເອຊາຣ ໄດ້ເວົ້າວ່າ ຈະບໍ່ເກີດຂຶ້ນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG