ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Pollard ອະດີດນັກສືບ ອິສຣາແອລ ຈະຖືກປ່ອຍ ໃນ ເດືອນພະຈິກ ນີ້


ທ່ານ Jonathan Pollard ອະດີດນັກສືບ ອິສຣາແອລ.
ທ່ານ Jonathan Pollard ອະດີດນັກສືບ ອິສຣາແອລ.

ບັນດາ​ທະນາ​ຍຄວາມ ຂອງທ່ານ Jonathan Pollard ນັກ​ສືບ
​ອິສຣາ​ແອ​ລທີ່ຖືກໂທດຢູ່ ກ່າວ​ໃນ​ວັນອັງຄານ​ວານ​ນີ້​ວ່າ ພວກ
​ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້​ຕັດສິນ​ໃຈ ທີ່​ຈະປ່ອຍ​ໂຕທ່ານ ​ໃນ​ເດືອນ
ພະຈິກຈະ​ມາ​ເຖິງ​ນີ້ ຫລັງ​ຈາກ 30ປີ​ທີ່​ໄດ້​ຖືກ​ຄຸກ​ລັດຖະບານ​ກາງ.

ຄະນະ​ກຳ​ມາທິການໃຫ້​ອະ​ໄພ​ໂທດສາມ​ຄົນ ຂອງ​ກະຊວງ​ຍຸຕິ​ທຳ
​ໄດ້ໃຫ້ການ ອະນຸມັດ​ປ່ອຍໂຕທ່ານ Pollard ຫລັງ​ຈາກ​ພວກ​ເຈົ້າ
ໜ້າ​ທີ່ລັດຖະບານ​ກາງ​ບໍ່​ໄດ້​ສະແດງການຄັດຄ້ານໃດໆ ​ແລະ​ກ່າວ​
ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ທ່ານ​ຈະ​ບໍ່​ທຳ​ຄວາມ​ຜິດຕື່ມ​ອີກ.

ໃນການຖະແຫຼງ​ຜ່ານ​ທາງ​ທະນາຍຄວາມ​ຂອງ​ທ່ານ ຈາກ​ຄຸກ​ຢູ່ທີ່​
ລັດ North Carolina ນັ້ນ ທ່ານ Pollard ກ່າວ​ວ່າ ທ່າ​ນ “​ຫວັງວ່າ ຈະໄດ້ພົບກັບ” ພັນ ລະຍາຂອງ​ທ່ານ ນາງ Esther​.

ນອກນັ້ນ ທ່ານ​ຍັງ​ກ່າວ​ຂອບ​ໃຈ “ຫລາຍ​ພັນ​ຄົນ ທີ່ປາດ​ຖະໜາ​ດີຢູ່​ໃນສະຫະ ລັດ ອິສຣາ​
ແອ​ລ ​ແລະ​ຢູ່​ທົ່ວ​ໂລກ ຕໍ່ຜູ້​ທີ່​ໃຫ້ການ​ສະໜັບສະໜູນຂັ້ນຮາກຫຍ້າ ​ໂດຍ​ການໄປ​ຮ່ວມໂຮມ
ຊຸມນຸມປະ​ທ້ວງ ສົ່ງ​ໜັງ​ສື ​ໂທລະສັບຫາ​ບັນດາສະມາຊິກສະພາຫຼືເຈົ້າໜ້າທີ່ທີ່ໄດ້ຮັບເລືອກ
ທັງຫຼາຍ​ແລະ​ພວກທີ່ສູດມົນພາວະນາວິ້ງ​ວອນ​ໃຫ້​ທ່ານຖືກປ່ອຍ.”

ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້ສະແດງ ຄວາມ​ຍິນ​ດີ​ຕໍ່​
ການຈະ​ປ່ອຍໂຕທ່າ​ນ Pollard ​ໂດຍ​ກ່າວ​ວ່າ ທ່ານ​ໄດ້​ນຳ​ເອົາ​ເລື້ອງ​ນີ້ ​ຂື້ນ​ມາໂອ້ລົມກັບ
ບັນດາ​ເຈົ້າ​ໜ້າ​ທີ່ສະຫ​ະລັດ ຫລາຍໆ​ຄັ້ງແລ້ວ.

ທ່ານ Pollard ​ທີ່ເກີດ​ຢູ່​ລັດ Texas ​ແມ່ນເປັນ​ນັກວິ​ເຄາະ​ພົນລະ​ເຮືອນໃຫ້​ແກ່ ກອງທັບ​
ເຮືອ​ສະຫະລັດ.

ບັນດາ​ເຈົ້າ​ໜ້າທີ່​ໄດ້​ຈັບ ທ່ານ Pollard ​ໃນ​ເດືອນ​ພະຈິກ ປີ 1985 ​ເວລາ​ທ່ານ ພະຍາຍາມ
​ຈະເຂົ້າໄປ​ລີ້​ໄພ ຢູ່​ໃນ​ສະຖານທູດອິສຣາ​ແອ​ລທີ່​ນະຄອນຫລວງວໍຊິງຕັນ.

ທ່ານ​ໄດ້​ຖືກ​ຕັດສິນໂທດໃຫ້​ຕິດ​ຄຸກ​ຕະຫລອດ​ຊີວິດສອງ​ປີຫລັງ​ຈາກນັ້ນ​ ​ໃນຖານ​ນຳ​ເອົາ​
ຫີບ​ເອກ​ກະສາ​ນລັບ​ຂອງ​ກອງທັບ ​ໄປ​ໃຫ້​ອິສຣາ​ແອ​ລ ຮວມທັງ​ລາຍ​ລະ​ອຽດກ່ຽວ​ກັບ​ຂໍ້
ມູນຂ່າວກອງຂອງ​ສະຫະລັດ ອາວຸດ ​ແລະ​ລະບົບ​ເຄຶ່ອງລົບ​ກວນ ເຣດ້າ ​ໃນພາກ​ຕາ​ເວັນ​
ອອກ​ກາງ.

US Israeli Spy Pollard
please wait

No media source currently available

0:00 0:00:50 0:00

XS
SM
MD
LG