ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພື່ອຂະຫຍາຍການພົວພັນທາງການທູດ ສະຫະລັດ ຈະເຊີນຜູ້ນໍາ ຂອງປະເທດໃນຂົງເຂດມະຫາສະໝຸດປາຊີຟິກ ມາທໍານຽບຂາວ


ຮູບພາບທີ່ຖ່າຍເມື່ອວັນທີ 22 ເມສາ 2022, ເປີດເຜີຍໃຫ້ເຫັນ ນັກການທູດຂອງຈີນ ໄປຢ້ຽມຢາມປະເທດໝູ່ເກາະໂຊໂລມອນ, ທ່ານລີ ມິງ (Li Ming), ຜູ້ທີ່ສາມນັບຈາກຊ້າຍ, ແລະນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊກາແວ (Manasseh Sogavare), ຜູ້ທີສາມ ນັບຈາກຂວາມື, ພ້ອມດ້ວຍເຈົ້າໜ້າທີ່ຄົນອື່ນໆ.
ຮູບພາບທີ່ຖ່າຍເມື່ອວັນທີ 22 ເມສາ 2022, ເປີດເຜີຍໃຫ້ເຫັນ ນັກການທູດຂອງຈີນ ໄປຢ້ຽມຢາມປະເທດໝູ່ເກາະໂຊໂລມອນ, ທ່ານລີ ມິງ (Li Ming), ຜູ້ທີ່ສາມນັບຈາກຊ້າຍ, ແລະນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊກາແວ (Manasseh Sogavare), ຜູ້ທີສາມ ນັບຈາກຂວາມື, ພ້ອມດ້ວຍເຈົ້າໜ້າທີ່ຄົນອື່ນໆ.

ເຈົ້າໜ້າທີ່ອະວຸໂສກ່າວໃນມື້ວັນຈັນ​ວານນີ້ວ່າ ປະທານາທິບໍດີ ໂຈ ໄບເດັນ ຈະເຊີນພວກຜູ້ນໍາຂອງບັນດາປະເທດ​ໃນ​ເຂດມະຫາສະໝຸດປາຊີຟິກ ມາຢ້ຽມຢາມ ທໍານຽບຂາວໃນທ້າຍ​ປີນີ້, ແລະສະຫະລັດຈະເພີ້ມຄວາມພະຍາຍາມໃນການຂະ ຫຍາຍຄວາມສໍາພັນກັບພູມິພາກແຫ່ງນີ້ ໂດຍການສົ່ງນັກການທູດໄປປະຈໍາການ ເພື່ອພົວພັນກັບລັດຖະບານ ຢູ່ໃນທົ່ວພາກໃຕ້ຂອງມະຫາສະໝຸດປາຊີຟິກ ແລະເຈົ້າໜ້າທີ່ ທີ່ອຸທິດຕົນເອງໃນການດໍາເນີນງານ ກ່ຽວກັບບັນດາໝູ່ເກາະໃນຂົງເຂດມະຫາສະໝຸດທີ່ມີບັນຫາ.

ຄວາມຄິດເຫັນຈາກ ທ່ານເຄີຣ໌ທ ແຄມແບລ (Kurt Cambell), ຜູ້ປະສານງານທາງດ້ານອິນໂດ-ປາຊີຟິກ ຂອງສະພາຄວາມໝັ້ນຄົງແຫ່ງຊາດ ມີ​ຂຶ້ນ​ໃນ​ຖາ​ນະ​ທີ່ເປັນສ່ວນນຶ່ງຂອງກອງປະຊຸມສຸດຍອດທາງດ້ານທຸລະກິດຂອງສະຫະ ລັດ, ເຊິ່ງໄດ້ຈັດຂຶ້ນໂດຍສະພາທຸລະກິດນະ​ຄອນອັອກແລນ (Auckland) ໃນປະເທດນິວຊີແລນ, ແລະໄດ້ລາຍງານໂດຍອົງການຂ່າວຣອຍເຕີສ໌.

ໂດຍການ​ປາກົດໂຕຜ່ານທາງໂທລະພາບອອນລາຍ, ທ່ານແຄມ​ແບລ ກ່າວວ່າ “ເພື່ອໃຫ້ສະຫະລັດມີປະສິດພາບຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ, ພວກເຮົາຕ້ອງລົງມືປະຕິບັດຫຼາຍກວ່ານີ້, ພວກເຮົາຕ້ອງລົງມືປະຕິບັດຢູ່ໃນພື້ນທີ່ທີ່ມີຄວາມໝາຍ ແລະຄວາມສໍາຄັນນີ້ ສໍາລັບປະຊາຊົນຢູ່ໃນໝູ່ເກາະເຫຼົ່ານັ້ນ.”

ທ່ານແຄມແບລ ບອກກັບຜູ້ເຂົ້າຮ່ວມກອງປະຊຸມວ່າ ສະຫະລັດກໍາລັງວາງແຜນ ທີ່ຈະສົ່ງເອກ​ອັກ​ຄະ​ລັດ​ຖະທູດຈໍານວນນຶ່ງ ໄປຍັງ​ບັນ​ດາປະເທດໝູ່ເກາະ ຢູ່ໃນມະຫາສະໝຸດປາຊີຟິກ ເນື່ອງ​ຈາກ​ມີ​ນັກການທູດຂອງສະຫະລັດຢູ່ໃນຂົງເຂດແຫ່ງນີ້ພຽງໜ້ອຍດຽວເທົ່ານັ້ນ.

ການເນັ້ນຢໍ້າດັ່ງກ່າວ ມີຂຶ້ນພຽງບໍ່ເທົ່າໃດອາທິດ ລຸນຫຼັງທີ່ປະເທດໝູ່ເກາະໂຊໂລມອນ ລົງນາມເຊັນຂໍ້ຕົກລົງທາງດ້ານຄວາມໝັ້ນຄົງກັບປະເທດຈີນ, ອັນໄດ້ເຮັດໃຫ້ສະຫະລັດ ແລະປະເທດພັນທະມິດຂອງພວກເຂົາເຈົ້າ ມີຄວາມກັງວົນກ່ຽວກັບຄວາມສາມາດຂອງປັກກິ່ງ ໃນການວາງແຜນສ້າງໂຄງການອໍານາດທາງທະຫານຕາເວັນອອກໄກ ເຂົ້າສູ່ຂົງເຂດມະຫາສະໝຸດປາຊີຟິກ.

ເຖິງແມ່ນວ່າ ຂໍ້ຕົກລົງສັນຍາໃນໄລຍະຍາວຍັງຄົງບໍ່ໄດ້ຮັບການເປີດເຜີຍ, ແຕ່ຮ່າງເອກະສານດັ່ງກ່າວ ກໍໄດ້ອະນຸຍາດໃຫ້ກໍາປັ່ນລົບຂອງຈີນ ສາມາດຈອດຢູ່ທ່າເຮືອໃນປະເທດໝູ່ເກາະແຫ່ງນີ້ໄດ້ ຖ້າທັງສອງຝ່າຍຫາກຕົກລົງເຫັນດີນໍາກັນ, ແລະເພື່ອສົ່ງກອງກໍາລັງຄວາມໝັ້ນຄົງຂອງປັກກິ່ງເຂົ້າໄປຊ່ວຍຮັກສາ “ລະບຽບທາງສັງຄົມ”.

ໃນຊ່ວງບໍ່ເທົ່າໃດເດືອນມານີ້ ລັດຖະບານຂອງທ່ານໄບເດັນໄດ້ດໍາເນີນງານຢ່າງໜັກ ເພື່ອພົວພັນໃກ້ຊິດຍິ່ງຂຶ້ນກັບລັດຖະບານຢູ່ໃນບັນດາປະເທດມະຫາປະໝຸດປາຊີຟິກໃຕ້ແຫ່ງນີ້ ໃນຄວາມພະຍາຍາມເພື່ອຕໍ່ຕ້ານການຂະຫຍາຍອິດທິພົນຢ່າງກວ້າງຂວາງຂອງຈີນ ຢູ່ໃນພູມິພາກແຫ່ງນີ້.

ໃນເດືອນທັນວາຂອງປີ 2021, ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວຄໍາປາໄສຢ່າງກວ້າງຂວາງກ່ຽວກັບການຂະຫຍາຍຂອບເຂດແຜນການຂອງລັດຖະບານສະຫະລັດ ເຂົ້າໄປຍັງພູມິພາກແຫ່ງນີ້, ໂດຍເປັນລັກສະນະນະໃນການສົ່ງເສີມ “ການເປີດກວ້າງ ແລະເສລີຢູ່ໃນຂົງເຂດອິນໂດ-ປາຊີຟິກ.” ທ່ານບລິງເກັນ ໄດ້ກັບຄືນໄປຍັງພູມິພາກແຫ່ງນີ້ອີກຄັ້ງໃນເດືອນກຸມພາ ເພື່ອການເຈລະຈາຮອບໃໝ່ກັບພວກຜູ້ນໍາຂັ້ນສູງຂອງປະເທດດັ່ງກ່າວ.

ແຕ່ ຂໍ້ຕົກລົງຂອງປະເທດໝູ່ເກາະໂຊໂລມອນເບິ່ງຄືວ່າ ຈະເປັນສິ່ງຜັກດັນໃຫ້ສະຫະລັດ ມີຄວາມພະຍາຍາມໃນການເຊື່ອມຕໍ່ກັບພູມິພາກແຫ່ງນີ້ອີກຄັ້ງ ທັງໃນດ້ານການທູດ ແລະຕະຫຼອດຮອດການເຄື່ອນໄຫວທາງດ້ານກົດໝາຍ. ຮ່າງກົດໝາຍຫຼາຍສະບັບ ໝາຍເຖິງການເສີມສ້າງຄວາມເຂັ້ມແຂງຂຶ້ນໃຫ້ແກ່ສະຫະລັດຢູ່ໃນຂົງເຂດມະຫາສະໝຸດແຫ່ງນີ້, ເຊິ່ງປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນພິຈາລະນາ ໃນສະພາສູງ.

President Joe Biden will invite the leaders of Pacific nations to visit the White House later this year, a senior official said Monday, and the United States will escalate efforts to increase ties with the region, sending more diplomats to engage directly with governments across the South Pacific and dedicating staff to work with the troubled Pacific Islands Forum.

The comments from Kurt Campbell, Indo-Pacific coordinator for the National Security Council, came as part of the United States Business Summit, held in New Zealand by the Auckland Business Chamber, and were reported by the Reuters news agency.

Appearing virtually, Campbell said, "For the United States to be effective in the Pacific, we must do more, and we must do more on areas that matter and are of significance to the Pacific Islanders."

Campbell told attendees that the U.S. was planning to send ambassadors to a number of Pacific island nations that have only a minimal U.S. diplomatic presence.

The remarks came just weeks after the Solomon Islands signed a secretive security agreement with China, raising concerns among the U.S. and its allies about Beijing's ability to project military power far east into the Pacific Ocean.

Though the terms of the security pact remain undisclosed, the draft deal allows Chinese warships to dock on the islands, if both sides are in agreement, and for Beijing to send forces to help maintain “social order.”

Solomon Islands as catalyst

The Biden administration has, in recent months, been working hard to engage more closely with governments in the South Pacific in an effort to counter what the U.S. sees as widening Chinese influence in the region.

In December 2021, U.S. Secretary of State Antony Blinken delivered extensive remarks on the administration's plans to expand its outreach to the region, which was characterized as promoting a "free and open Indo-Pacific." Blinked returned to the region in February for another round of talks with senior leaders.

But the Solomon Islands agreement seems to have accelerated U.S. efforts to reconnect with the region, both diplomatically and through legislative action. Multiple bills meant to strengthen the U.S. presence in the Pacific are now pending in Congress.

XS
SM
MD
LG