ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ກຳລັງແນວໂຮມ ຊາອຸດີ ໃນເຢເມັນ ຍຸຕິ ໃນການກາງຕໍ່ ສຫລ ເພື່ອຕື່ມນ້ຳມັນ ໃນລະຫວ່າງ ການບິນ


ພວກເຈົ້າໜ້າທີ່ ສະໜາມບິນ ພາກັນເບິ່ງຊາກເຮືອບິນຂົນສົ່ງ ທີ່ໄດ້ຖືກທຳລາຍ ໂດຍການໂຈມຕີທາງອາກາດ ຂອງກຸ່ມແນວໂຮມ ຢູ່ສະໜາມບິນນາໆຊາດ ຊານາອາ

ສະ​ຫະ​ລັດ ໄດ້​ຍຸຕິ​ການ​ຕື່ມນ້ຳ​ມັນ ໃຫ້​ແກ່​ເຮືອ​ບິນ​ລົບ ຈາກກຳລັງ​ແນວ​ໂຮ​ມ​ ນຳພາໂດຍ
ຊາ​ອຸ​ດີ ທີ່ປະຕິບັດການ ຢູ່​ໃນ​ເຢ​ເມນ.

ຊາ​ອຸ​ດີ ອາ​ຣາ​ເບຍ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການວ່າຕົນ​ໄດ້​ຮ້ອງ​ຂໍ​ໃຫ້​ໂຈະ​ຕໍ່​ໂຄງ​ການ​ດັ່ງ
​ກ່າວເພາະ​ວ່າ​ແນວ​ໂຮມ ບັດ​ນີ້​ສາ​ມາດ​ປະ​ຕິ​ບັດ​ງານ​ການເຕີມນ້ຳ​ມັນ​ທາງ​ອາ​ກາດ. ບັນ​
|ດາເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ​ປະ​ມານ 20 ເປີ​ເຊັນ​ຂອງ​ແນວ​ໂຮມ ໄດ້​ຮັບ​ການ​ເຕີມ
ນ້ຳ​ມັນຈາກ​ສະ​ຫະ​ລັດ.

ລັດ​ຖະ​ມົນ​ຕີ​ປ້ອ​ງ​ກັນ​ປະ​ເທດ ທ່ານ​ຈິມ ແມັດ​ຕິ​ສ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ພວກ​ເຮົາ
​ສະ​ໜັບ​ສະ​ໜູນ​ການ​ຕັດ​ສິນ​ໃຈ ໂດຍ​ອາ​ນາ​ຈັກ​ຊາ​ອຸ​ດີ ອາ​ຣາ​ເບຍ. ສະ​ຫະ​ລັດ ແລະ​
ແນວ​ໂຮມ ກຳ​ລັງ​ວາງ​ແຜນ​ຮ່ວມ​ມື​ໃນ​ການ​ສ້າງ​ຕັ້ງ​ກຳ​ລັງ​ເຢ​ເມນ​ໃຫ້​ຖືກ​ຕ້ອງ ເພື່ອ​ປ້ອງ
​ກັນ​ຊາວ​ເຢ​ເມນ ຮັກ​ສາ​ຊາຍ​ແດນ​ປະ​ເທດເຂົາ​ເຈົ້າ ແລະ​ຊ່ວຍ​ເຫຼືອ​ຕ້ານຄວາມ​ພະ​ຍາ
​ຍາມ ຂອງພວກ​ກໍ່​ການ​ຮ້າຍ ອາ​ລ​ໄຄ​ດາ ແລະ ISIS ​ຢູ່​ໃນ​ເຢ​ເມນ ແລະ​ໃນຂົງ​ເຂດ.”

ແນວ​ໂຮມ​ທີ່ນ​ຳ​ພາ​ໂດຍ​ຊາ​ອຸ​ດີ ອາ​ເຣ​ເບຍ ໄດ້​ເລີ້ມ​ຖີ້ມ​ລະ​ເບີດ​ໃສ່ພວກ​ກະ​ບົດ​ຮູ​ທີ ທີ່​
ໜູນ​ຫຼັງ​ໂດຍ​ອີ​ຣ່ານ ໃນ​ການ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບ​ານ​ເຢ​ເມນ ໃນ​ເດືອນ​ມີ​ນາ 2015.
ນັບ​ແຕ່​ນັ້ນ​ມາ ສະ​ຫະ​ປະ​ຊາ​ຊາດ​ໄດ້​ຄາດ​ຄະ​ເນ​ ຫຼາຍກວ່າ 10,000 ຄົນ​ໄດ້​ເສ​ຍ​ຊີ​ວິດ
ສ່ວນ​ໃຫ​ຍ່​ມາ​ຈາກ​ການ​ຖິ້ມ​ລະ​ເບີດ.

ພວກ​ຜູ້​ຊາຍ​ຊາວ​ເຢ​ເມນ ພາ​ກັນ​ຫາມ​ຫີບ​ສົບ​ເດັກ​ນ້ອຍ​ຜູ້​ຊາຍ ທີ່​ເສຍ​ຊີ​ວິດ​ຈາກ​ການ​ຖີ້ມ​ລ​ະ​ເບີດ ຂອງ​ແນວ​ໂຮ​ມ​ຊາ​ອຸ​ດີ ວັນ​ທີ 13 ສິງ​ຫາ 2018.
ພວກ​ຜູ້​ຊາຍ​ຊາວ​ເຢ​ເມນ ພາ​ກັນ​ຫາມ​ຫີບ​ສົບ​ເດັກ​ນ້ອຍ​ຜູ້​ຊາຍ ທີ່​ເສຍ​ຊີ​ວິດ​ຈາກ​ການ​ຖີ້ມ​ລ​ະ​ເບີດ ຂອງ​ແນວ​ໂຮ​ມ​ຊາ​ອຸ​ດີ ວັນ​ທີ 13 ສິງ​ຫາ 2018.

ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ທັນ​ທີ່ວ່າ ການ​ເສັດ​ສິ້ນ​ປະ​ຕິ​ບັດ​ງານ​ເຕີມ​ນ້ຳ​ມັນ​ຂອງ​ສະ​ຫະ​ລັດ ຈະ
​ເປັນ​ຜົນ​ກະ​ທົບ​ຕໍ່​ກິດ​ຈະ​ການ​ແນວ​ໂຮມ​ໃນ​ເຢ​ເມນຢ່າງ​ໃດ.

ການ​ເຄື່ອນ​ໄຫວ​ເພື່ອ​ເສັດ​ສິ້ນ​ການ​ເຕີມ​ນ້ຳ​ມັນ​ທາງ​ອາ​ກາດ ຍັງ​ເກີດ​ຂຶ້ນ​ທ່າມ​ກາງ​ການ
​ຮ້ອງ​ໂຮ​ຂອ​ງ​ສາ​ກົນ ກ່ຽວ​ກັບ​ການ​ຄາດ​ຕະ​ກຳ​ນັກ​ຂ່າວ ຊາ​ອຸ​ດີ ທ່ານ​ຈາ​ ມາ​ລ ຄາ​ຊອກ​ກີ
ເມື່ອ​ເດືອນ​ແລ້ວ​ນີ້ ຢູ່​ໃນ​ກົງ​ສຸນ​ຊາ​ອຸ​ດີ ໃນ​ເທີ​ກີ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ຈອນ ແມັດ​ຕິ​ສ ຢູ່​ໃນ​ພິ​ທີ ທີ່​ທຳ​ນຽບ​ຫ້າ​ແຈ ວັນ​ທີ 21 ກັນ​ຍາ 2018.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ຈອນ ແມັດ​ຕິ​ສ ຢູ່​ໃນ​ພິ​ທີ ທີ່​ທຳ​ນຽບ​ຫ້າ​ແຈ ວັນ​ທີ 21 ກັນ​ຍາ 2018.

ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ກຸ​ເຕ​ຣ​ເຣ​ສ໌ ໄດ້​ກ່າວ​ໃນຕົ້ນ​
ເດືອນ​ນີ້​ວ່າເຢ​ເມນ ກຳ​ລັງຫາ​ທາງ “ກ່ຽວ​ກັບອັນ​ຕະ​ລາຍ” ແລະ​ໄດ້​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ
​ໃຫ້​ຢຸດ​ເຊົາ​ຄວາມ​ຮຸນ​ແຮງ ແລ​ະປ້ອງ​ກັນ​ຄວາມ​ຫາຍ​ຍະ​ນະ. ທ່ານ​ໄດ້​ກ່າວ​ເພີ້ມ​ອີກວ່າ
ຊາວ​ເຢ​ເມນ 14 ລ້ານ​ຄົນ ອາດ​ຈະ​ຢູ່​ໃນ​ຄວາມ​ສ່ຽງ ຂອງ​ຄວາມ​ອຶດ​ຢາກ.

ອ​່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG