ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ​ປະ​ກາດວ່າ ​ການ​ປາບ​ປາມ​ຊາວ​ ໂຣ​ຮິງ​ຢາໃນ​ມຽນ​ມາ​ ເປັນ​ການ 'ຂ້າ​ລ້າງ​ເຜົ່າ​ພັນ'


ພາບ​ຖ່າຍ​ໃນ​ວັນ​ທີ 7 ກັນ​ຍາ, 2017 ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອນ​ຊານຢູ່ໃນ​ບ້ານ Gawdu Zara ໃນ​ລັດ​ຣາ​ໄຄ​ນ໌ຢູ່​ທາງ​ເໜືອ​ຂອງ​ມຽນ​ມາ ຖື​ຈູດ​ເຜົາ​ໝົດ
ພາບ​ຖ່າຍ​ໃນ​ວັນ​ທີ 7 ກັນ​ຍາ, 2017 ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອນ​ຊານຢູ່ໃນ​ບ້ານ Gawdu Zara ໃນ​ລັດ​ຣາ​ໄຄ​ນ໌ຢູ່​ທາງ​ເໜືອ​ຂອງ​ມຽນ​ມາ ຖື​ຈູດ​ເຜົາ​ໝົດ

ເຈົ້າ​ໜ້າ​ທີ່​ສະຫະລັດກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ລັດຖະບານ​ຂອງ​ທ່ານໄບ​ເດັນ ມີ​ຄວາມ​ຕັ້ງ​ໃຈ ​ທີ່​ຈະ​ປະກາດ​ວ່າ ການ​ປາບ​ປາມ​ຊາວ​ມຸສລິ​ມໂຣ​ຮິງ​ຢາ ເປັນ​ເວລາ​ຫລາຍ​ປີ​ຂອງ​ມຽນມາ ​ແມ່ນ​ເປັນ "ການຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ", ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວເອ​ພີ (AP).

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ມີ​ແຜນ​ທີ່​ຈະ​ທຳ​ການ​ກຳ​ນົດ​ສະ​ຖາ​ນະ​ພາບ ​ດັ່ງ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ທີ່​ພິ​ພິ​ທະ​ພັນ​ລະ​ນຶກ​ເຖິງຄວາມ​ຫາຍ​ຍະ​ນະ​ຈາກ​ການ​ຂ້າ​ລ້າງ​ເຜົ່າ​ພັນຊາວ​ຢິວ​ ຫລື Holocaust ຂອງສະ​ຫະ​ລັດ, ອີງຕາມ​ເຈົ້າ​ໜ້າ​ທີ່​ທີ່​ໄດ້​ກ່າວ​ໂດຍບໍ່​ປະ​ສົງ​ອອກ​ນາມ ເພາະ​ວ່າ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຍັງ​ບໍ່​ທັນ​ໄດ້​ປະ​ກາດ​ຢ່າງ​ເປີດ​ເຜີຍເທື່ອ.

ການກຳນົດນີ້ບໍ່ໄດ້ຢູ່ໃນຕົວຂອງມັນເອງ ແລະ ບໍ່ໄດ້ໝາຍເຖິງມາດຕະການໃໝ່ທີ່ຮຸນແຮງຕໍ່ລັດຖະບານທີ່ນຳພາ ໂດຍທະຫານຂອງມຽນມາ, ເຊິ່ງໄດ້ຖືກລົງໂທດ ໃນ​ຫລາຍ​ລະ​ດັບຢູ່ແລ້ວຈາກສະຫະລັດ ນັບຕັ້ງແຕ່ມີການປຸກ​ລະ​ດົມ ຕ້ານພວກຊົນເຜົ່າໂຣ​ຮິງ​ຢາ ໄດ້ເລີ່ມຂຶ້ນຢູ່ໃນລັດຣາ​ໄຄ​ນ໌ ທາງຕາເວັນຕົກ ຂອງ ປະເທດໃນປີ 2017.

​ແຕ່​ວ່າ​ມັນ​ສາມາດ​ນຳ​ໄປ​ສູ່​ການ​ກົດ​ດັນ​ຈາກ​ສາກົນ​ຕື່ມ​ອີກ​ຕໍ່​ລັດຖະບານທີ່​ວ່ານັ້ນ ​ເຊິ່ງກຳລັງ​ປະ​ເຊີນກັບ​ຂໍ້​ກ່າວ​ຫາ​ຂ້າ​ລ້າງ​ເຜົ່າ​ພັນ​ຢູ່​ສານ​ຍຸຕິ​ທຳ​ສາກົນ​ທີ່​ນະຄອນ ເຮກ (Hague). ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ ​ແລະ​ບັນດາ​ສະມາຊິກ​ສະພາ​ໄດ້​ກົດ​ດັນ​ທັງ​ລັດຖະບານ​ຂອງ​ທ່ານທ​ຣຳ ​ແລະ​ທ່ານໄບ​ເດັນ​ໃຫ້​ທຳ​ການ​ກຳ​ນົດ​ດັ່ງ​ກ່າວ.

ຢ່າງ​ໜ້ອຍ​ສະມາຊິກ​ສະພາ​ສູງ​ຈາກພັກ​ເດ​ໂມ​ແຄຣັດ​ຄົນ​ນຶ່ງ, ທ່ານແຈັ​ຟ​ຟ​ຣີ ເມີ​ຄລີ (Jeff Merkley) ຈາກ​ລັດໂອ​ເ​ຣ​ກອນ (Oregon) ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ບາດກ້າວ​ທີ່​ຄາດ​ໄວ້ນີ້, ອົງ​ການອົບ​ພະຍົບສາກົນກໍ​ສະ​ແດງ​ຄວາມ​ຍິນ​ດີ​ນຳເຊັ່ນ​ກັນ.

"ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຄະ​ນະ​ລັດ​ຖະ​ບານຂອງ​ທ່ານ​ໄບ​ເດັ່ນທີ່​ວ່າ​ໃນ​ທີ່​ສຸດກໍ​ໄດ້​ຮັບ​ຮູ້​ຄວາມ​ໂຫດ​ຮ້າຍ​ທີ່ກະ​ທໍາ​ຕໍ່​ຊາວ​ໂຣ​ຮິງ​ຢາ​ວ່າ ​ເປັນ​ການ​ຂ້າ​ລ້າງ​ເຜົ່າ​ພັນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານກ່າວ ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ທັນທີ​ຫຼັງ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ປະກາດ​ວ່າ ທ່ານບ​ລິງ​ເຄັນຈະ​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ມຽນມາ​ທີ່ຫໍ​ພິພິທະ​ພັນໂຮໂ​ລ​ຄອ​ສທ໌ (Holocaust) ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ໄປ​ທ່ຽວ​ຊົມ​ງານ​ວາງສະ​ແດງ​ທີ່​ມີ​ຊື່ວ່າ "ເສັ້ນ ທາງໄປສູ່ການຂ້າລ້າງເຜົ່າພັນຂອງມຽນມາ.” ມຽນມາ​ຍັງເອີ້ນອີກ​ຊື່​ນຶ່ງ​ວ່າ​ພະມາ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນພາ​ສາ​ອັງ​ກິດ

XS
SM
MD
LG