ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸດສາຫະກຳ ເທັກໂນໂລຈີ ສະຫະລັດ ຕັ້ງຄວາມຫວັງ ໃຫ້ແກ່ປະທານາທິບໍດີຄົນໃໝ່


YE US BIDEN TECH -- USAGM
please wait

No media source currently available

0:00 0:03:10 0:00

ດ້ວຍຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ມີກຳນົດທີ່ຈະເຂົ້າດຳລົງຕຳ ແໜ່ງໃນວັນທີ 20 ມັງກອນ, ພາກພື້ນ ຊີລີຄອນ ວາເລ (Silicon Valley) ທີ່ມີຊື່ສຽງດ້ານເທັກໂນໂລຈີ ແມ່ນກຳລັງກະກຽມຕົນເອງສຳລັບລັດຖະບານຊຸດໃໝ໋, ໃນຂະນະທີ່ເຂົາເຈົ້າໄດ້ປະເຊີນກັບການກົດດັນຕໍ່ຫຼາຍບັນຫາລວມມີ ການຕໍ່ຕ້ານການຜູກຂາດ, ການໃຊ້ຄຳເວົ້າໃນສະຖານທີ່ອອນໄລນ໌, ແລະ ບັນຫາຄວາມເປັນສ່ວນຕົວທາງດິຈິຕອລ. ນັກຂ່າວວີໂອເອ ມິແຊລ ຄວິນ (Michelle Quinn) ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນເວລາທີ່ປະທານາທິບໍດີ ບາຣັກ ໂອບາມາ ເຂົ້າດຳລົງຕຳແໜ່ງໃນປີ 2009, ສາຍພົວພັນທີ່ໃກ້ ຊິດລະຫວ່າງ ວໍຊິງຕັນ ກັບພາກພື້ນ ຊິລິຄອນ ວາເລ ໄດ້ຈະເລີນເຕີບໂຕ.

ມ້ວນໄປໜ້າ 12 ປີ. ໃນວັນທີ 20 ມັງກອນນີ້,​ ຮອງປະທານາທິບໍດີຂອງທ່ານ ໂອບາມາ ຄືທ່ານ ໂຈ ໄບເດັນ, ແມ່ນມີກຳນົດທີ່ຈະເປັນປະທານາທິບໍດີ ສະຫະລັດ ຄົນຕໍ່ໄປ. ແນວໃດກໍຕາມ, ເທື່ອນີ້,​ ສາຍພົວພັນແມ່ນຈະແຕກຕ່າງ.

ທ່ານນາງ ຈີຈີ ຊອນ, ຈາກສະຖາບັນກົດໝາຍເພື່ອເທັກໂນໂລຈີ, ພະແນກກົດໝາຍແລະນະໂຍ ບາຍທີ່ ຈອຣຈ໌ທາວນ໌ ໄດ້ກ່າວວ່າ “ເຖິງວ່າຈະເປັນສະມາຊິກຂອງລັດຖະບານທ່ານ ໂອບາມາ, ຂ້າ ພະເຈົ້າວ່າ ມັນມີຈຸດອ່ອນສຳລັບ ຊີລີຄອນ ວາເລ ທີ່ບາງເທື່ອຈະເປັນຈຸດທີ່ຖືກມອງຂ້າມຫຼາຍກວ່າ. ຂ້າພະເຈົ້າບໍ່ຄິດວ່າເຈົ້າຈະເຫັນມັນຢູ່ທີ່ນີ້. ຂ້າພະເຈົ້າຄິດວ່າສາຍຕາຂອງປະຊາຊົນແມ່ນເປີດກວ້າງໃນລັດຖະບານຊຸດນີ້.”

ມັນມີຫຍັງທີ່ໄດ້ປ່ຽນໄປ? ມີການເຕີບໂຕດ້ານເທັກໂນໂລຈີ. ມັນໄດ້ກາຍເປັນສູນກາງຂອງເສດຖະ ກິດໂລກ, ການປັບປ່ຽນດ້ານການຄ້າ, ການໃຊ້ຄຳເວົ້າໃນສະຖານທີ່ອອນໄລນ໌ ແລະ ສະຖານທີ່ເຮັດວຽກ.

ໃນບໍ່ເທົ່າໃດປີທີ່ຜ່ານມາ, ບັນດາເຈົ້າໜ້າທີ່ໆຖືກເລືອກ ແລະ ນັກເຄື່ອນໄຫວທັງຫຼາຍໄດ້ຕິຕຽນ ກ່ຽວກັບສິ່ງທີ່ເອີ້ນວ່າ “ເທັກໂນໂລຈີໃຫຍ່ ຫຼື Big Tech) ກ່ຽວກັບບັນຫາເຊັ່ນການແຂ່ງຂັນ ແລະ ຄວາມເປັນສ່ວນຕົວທາງດິຈິຕອລ.

ໃນລະຫວ່າງການໂຄສະນາຫາສຽງປະທານາທິບໍດີ, ທີມຂອງທ່ານ ໄບເດັນ ໄດ້ຕຳໜິວິຈານ ເຟສບຸກ ສຳລັບການໃຫ້ຂໍ້ມູນຜິດຢູ່ເວັບໄຊ້ຂອງເຂົາເຈົ້າ ແລະ ຜູ້ລົງແຂ່ງຂັນ ທ່ານ ໄບເດັນ ໄດ້ເວົ້າ ກ່ຽວກັບ ການສ້າງເສດຖະກິດທີ່ໄດ້ຜົນຢ່າງເປັນທຳຫຼາຍກວ່າເກົ່າ ສຳລັບປະຊາຊົນຫຼາຍຂຶ້ນ…

ເຊິ່ງເປັນສັນຍານທີ່ບາງຄົນເວົ້າວ່າ ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີນັ້ນ ຈະມີຄວາມສົນໃຈໃນການເບິ່ງຫາອຳນາດຂອງເທັກໂນໂລຈີ.

ທ່ານ ໄບເດັນ ອາດສືບຕໍ່ກວດສອບບັນດາບໍລິສັດເທັກໂນໂລຈີ, ຄືທີ່ລັດຖະບານທ່ານ ທຣຳ, ລັດຕ່າງໆຂອງສະຫະລັດ ແລະ ບັນດາຜູ້ນຳລັດຖະສະພາໄດ້ເຮັດ, ກ່ຽວກັບ ການກ່າວຫາໃນດ້ານການປະພຶດທີ່ຕໍ່ຕ້ານການແຂ່ງຂັນ.

ທ່ານ ຊາລັອດ ສລາຍແມນ ຜູ້ອຳນວຍການດ້ານນະໂຍບາຍການແຂ່ງຂັນ ແລະ ຄວາມຮູ້ສາທາ ລະນະ ກ່າວວ່າ “ພວກເຮົາມີຄວາມເປັນຫ່ວງພິເສດ ກ່ຽວກັບ ການແຂ່ງຂັນ ແລະ ອຳນາດຂອງລະ ບົບ ການປະຕິບັດງານ ທາງເທັກໂນໂລຈີທີ່ໃຫຍ່ທີ່ສຸດ ແລະ ຂ້າພະເຈົ້າຫວັງວ່າຈະມີການໃຫ້ຄວາມສົນໃຈຢ່າງໃກ້ຊິດຕໍ່ບັນຫາທີ່ວ່ານັ້ນ ໃນລັດຖະບານທ່ານ ໄບເດັນ.

ສຳລັບໜ້າທີ່ຂອງເຂົາເຈົ້າ, ອຸດສາຫະກຳເທັກໂນໂລຈີແມ່ນພ້ອມສຳລັບການກວດສອບທີ່ເຂົາ ເຈົ້າ ອາດໄດ້ຮັບ.

ທ່ານນາງ ລິນດາ ມໍຣ໌, ປະທານ ແລະ ຜູ້ບໍລິຫານໃຫຍ່ຂອງບໍລິສັດ TechNet ກ່າວວ່າ “ບັນດາບໍລິສັດເທັກໂນໂລຈີພວກນີ້ ໄດ້ເຕີບໃຫຍ່ຂຶ້ນຍ້ອນເຂົາເຈົ້າໃຫ້ສິ່ງທີ່ພວກລູກຄ້າຕ້ອງການ.”

ທ່ານນາງ ລິນດາ ມໍຣ໌ ກ່າວຕໍ່ໄປວ່າ “ສະນັ້ນຂ້າພະເຈົ້າຈຶ່ງໄດ້ເອົາໃຈໃສ່ຫຼາຍຂຶ້ນ ແລະ ເຫັນຄຸນຄ່າໃນເລື່ອງດັ່ງກ່າວ ແລະ ປະຊາຊົນໃນ ອາເມຣິກາຫຼາຍໆຄົນກໍເຊັ່ນກັນ…..”

ທ່ານນາງ ລິນດາ ມໍຣ໌ ກ່າວອີກວ່າ ຂ້າພະເຈົ້າຄິດວ່າ ບໍລິສັດພວກນີ້ໄດ້ມີຄວາມພ້ອມ ສຳລັບການກວດສອບແບບນັ້ນ, ແລະ ຂ້າພະເຈົ້າແນ່ໃຈວ່າ ເຂົາເຈົ້າຈະມີຄວາມພ້ອມຫຼາຍທີ່ຈະໃຫ້ການຮ່ວມມື ແລະ ຈະອະທິບາຍການປະຕິບັດທາງທຸລະກິດຂອງເຂົາເຈົ້າທັງໝົດ.”

ດ້ວຍລັດຖະບານທ່ານ ໄບເດັນ, ພາກພື້ນຊີລິຄອນ ວາເລ ມີຫລາຍຢ່າງທີ່ຢູ່ໃນບັນຊີທີ່ເຂົາເຈົ້າຢາກໄດ້ພຽງສອງຢ່າງກໍຄື ກົດໝາຍຄວາມເປັນສ່ວນຕົວແຫ່ງຊາດ ແລະການປ່ຽນແປງໃນກົດລະ ບຽບຄົນເຂົ້າ ເມືອງຕ່າງໆ.

ບັນດານັກວິຈານດ້ານເທັກໂນໂລຈີ ແລະ ເທັກໂນໂລຈີເອງ ແມ່ນຢາກໃຫ້ຄົນຫັນໄປໃຊ້ທາງອອນໄລນ໌ ຫຼາຍຂຶ້ນ, ໂດຍສະເພາະໃນເຂດຊົນນະບົດຂອງ ອາເມຣິກາ. ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ຄົນໃໝ່ມີລາຍງານວ່າ ກຳລັງເຮັດວຽກກັບບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ເພື່ອກະກຽມຂະ ຫຍາຍການໃຊ້ຈ່າຍດ້ານຄື້ນສັນຍານຄວາມຖີ່ຂອງລັດຖະບານກາງຂະໜາດໃຫຍ່.

ທ່ານນາງ ຈີຈີ ຊອນ, ກ່າວວ່າ “ໃນເຂດຊົນນະບົດຂອງ ອາເມຣິກາ, ມັນບໍ່ມີຮອດຄື້ນອິນເຕີແນັດ ໃຫ້ເຊື່ອມຕໍ່ໄດ້ ແມ່ນບໍ່? ມັນຮອດບໍ່ມີເຄືອຂ່າຍຄື້ນສັນຍານ ເຖິງແມ່ນວ່າເຈົ້າມີເງິນທີ່ຈະເຊື່ອມຕໍ່ມັນ, ແຕ່ຍັງຕ້ອງໄດ້ຮັບມືກັບບັນຫາເຊັ່ນວ່າ ແທ້ຈິງແລ້ວເປັນບັນຫາໃຫຍ່ຫຼາຍ ຖ້າປະຊາຊົນບໍ່ສາມາດຈ່າຍຄ່າຄື້ນສັນຍານ ກໍຍ້ອນມັນແພງໂພດ.”

ໃນຂະນະທີ່ລັດຖະບານໃໝ່ຈະເຂົ້າມາ, ທຸກສາຍຕາແມ່ນຈະແນມໃສ່ວ່າ ສາຍພົວພັນລະຫວ່າງ ຊີລີຄອນ ວາເລ ກັບ ວໍຊິງຕັນ ນັ້ນມັນຈະຖືກແກ້ໄຂແນວໃດ.

With President-elect Joe Biden set to take office on January 20, Silicon Valley is preparing itself for a new administration while it faces pressure on several fronts, including antitrust, online speech and digital privacy issues. Michelle Quinn reports.

When President Barack Obama took office in 2009, a close relationship bloomed between Washington and Silicon Valley.

Flash-forward 12 years. On January 20, Obama’s vice president, Joe Biden, is set to become the next U.S. president. This time, however, the relationship will be different.

“Even as a member of the Obama administration, I will say there was a soft spot for Silicon Valley that perhaps was more of a blind spot. I don’t think you are going to see that here. I think people’s eyes are wide open in this administration.”

What’s changed? Tech grew. It became the center of the global economy, shaping commerce, online speech, workplaces.

In recent years, elected officials and activists have complained about so-called “Big Tech” over issues such as competition and digital privacy.

During the presidential campaign, Biden’s team criticized Facebook for misinformation on the site...

...and candidate Biden talked about creating an economy that worked more fairly for more people...

...a sign some say the president-elect will be interested in looking at Tech’s power.

Biden might continue to scrutinize tech firms, as the Trump administration, U.S. states and congressional leaders have done, over allegations of anti-competitive behavior.

“We are particularly concerned about competition and the power of the largest tech platforms, and I am looking forward to more attention on those issues in the Biden administration.”

For its part, the tech industry is prepared for any scrutiny it may receive.

“These tech companies have gotten so big because they give customers what they want....

“....so I'm very much mindful and appreciative of the fact and a lot of people in America are, too…. “

“....I think that these companies are prepared for that kind of scrutiny, and I'm sure that they will be very forthcoming and going over all their business practices.”

With a Biden administration, Silicon Valley has some things on its wish list -- a national privacy law and changes in immigration rules, to name just two.

Tech critics and tech itself want to get more people online, particularly in rural America. The president-elect is reportedly working with Democratic lawmakers to prepare a massive increase in federal broadband spending.

“In rural America, there is not even a network to connect to, right? There's not even a broadband network if you had the money to connect to, but also deal with the problem, which is frankly much bigger, if people can't afford broadband because it's too expensive.”

As the new administration comes in, all eyes will be on how the relationship between Silicon Valley and Washington unfolds.

XS
SM
MD
LG