ສະຫະລັດໂຈະການໃຫ້ຄວາມຊ່ວຍເຫຼືອດ້ານຄວາມປອດໄພແກ່ກອງທັບປາກິສຖານ
ຈົນກວ່າວ່າປະເທດດັ່ງກ່າວ “ເອົາບາດກ້າວຢ່າງເດັດຂາດ” ຕໍ່ພວກກໍ່ການຮ້າຍຕາລີບານໃນອັຟການິສຖານ ແລະຕາໜ່າງຮັກການີ.
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງແຮເຕີ ນາວເອີດສ໌ ກ່າວ ກ່ຽວກັບ
ການໂຈະ ການໃຫ້ຄວາມຊ່ວຍເຫຼືອໃນວັນພະຫັດວານນີ້ວ່າ “ພວກເຮົາຖືວ່າ ພວກເຂົາ
ເຈົ້າຢາກເຮັດໃຫ້ຂົງເຂດ ບໍ່ມີສະຖຽນລະພາບ ແລະຍັງແນເປົ້າໝາຍ ໃສ່ພະນັກງານສະ
ຫະລັດ."
ທ່ານນາງບໍ່ໄດ້ໃຫ້ລາຍລະອຽດທີ່ເຈາະຈົງວ່າ ການຊ່ວຍເຫຼືອຢ່າງໃດຈະໄດ້ຮັບຜົນກະ
ທົບ ແລະໃນຈຳນວນຫລາຍເທົ່າໃດ.
ການຄາດຄະເນກ່ຽວກັບວ່າສະຫະລັດຈະດຳເນີນການຫຍັງແດ່ ໄດ້ສ້າງຄວາມບໍ່ແນ່
ນອນຢ່າງຫລວງຫລາຍແລະຄວາມກັງວົນໃຈໃນປາກິສຖານ ຫລັງຈາກການ ຂຽນຂໍ້
ຄວາມລົງໃນ Twitter ຂອງປະທານາທິບໍດີ ດໍໂນລ ທຣໍາ ໃນວັນຂຶ້ນປີໃໝ່.
ທ່ານໄດ້ຂົ່ມຂູ່ທີ່ຈະຕັດການໃຫ້ເງິນຊ່ວຍເຫຼືອແກ່ປາກິສຖານໂດຍກ່າວຫາປາກິສຖານ
ວ່າ ໃຫ້ບ່ອນຫລົບລີ້ແກ່ພວກກໍ່ການຮ້າຍແລະຫລອກລໍ້ຕໍ່ບັນດາຜູ້ນຳສະຫະລັດ.
ອິສລາມາບັດ ໄດ້ປະນາມການໃຫ້ຄວາມເຫັນນັ້ນວ່າ “ເປັນຄວາມບໍ່ເຂົ້າໃຈທັງໝົດ”
ແລະໄດ້ກ່າວຢ້ຳ ໃນຄຳໝັ້ນສັນຍາທີ່ຈະເຮັດວຽກກັບ ວໍຊິງຕັນ ເພື່ອຕໍ່ສູ້ກັບການກໍ່ການ
ຮ້າຍ ແລະເຮັດໃຫ້ອັຟການິສຖານມີສະຖຽນລະພາບ. ບັນດາຜູ້ນຳປາກິສຖານກ່າວເນັ້ນ
ວ່າ ສະຫະລັດ ກຳລັງເອົາປະເທດທັງສອງມາເປັນແພະຮັບບາດຕໍ່ຄວາມ “ລົ້ມແຫລວ”
ໃນອັຟການິສຖານຂອງເຂົາເຈົ້າ.
ການສົ່ງຂໍ້ຄວາມທາງ Twitter ຂອງປະທານາທິບໍດີທຣໍາ ໄດ້ເຮັດໃຫ້ເກີດສົງຄາມຄວາມ
ເວົ້າ ທີ່ພາໃຫ້ມີຄວາມເປັນຫ່ວງກ່ຽວກັບການແຕກຫັກລົງໃນຄວາມສຳພັນປະຫວັດສາດ
ທີ່ບອບບາງ ແລະຫວ່າງສະຫະລັດ ແລະປາກິສ ຖານ.
ເອກອັກຄະລັດຖະທູດປາກິສຖານປະຈຳນະຄອນຫລວງວໍຊິງຕັນ ທ່ານແອຊາສອາມາດ ຈາວດຣີ ກ່າວຕໍ່ວີໂອເອວ່າ ທັງສອງປະເທດຄວນພະຍາຍາມຮັກສາ ຄວາມສຳພັນຊຶ່ງກັນ
ແລະກັນໄວ້ ແລະຫລີກລ່ຽງບາດກ້າວ ທີ່ຈະສ້າງຄວາມເຄັ່ງຕຶງ ແລະເຮັດໃຫ້ຂົງເຂດບໍ່ມີ
ສະຖຽນລະພາບ.
ທ່ານຈາວດຣີ ກ່າວວ່າ “ພວກເຮົາບໍ່ຄວນຢູ່ທິດທາງປະທະກັນ. ນັ້ນແມ່ນຈຸດທີ່ພວກເຮົາຕ້ອງການທີ່ຈະເຮັດ ເພາະວ່າ ຂ້າພະເຈົ້າຄິດວ່າ ຖ້າຫາກພວກເຮົາເຄື່ອນຍ້າຍໄປສູ່ທິດ
ທາງດັ່ງກ່າວ ປະເທດທັງສອງກໍຈະເຫີນຫ່າງອອກຈາກກັນ ແລະຂ້າພະເຈົ້າບໍ່ຄິດວ່າ ມັນນອນຢູ່ໃນຜົນປະໂຫຍດຂອງປະເທດໃດນຶ່ງທີ່ຈະໃຫ້ຄວາມສຳພັນເຫີນຫ່າງອອກໄປ. ຂ້າ
ພະເຈົ້າຄິດວ່າ ພວກເຮົາຕ້ອງຊອກຫາທາງ ສ້າງຊ່ອງທາງຕື່ມຂື້ນເພື່ອສ້າງຄວາມໄວ້ເນື້ອ
ເຊື່ອໃຈຊຶ່ງກັນແລະກັນ. ນັ້ນແມ່ນທິດທາງທີ່ພວກເຮົາຄິດ ທີ່ພວກເຮົາຄວນຈະໄປ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກີດ