ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ.ໂອບາມາ ກ່າວປ້ອງກັນ ການເກັບກໍາ ຂໍ້ມູນລັບ ຂອງ ລັດຖະບານ (ວີດີໂອ)


ໜັງສືພິມ Guardian ລາຍງານໃນວັນສຸກວານນີ້ວ່າ ປະທານາທິ
ບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ມີຄຳສັ່ງໄປຍັງພະແນກ
ການຕ່າງໆ ຂອງລັດຖະບານ ໃຫ້ກະກຽມ ການປະຕິບັດງານໃນ ການເຮັດສົງຄາມ ທາງອິນເຕີແນັດ ຮວມທັງ ຮ່າງບັນຊີລາຍຊື່ ທີ່ ອາດຈະໃຊ້ເປັນເປົ້າໝາຍ ໃນການໂຈມຕີທາງອິນເຕີແນັດຂອງ
ສະຫະລັດ ຢູ່ໃນຕ່າງປະເທດ.

ນີ້ແມ່ນ ເອກກະສານລັບ ທາງດ້ານຄວາມປອດໄພ ສະບັບທີ 3
ຂອງສະຫະລັດ ທີ່ພິມເຜີຍແຜ່ ໂດຍໜັງສືພິມ Guardian ພາຍ
ໃນໄລຍະ 48 ຊົ່ວໂມງ. ການຮົ່ວໄຫລຂອງຂ່າວນີ້ແມ່ນມີຂຶ້ນໃນ
ເວລາທີ່ມີຄວາມຫຼໍ່ແຫຼມສຳຄັນເປັນພິເສດ ຂະນະທີ່ທ່ານໂອບາມາກະກຽມທີ່ຈະປະເຊີນ
ໜ້າກັບປະທານປະເທດຈີນ ທ່ານ Xi Jinping ຢູ່ທີ່ກອງປະຊຸມສຸດຍອດ ໃນລັດຄາລີຟໍ ເນຍ ໃນມື້ວັນສຸກວານນີ້ ກ່ຽວກັບການກ່າວຫາ ທີ່ວ່າ ຈີນໄດ້ທຳການໂຈມຕີທາງອິນເຕີ ແນັດຕໍ່ເປົ້າ ໝາຍຕ່າງໆຂອງປະເທດຕາເວັນຕົກ.

ໃນມື້ວັນພະຫັດແລ້ວ ໜັງສືພິມ Guardian ກໍລາຍງານວ່າ ອົງການປ້ອງກັນຄວາມໝັ້ນ
ຄົງແຫ່ງຊາດ ຫຼື NSA ໄດ້ເກັບກຳເອົາບັນທຶກໂທລະສັບ ຂອງຊາວອາເມຣິກັນຫລາຍໆ ລ້ານຄົນ.

ຕໍ່ມາ ໜັງສືພິມ Guardian ພ້ອມກັບໜັງສືພິມ Washington Post ຕ່າງກໍໄດ້ລາຍງານ ກ່ຽວກັບໂຄງການລັບ ທີ່ຮູ້ກັນໃນຊື່ Prism ທີ່ອະນຸຍາດໃຫ້ອົງການ NSA ແລະອົງການ ສັນຕິບານກາງ FBI ສາມາດເຂົ້າໄປກວດກາໄດ້ໂດຍກົງເບິ່ງຕາໜ່າງຂອງບໍລິສັດອິນເຕີ ແນັດທີ່ສຳຄັນໆ 9 ບໍລິສັດ.

ໃນຕອນເຊົ້າຂອງມື້ວານນີ້ ປະທານາທິບໍດີໂອບາມາກໍໄດ້ກ່າວປ້ອງກັນໂຄງການຕ່າງໆ ທີ່ອະນຸຍາດໃຫ້ອົງການສືບລັບເຂົ້າໄປເກັບກຳຂໍ້ມູນກ່ຽວກັບບັນທຶກໂທລະສັບແລະກວດ ກາເບິ່ງຕາໜ່າງຂອງບໍລິສັດທີ່ໃຫ້ບໍລິການທາງອິນເຕີແນັດທີ່ສຳຄັນໆ.

ໃນລະຫວ່າງການປະກົດໂຕຢູ່ທີ່ລັດຄາລີຟໍເນຍ ທ່ານໂອບາມາເວົ້າວ່າ ນັບແຕ່ປີ 2006 ເປັນຕົ້ນມາ ລັດຖະສະພາສະຫະລັດໄດ້ໃຫ້ການອະນຸມັດຕໍ່ໂຄງການເຫຼົ່ານີ້ຕື່ມອີກໂດຍ ໄດ້ຮັບການສະໜັບສະໜຸນຢ່າງກວ້າງຂວາງຈາກທັງສອງພັກການເມືອງ. ນອກນັ້ນທ່ານ ຍັງເວົ້າວ່າ ມັນມີຄວາມສຳຄັນເປັນພິເສດໃນການປ້ອງກັນການກໍ່ການຮ້າຍ.

ນີ້ແມ່ນການໃຫ້ຄວາມເຫັນ ຢ່າງເປັນການເປີດເຜີຍເທື່ອທຳອິດ ຂອງທ່ານໂອບາມາກ່ຽວ ກັບເລື່ອງດັ່ງກ່າວ. ການເປີດເຜີຍທີ່ວ່ານີ້ ແມ່ນຖືກຕຳໜິຕິຕຽນຢ່າງໜັກ ຈາກກຸ່ມສັງຄົມ ພົນລະເຮືອນແລະບັນດາສະມາຊິກສະພາ ທີ່ຄັດຄ້ານຕໍ່ການໃຊ້ອຳນາດ ໃນຂອບເຂດທີ່ ກວ້າງຂວາງຂອງລັດຖະບານເພື່ອຕິດຕາມສິ້ງຊອມຫຼັງຈາກການໂຈມຕີສະຫະລັດໃນວັນ
ທີ 11 ກັນຍາ.

ແຕ່ແນວໃດກໍຕາມທ່ານໂອບາມາເວົ້າວ່າ ໄດ້ມີການລາຍງານໃຫ້ລັດຖະສະພາຊາບໂດຍ ລະອຽດນັບແຕ່ໂຄງການເຫຼົ່ານີ້ໄດ້ເລີ້ມຂຶ້ນແລະພວມຊອກຫາຊ່ອງທາງທີ່ຈະໃຫ້ການຄໍ້າ ປະກັນຕໍ່ຊາວອາເມຣິກັນ ກ່ຽວກັບຄວາມລັບສ່ວນໂຕ ໃນການໂທລະສັບຂອງພວກເຂົາ
ເຈົ້າ.

ທ່ານເວົ້າວ່າ ລັດຖະບານມີແຕ່ເກັບກຳຂໍ້ມູນ ກ່ຽວກັບເບີໂທລະສັບ ແລະໄລຍະເວລາໃນ ການໂອ້ລົມກັນທໍ່ນັ້ນ ບໍ່ແມ່ນເນື້ອໄນຂອງການໂອ້ລົມ.

ປະທານາທິບໍດີໂອບາມາເວົ້າວ່າ “ບໍ່ມີຜູ້ໃດຟັງໂທລະສັບຂອງພວກທ່ານ. ນັ້ນບໍ່ແມ່ນ ຈຸດປະສົງຂອງໂຄງການນີ້.”

ທ່ານໂອບາມາເວົ້າວ່າຖ້າສະມາຊິກສະພາ ແລະປະຊາຊົນອາເມຣິກັນຫາກມີຄວາມເປັນ ຫ່ວງກັງວົນກ່ຽວກັບການຕິດຕາມສິ້ງຊອມນີ້ແລ້ວ ທ່ານກໍເຕັມໃຈທີ່ຈະອະພິປາຍເພື່ອຊັ່ງ ຊາຕີລາຄາເບິ່ງຄວາມໝັ້ນຄົງແຫ່ງຊາດແລະຄວາມວິຕົກກັງວົນສ່ວນໂຕ. ແຕ່ທ່ານກໍເວົ້າ ວ່າ ຊາວອາເມຣິກັນຕ້ອງໄດ້ທຳການເລືອກທີ່ສຳຄັນ.

ນອກນັ້ນ ທ່ານຍັງເວົ້າວ່າ ໂຄງການຕິດຕາມສິ້ງຊອມ ທາງອິນເຕີແນັດ ທີ່ຮູ້ໃນຊື່ Prism
ນັ້ນແມ່ນບໍ່ໄດ້ມີການນຳໃຊ້ກັບພົນລະເມືອງຊາວອາເມຣິກັນຫຼືຜູ້ຄົນທີ່ອາໄສຢູ່ໃນສະຫະ ລັດໂດຍທີ່ບໍ່ໄດ້ຮັບອະນຸຍາດ ຈາກສານພິເສດດ້ານຄວາມໝັ້ນຄົງແຫ່ງຊາດ.
XS
SM
MD
LG