ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ ສະ​ຫະ​ລັດ ຄັດ​ຄ້ານ​ພັກ​ຣີ​ພັບ​ບ​ລີ​ກັນ ໃນ​ຄວາມ​ຂັດ​ແຍ້ງ ກ່ຽວ​ກັບ ແຜນ​ທີ່​ເຂດ​ເລືອກ​ຕັ້ງ​ຢູ່​ລັດ ຄາ​ໂຣ​ໄລ​ນາ​ເໜືອ


ຕຶກ​ສານ​ສູງ​ສຸດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 30 ກັນ​ຍາ 2022.
ຕຶກ​ສານ​ສູງ​ສຸດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 30 ກັນ​ຍາ 2022.

ສານ​ສູງ​ສຸດ​ ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້​ໄດ້​ຕັດ​ສິນ​ຄັດ​ຄ້ານ​ການ​ພະ​ຍາ​ຍາມ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ພັກ​ຣີ​ພັບ​ບ​ລີ​ກັນ​ຈາກ​ລັດ ຄາ​ໂຣ​ໄລ​ນາ​ເໜືອ ທີ່​ຈະ​ຂະ​ຫຍາຍ​ອຳ​ນາດ​ຂອງ​ນັກ​ການ​ເມືອງ​ລະ​ດັບ​ລັດ ກ່ຽວ​ກັບ ການ​ເລືອກ​ຕັ້ງ​ລັດ​ຖະ​ບານ​ກາງ​ດ້ວຍ​ການ​ຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ສານ​ປະ​ຈຳ​ລັດ ເພື່ອ​ທົບ​ທວນ​ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຕັດ​ສິນ​ດ້ວຍ​ຄວາມ​ໝາຍ​ທີ່​ສຳ​ຄັນ​ສຳ​ລັບ​ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ ອາ​ເມ​ຣິ​ກາ.

ການ​ຕັດ​ສິນ​ດັ່ງ​ກ່າວ​ໄດ້​ສະ​ໜ​ບັ​ສະ​ໜູນ​ການ​ຕັດ​ສິນ​ເມື່ອ​ປີ 2022 ໂດຍ​ສານ​ສູງ​ສຸດ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ, ໃນ​ຂະ​ນະ​ທີ່​ບັ​ນ​ດາ​ຜູ້​ພິ​ພາ​ສາ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຮັບ​ເອົາ​ທິດ​ສະ​ດີ​ກົດ​ໝາຍ​ທີ່​ຄັ້ງ​ນຶ່ງບໍ່​ສຳ​ຄັນ​ທີ່​ເອີ້ນ​ວ່າຄຳ​ສອນ “ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ລັດ​ເອ​ກະ​ລາດ” ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ພວກ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ທີ່​ຈະ​ປົດ​ທຸກໆ​ບົດ​ບາດ​ຂອງ​ສານ​ລັດ ແລະ ລັດ​ຖະ​ທຳ​ມະ​ນູນ​ລັດ​ໃນ​ການ​ອອກ​ກົດ​ລະ​ບຽບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ລັດ​ຖ​ະ​ສະ​ພາ.

ທິດ​ສະ​ດີ​ກົດ​ໝາຍ​ດັ່ງ​ກ່າວ​ແມ່ນ​ໄດ້​ອີງ​ສ່ວນ​ນຶ່ງ​ໃສ່​ຄຳ​ເວົ້າ​ຂອງ​ລັດ​ຖະ​ທຳ​ມະ​ນູນ ສະ​ຫະ​ລັດ ທີ່​ວ່າ “ເວ​ລາ, ສະ​ຖານ​ທີ່ ແລະ ລັກ​ສະ​ນະ” ຂອງ​ການ​ເລືອກ​ຕັ້ງ​ລັດ​ຖະ​ບານ​ກາງ “ຄວນ​ຖືກ​ກຳ​ນົດ​ໃນ​ແຕ່​ລະ​ລັດ​ດ້ວຍ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ຂອງ​ມັນ.”

ຄຳ​ວ່າ Gerrymandering ແມ່ນ​ການ​ປະ​ຕິ​ບັດ​ທີ່​ປະ​ກອບ​ມີ​ການ​ກຳ​ນົດ​ເຂດ​ການ​ເລືອກ​ຕັ້ງ​ເພື່ອບໍ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຜູ້​ລົງ​ຄະ​ແນນ​ສຽງ​ຈຳ​ນວນ​ນຶ່ງ ແລະ ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ຄົນ​ອື່ນ. ໃນ​ກໍ​ລະ​ນີນີ້, ພ​ວກ​ນັກ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ກຳ​ນົດ​ເຂດ​ການ​ເລືອກ​ຕັ້ງ​ດ້ວຍ​ຕົນ​ເອງ​ເພື່ອບໍ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ອຳ​ນາດ​ການ​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG