ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ສະຫະລັດ ຮັບຟັງ ການໂຕ້ຖຽງ ກ່ຽວກັບສິດທິ ໃນການແຕ່ງງານ ຄົນເພດດຽວກັນ


US Supreme Court Considers Landmark Gay Marriage Case
please wait

No media source currently available

0:00 0:02:09 0:00

ສານ​ສູງ​ສຸດ ກຳລັງ​ທຳ​ການ​ໂຕ້​ຖຽງກັນ ທີ່ ນະຄອນຫລວງ ວໍ​ຊິງ​
ຕັນ ກ່ຽວ​ກັບ​ວ່າ ຄູ່​ຮັກຮ່ວມເພງຜູ້ຍິງແລະ​ຜູ້​ຊາຍ ມີ​ສິດ​ທິຕາມ​
ກົດໝາຍ​ລັດຖະທຳມະນູນຫຼືບໍ່ ທີ່ຈະແຕ່ງງານ​ກັນ ຢູ່ໃນສະຫະ
ລັດ ໂດຍທີ່ຄຳ​ຖາມໃນຂັ້ນຕົ້ນ ສະ​ແດງ​ໃຫ້​ເຫັນວ່າເລື້ອງດັ່ງ
ກ່າວໄດ້ມີການແບ່ງ​ແຍກກັນຕາມ​ເສັ້ນສາຍ​ທີ່ເຄີຍເຫັນມານັ້ນ
ກໍຄື ລະຫວ່າງພວກນິຍົມແນວທາງເດີມ ​ແລະ​ພວກເສລີນິຍົມ.

ບັນດາ​ນັກ​ເຄຶ່ຶອນ​ໄຫວຫລາຍ​ຮ້ອຍ​ຄົນ​ ທີ່ພາກັນ​ສະໜັບສະໜູນ
​ແລະຄັດ​ຄ້ານ​ຕໍ່ການ​ແຕ່ງງານ​ເພດ​ດຽວ​ກັນ ​ເຕົ້າ​ໂຮມ​ກັນ​ຢູ່​ນອກ​
ສານ ລ່ວງ​ໜ້າກ່ອນການ​ຮັບ​ຟັງຄຳໃຫ້ການ. ການ​ແຕ່ງງານ​ຂອງ
ຄົນເພດ​ດຽວ​ກັນ ແມ່ນ​ຖືກຕ້ອງ​ກົດໝາຍຢູ່​ໃນ 37 ລັດ ຂອງ​ທັງ​
ໝົດ 50 ລັດ ​ຂອງສະຫະລັດ ​ແຕ່​ສານສູງສຸດ ສາມາດ​ເຮັດ​ໃຫ້ການແຕ່ງງານດັ່ງກ່າວຖືກ
ຕ້ອງ​ຕາມ​ກົດໝາຍໄດ້ ຢູ່ໃນທົ່ວ​ປະ​ເທດ ຫລື ປ່ອຍ​ໃຫ້​ແຕ່​ລະ​ລັດ ຕັດສິນໃຈເອົາ​ເອງ.

ບັນດາ​ນັກ​ເຄຶ່ອນ​ໄຫວ​ຮັກຮ່ວມເພດ ​ໄດ້ກາງ​ທຸງ​ທີ່​ມີ​ຫລາຍສີ ຄືສີ​ຮຸ້ງ​ກິນ​ນໍ້າ ອັນ​ເປັນ​ສັນ
ຍາລັກໃນການ​ເຄື່ອນ​ໄຫວ​ຂອງ​ເຂົາ​ເຈົ້າ ຊຶ່ງຜູ້​ນຶ່ງ​ຖື​ປ້າຍ​ກ່າວ​ວ່າ “ການ​ແຕ່ງງານ​ເປັນ​ສິດ
ທິ​ຕາມກົດໝາຍລັດຖະທຳມະນູນຂອງ​ພວກ​ເຮົາ.” ສ່ວນພວກ​ຝ່າຍ​ຄ້ານ ຕໍ່ການ​ແຕ່ງງານ
​ເພດ​ດຽວ​ກັນກໍພາກັນ​ຖື​ປ້າຍຮ້ອງ​ການແຕ່ງງານຂອງ ຄົນເພດດຽກັນວ່າ “ບາບ” ​ແລະ​ອະທິບາຍ​ວ່າ​ພວກ​ຮັກຮ່ວມເພດ​ເປັນ “​ທີ່ກຽດ​ຊັງ​ຕໍ່​ພະ​ເຈົ້າ.”

XS
SM
MD
LG