ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານສູງສຸດ ຕັດສິນ ໃຫ້ຊ່າງເຮັດເຄັກ ຊະນະ ຄະດີ ເຄັກແຕ່ງງານ ຂອງພວກ ຮັກຮ່ວມເພດ


Supreme Court Ruling Supports Religious Freedom
please wait

No media source currently available

0:00 0:02:19 0:00

ໃນຄະດີທີ່ມີການຕິດຕາມຢ່າງໃກ້ຊິດ ທີ່ເຮັດໃຫ້ສິດຂອງພວກກະເທີຍ ສູ້ກັບສິດ
ເສລິພາບທາງດ້ານສາສະໜາ, ສານສູງສຸດຂອງສະຫະລັດ ໃນວັນຈັນວານນີ້ ໄດ້ຕັດ
ສິນ ດ້ວຍຄະ ແນນສຽງທີ່ໃກ້ຄຽງກັນ ເຫັນພ້ອມກັບຊ່າງເຮັດຂະໜົມເຄັກໃນລັດ
ໂຄໂລຣາໂດ ຜູ້ທີ່ປະຕິ ເສດ ຍ້ອນພື້ນຖານທາງສາສະໜາຂອງລາວ ບໍ່ເຮັດຂະໜົມ
ເຄັກໃຫ້ຄູ່ແຕ່ງງານຄົນເພດດຽວກັນ ເມື່ອ 6 ປີກ່ອນນັ້ນ.

ຜູ້ພິພາກສາ ໄດ້ລົງຄະແນນສຽງ 7 ຕໍ່ 2 ວ່າ ຄະນະກຳມາທິການສິດທິພົນລະເມືອງ
ລັດໂຄໂລຣາໂດ ລົງຄວາມເຫັນວ່າ ມັນໄດ້ລະເມີດຕໍ່ສິດ ຂອງຊ່າງເຮັດເຄັກ ທ້າວແຈັກ
ຟີລິບສ໌ ພາຍໃຕ້ກົດລະບຽບຂອງບົດເພີ້ມຕື່ມລັດຖະທຳມະນູນຂໍ້ທີ 1 ໃນການຊົມໃຊ້
ສິດທິໃນການນັບຖືສາສະໜາ ເວລາທີ່ຖືກສັ່ງໃຫ້ເຮັດຂະໜົມເຄັກໃຫ້ຄູ່ແຕ່ງງານຄົນ
ເພດດຽວກັນ ເຖິງແມ່ນວ່າ ການຄັດຄ້ານທາງສາສະໜາຂອງລາວ ຕໍ່ການແຕ່ງງານ
ເພດດຽວກັນ ກໍຕາມ.

ເຖິງແມ່ນວ່າ ທ້າວ ຟີລິບສ໌ ໄດ້ຊະນະ ແຕ່ການຕັດສິນດັ່ງກ່າວແມ່ນມີຄະແນນສຽງ
ໃກ້ຄຽງກັນ ໂດຍທີ່ຜູູ້ພິພາກສາ ໄດ້ປະໄວ້ທາງຂ້າງ ກ່ຽວກັບຄຳຖາມ ໃນລັດຖະທຳມະນູນ
ທີ່ກ້ວາງອອກໄປ ທີ່ວ່າ ທຸລະກິດສ່ວນຕົວສາມາດທີ່ຈະປະຕິເສດຕໍ່ການໃຫ້ບໍລິການ
ຕໍ່ພວກຮັກຮ່ວມເພດໄດ້ຫລືບໍ່, ຊຶ່ງໄດ້ມີຈຳນວນເພີ່ມຂຶ້ນນັບມື້ ໃນຮອບຫຼາຍໆປີທີ່ຜ່ານມານີ້.

ຊ່າງເຮັດເຄັກ ທ້າວແຈັກ ຟີລິບສ໌ (Masterpiece Cake), ກ່າວໃນການໂຮມຊຸມນຸມ ໃນມະຫາວິທະຍາໄລຄຣິສຕຽນ ໃນເມືອງເລັກວູດ ລັດໂຄໂລຣາໂດ, 8 ພະຈິກ 2017.
ຊ່າງເຮັດເຄັກ ທ້າວແຈັກ ຟີລິບສ໌ (Masterpiece Cake), ກ່າວໃນການໂຮມຊຸມນຸມ ໃນມະຫາວິທະຍາໄລຄຣິສຕຽນ ໃນເມືອງເລັກວູດ ລັດໂຄໂລຣາໂດ, 8 ພະຈິກ 2017.

“ສານໄດ້ຂຽນກ່ຽວກັບຄວາມຄິດເຫັນທີ່ແຄບໆ ມັນສາມາດຂຽນແລະຜົນຍັງອອກມາ
ເຂົ້າຂ້າງຊ່າງເຮັດຂະໜົມຢູ່ດີ,”
ນັ້ນຄືຄຳເວົ້າຂອງທ່ານນາງ ຊູແຊນ ບລອກຈ໌ ອາຈານສອນລັດຖະທຳມະນູນ ທີ່ສູນກາງກົດໝາຍທີ່ມະຫາວິທະຍາໄລຈອຣ໌ຈທາວນ໌ ແລະທ່ານນາງຍັງໄດ້ກ່າວຕໍ່ໄປວ່າ “ຍ້ອນມັນຂຽນ ໃນແບບສະແດງຄວາມຄິດເຫັນທີ່
ແຄບໆ ແລະໄດ້ພະຍາຍາມຕັດ ສິນໃຈໃຫ້ຄະດີດັ່ງກ່າວແຄບທີ່ສຸດ ເທົ່າທີ່ຈະເຮັດໄດ້, ຂ້າພະເຈົ້າຄິດວ່າ ມັນໄດ້ຈັດຂຶ້ນໃຫ້ສຳຄັນ ທີ່ບໍ່ເຄີຍມີມາກ່ອນ ທີ່ວ່າພວກຜູ້ຄົນຢ້ານ
ກົວວ່າມັນອາດເປັນໄດ້ນັ້ນ.”
ຄະດີທີ່ວ່ານີ້ ແມ່ນມີຂຶ້ນຢ້ອນຫຼັງໄປໃນປີ 2012 ເວລາ
ທ້າວຊາຣ໌ລີ ເຄຣກ ແລະທ້າວເດວິດ ມູລລິນສ໌ ໄດ້ໄປຍັງຮ້ານເຮັດຂະໜົມເຄັກມາສເຕີ ໃນເມືອງເລັກວູດ ລັດໂຄໂລຣາໂດ ເພື່ອສັ່ງເຄັກແບບສ່ວນຕົວ ໃນວັນແຕ່ງງານຂອງ
ພວກເຂົາເຈົ້າ.

ທ້າວຟີລິບສ໌ ແມ່ນເປັນຜູ້ນັບຖືສາສະໜາຄຣິດ ຢ່າງເຄັ່ງຄັດ ໄດ້ປະຕິເສດ ແລະກ່າວວ່າ ການທີ່ເຮັດເຄັກນີ້ແມ່ນຈະເທົ່າກັບເປັນການເຂົ້າຮ່ວມໃນພິທີທາງສາສະໜາທີ່ຂັດກັບ
ຄວາມເຊື່ອຂອງລາວ.

ຄູ່ແຕ່ງງານດັ່ງກ່າວ ໄດ້ຮ້ອງຮຽນຕໍ່ຄະນະກຳມາທິການສິດທິພົນລະເມືອງລັດໂຄໂລ
ຣາໂດ ແລະຕໍ່ມາ ກໍໄດ້ຟ້ອງຮ້ອງທ້າວຟີລິບສ໌. ຄະນະກຳມາທິການດັ່ງກ່າວ ແລະສານ
ຂອງລັດໄດ້ພົບເຫັນວ່າ ທ້າວຟີລິບສ໌ ໄດ້ລະເມີດກົດໝາຍການຈຳແນກກີດກັນຂອງ
ລັດໂຄໂລຣາໂດ. ລັດໂຄໂລຣາໂດ ແມ່ນ 1 ໃນ 22 ລັດ ທີ່ເກືອດຫ້າມການຈຳແນກ
ກີດກັນຍ້ອນພື້ນ ຖານທາງເພດ.

ທ້າວຟີລິບສ໌ ໄດ້ຂໍອຸທອນການຕັດສິນດັ່ງກ່າວ ຕໍ່ສານສູງສຸດ ໂດຍໂຕ້ຖຽງວ່າ ກົດໝາຍການເກືອດຫ້າມການຈຳແນກກີດກັນ ຍ້ອນພື້ນຖານທາງເພດ ໄດ້ລະເມີດ ສິດເສລິພາບຂອງການນັບຖືສາສະໜາ ແລະການສະແດງອອກຂອງລາວ ຊຶ່ງທັງ
ສອງຂໍ້ນີ້ ໄດ້ຮັບການປົກປ້ອງພາຍໃຕ້ບົດເພີ້ມເຕີມຂໍ້ທີ 1 ຂອງລັດຖະທຳມະນູນ
ສະຫະລັດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ້າວຊາຣ໌ລີ ເຄຣກ (Charlie Craig) ແລະທ້າວ ເດວິດ ມູລລິນສ໌ (David Mullins), ຜູ້ທີ່ສັ່ງໃຫ້ຮ້ານເຮັດເຄັກ ຂອງທ້າວຟິລິບສ໌ ເຮັດເຄັກແຕ່ງງານໃຫ້ ໃນບ້ານເກີດຂອງພວກກ່ຽວທີ່ລັດໂຄໂລຣາໂດ..
ທ້າວຊາຣ໌ລີ ເຄຣກ (Charlie Craig) ແລະທ້າວ ເດວິດ ມູລລິນສ໌ (David Mullins), ຜູ້ທີ່ສັ່ງໃຫ້ຮ້ານເຮັດເຄັກ ຂອງທ້າວຟິລິບສ໌ ເຮັດເຄັກແຕ່ງງານໃຫ້ ໃນບ້ານເກີດຂອງພວກກ່ຽວທີ່ລັດໂຄໂລຣາໂດ..

XS
SM
MD
LG