ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານສູງສຸດ ສະຫະລັດ ເປີດທາງ ໃຫ້ສືບຕໍ່ປະຕິບັດ ໂທດປະຫານຊີວິດ


ພາບທີ່ຖືກເປີດໂດຍກົມຄວບຄຸມນັກໂທດໃນວັນທີ 10 ພະຈິກ 2016 ສະແດງໃຫ້ເຫັນຫ້ອງປະຫານຊີວິດຢູ່ຄຸກປະຈຳລັດ ອີລາຍ, ໃນເມືອງ ອີລາຍ, ລັດ ເນວາດາ.
ພາບທີ່ຖືກເປີດໂດຍກົມຄວບຄຸມນັກໂທດໃນວັນທີ 10 ພະຈິກ 2016 ສະແດງໃຫ້ເຫັນຫ້ອງປະຫານຊີວິດຢູ່ຄຸກປະຈຳລັດ ອີລາຍ, ໃນເມືອງ ອີລາຍ, ລັດ ເນວາດາ.

ສານສູງສຸດ ສະຫະລັດ ໃນວັນຈັນວານນີ້ ໄດ້ປະຕິເສດການຕໍ່ການທ້າທາຍທາງກົດໝາຍຕໍ່ລະບຽບ ການສັກຢາ ສຳລັບການປະຫານຊີວິດພາຍໃຕ້ກົດໝາຍລັດຖະບານກາງສະບັບໃໝ່ ເພື່ອແຜ້ວທາງ ໃຫ້ລັດຖະບານທ່ານ ທຣຳ ເລີ້ມການປະຫານຊີວິດພວກນັກໂທດລັດຖະບານກາງທີ່ລໍຖ້າເປັນເທື່ອທຳອິດໃນຮອບເກືອບສອງທົດສະວັດ.

ສານສູງດັ່ງກ່າວໄດ້ເວົ້າວ່າ ເຂົາເຈົ້າຈະບໍ່ທົບທວນການຕັດສິນ ໂດຍສານອຸ ທອນລັດຖະບານກາງ ທີ່ໄດ້ໃຫ້ໄຟຂຽວຕໍ່ການປະຫານຊີວິດທີ່ຖືກວາງແຜນໄວ້ແລ້ວ ສຳລັບນັກໂທດປະຫານຊີວິດລັດຖະ ບານກາງ 4 ຄົນ.

ນັກໂທດດັ່ງກ່າວໄດ້ຄັດຄ້ານການປະຫານຊີວິດຂອງພວກເຂົາ, ໂດຍໂຕ້ຖຽງວ່າລະບຽບການສັກຢາປະຫານຊີວິດ ພາຍໃຕ້ກົດໝາຍລັດຖະບານກາງດັ່ງກ່າວ ຕ້ອງສອດຄ່ອງກັບມາດຕະຖານທີ່ຖືກໃຊ້ໃນລັດທີ່ພວກເຂົາຖືກຕັດສິນໂທດ.

ສານລັດຖະບານກາງໄດ້ເຫັນດີກັບພວກນັກໂທດນັ້ນ, ແຕ່ໃນເດືອນເມສາທີ່ຜ່ານມາ, ສານອຸທອນລັດຖະບານກາງສຳລັບນະຄອນຫຼວງ ວໍຊິງຕັນ ໄດ້ຕ່າວປີ້ນການຕັດສິນດັ່ງກ່າວ.

ຜູ້ພິພາກສາເສລີນິຍົມ ທ່ານນາງ ຣູທ໌ ເບເດີ ກິນສເບີກ ແລະ ທ່ານນາງ ໂຊເນຍ ໂຊໂຕມາຢໍ ໄດ້ກ່າວວ່າ ເຂົາເຈົ້າໜ້າຈະຟັງຄຳຄັດຄ້ານນັ້ນ.

ການຕັດສິນໃຈຂອງສານສູງນັ້ນໝາຍຄວາມວ່າ ນອກຈາກສານອີກແຫ່ງນຶ່ງຈະເຂົ້າມາກ້າວກ່າຍ, ພວກນັກໂທດທັງສີ່ຄົນ, ເຊິ່ງທັງໝົດຖືກຕັດສິນມີຄວາມຜິດ ສຳລັບການຄາດຕະກຳເດັກນ້ອຍນັ້ນ, ຈະຖືກປະຫານຊີວິດຢູ່ຄຸກລັດຖະບານກາງ ໃນເມືອງ ໂຮທ໌, ລັດ ອິນເດຍນາ, ເລີ່ມຕົ້ນໃນວັນທີ 13 ກໍລະກົດນີ້.

ນັກໂທດຄົນທຳອິດແມ່ນມີກຳນົດສຳລັບການປະຫານນັ້ນແມ່ນທ້າວ ແດນຽລ ລູວິສ໌ ລີ, ສະມາ ຊິກຂອງກຸ່ມຄົນຂາວເປັນຍອດໝູ່, ທີ່ຖືກຕັດສິນມີຄວາມຜິດ ໃນປີ 1999 ສຳລັບການຄາດຕະກຳ ຄອບຄົວທີ່ມີສະມາຊິກສາມຄົນ, ລວມທັງ ເດັກຍິງອາຍຸ 8 ປີ. ທ້າວ ລີ ແລະ ນັກໂທດອີກ 2 ຄົນຈະຖືກປະຫານຕາມ ຫຼັງກັນໃນວັນທີ 13, 15 ແລະ 17. ນັກໂທດຄົນທີ 4, ທ້າວ ຄີທ໌ ແນລສັນ, ແມ່ນມີກຳນົດສຳລັບການປະຫານຊີວິດໃນວັນທີ 28 ສິງຫາ.

ຖ້າການປະຫານຊີວິດດຳເນີນໄປໜ້າ, ພວກເຂົາຈະສິ້ນສຸດການເລື່ອນເວລາດົນ 17 ປີໃນການລົງ ໂທດປະຫານຊີວິດລັດຖະບານກາງ. ການປະຫານຊີວິດຂອງ ລັດຖະບານກາງຄັ້ງສຸດທ້າຍໃນ ສະ ຫະລັດ ໄດ້ດຳເນີນຂຶ້ນໃນປີ 2003, ເວລາ ທີ່ອະດີດທະຫານຜ່ານເສີກສົງຄາມອ່າວເປີດເຊຍ ທ່ານ ລູອິສ ໂຈນສ໌ ຈູເນຍ ໄດ້ຖືກ ປະຫານຊີວິດ ສຳລັບການລັກພາຕົວ ແລະ ຄາດຕະກຳທະຫານອາຍຸ 19 ປີ. ການປະຫານຊີວິດລັດຖະບານກາງໄດ້ຖືກໂຈະໄວ້ ພາຍໃຕ້ລັດຖະບານ ທ່ານ ບຸຊ໌ ແລະ ທ່ານ ໂອບາມາ ຈົນກວ່າລັດຖະມົນຕີຍຸຕິທຳ, ທ່ານ ວິລລຽມ ບາ, ເຊິ່ງ ແມ່ນຜູ້ສະໜັບສະໜູນຢ່າງກະຕືລືລົນສຳລັບການປະຫານຊີວິດນັ້ນ, ໄດ້ນຳມັນກັບມາໃຊ້ຄືນໃນລະດູຮ້ອນທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG