ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ ສະ​ໜັບ​ສະ​ໜູນ ການ​ຝຶກ​ອົບ​ຮົມ ດ້ານ​ເຕັກ​ໂນ​ໂລ​ຈີ ໃຫ້​ຊາວ​ໜຸ່ມ​ລາວ


ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ສ​ປ​ປ​ລາວ ທ່າ​ນ​ນາງ ຣີ​ນາ ບິດ​ເຕີ, ກາງ, ພ້ອມ​ກັບ​ຜູ​້​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ທັກ​ສະ​ດ້ານ​ເຕັກ​ໂນ​ໂລ​ຈີ ໃຫ້​ແກ່​ໄວ​ໜຸ່ມ.
ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ສ​ປ​ປ​ລາວ ທ່າ​ນ​ນາງ ຣີ​ນາ ບິດ​ເຕີ, ກາງ, ພ້ອມ​ກັບ​ຜູ​້​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ທັກ​ສະ​ດ້ານ​ເຕັກ​ໂນ​ໂລ​ຈີ ໃຫ້​ແກ່​ໄວ​ໜຸ່ມ.

ສະຫະລັດ ຮ່ວມກັບ ສູນບົ່ມທຸລະກິດ TOH-LAO ແລະ ບໍລິສັດເຕັກໂນໂລຈີ ຊັັ້ນນໍາ
ລວມທັງເຟສບຸກໄດ້ເປີດໂຄງການຝຶກອົບຮົມ AC STEM Lab ຢ່າງ ເປັນທາງການ
ເມື່ອວັນທີ 22 ສິງຫາຜ່ານມານີ້ ເຊິ່ງຈັດຂຶ້ນ ເພື່ອສ້າງແລະຂະ ຫຍາຍຈໍານວນບຸກຄະ
ລະກອນ ທີ່ມີທັກສະສູງ ສຳລັບຕອບສະໜອງໃຫ້ກັບການ ຈ້າງງານໃນຂະແໜງເຕັກ
ໂນໂລຈີ ໃນ ສປປ ລາວ.

AC STEM Lab ແມ່ນໂຄງການລິເລີ່ມເຊິ່ງມີໄລຍະການຮຽນການສອນເປັນ ເວລາ
ໜຶ່ງປີ ຢູ່ທີ່ສູນອາເມຣິກາທາດດໍາ.

ໂຄງການນີ້ແມ່ນໄດ້ໃຫ້ການຝຶກອົບຮົມໃຫ້ແກ່ບັນດາຜູ້ເຂົ້າຮ່ວມໃຫ້ມີທັກສະໃນ ການ
ສ້າງແອັບພລິເຄຊັນ ສຳລັບໄອໂຟນ ແລະ ລະບົບເອນດຣອຍ ການຂຽນ ໂປຣແກມ
ການອອກແບບເວັບໄຊ ແລະ ການພັດທະນາທຸລະກິດ ລວມໄປ ເຖິງການສ້າງຄວາມ
ຮັບຮູ້ ແລະ ກະກຽມຄວາມພ້ອມໃຫ້ພວກໄວໜຸ່ມໃນການ ມີສ່ວນຮ່ວມໃນຂົງເຂດວິທະ
ຍາສາດ ເຕັກໂນໂລຈີ ວິສະວະກຳສາດ ແລະ ຄະນິດສາດ (STEM) ໃນ ສປປ ລາວ.

ທ່ານເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ໄດ້
ເປັນເຈົ້າພາບເປີດງານ ເພື່ອຕ້ອນຮັບແຂກພິເສດຈາກເຟສບຸກປະ ເຂດເອເຊຍປາຊິ
ຟິກເຊິ່ງມີຫ້ອງການໃຫ່ຍທີ່ປະເທດສິງກະໂປ ພ້ອມທັງບັນດາ ຜູ້ນຳທາງດ້ານທຸລະກິດ
ແລະ ຜູ້ຕາງໜ້າຈາກບໍລິສັດເຕັກໂນໂລຈີຊັ້ນນຳ ໃນ ສປປ ລາວ. ທ່ານທູດຣີນາ ບິດເຕີ
ໄດ້ກ່າວວ່າ “ນີ້ແມ່ນການລິເລີ່ມໃນການ ລົງທຶນທີ່ສຳຄັນທີ່ສຸດ ໃຫ້ແກ່ບຸຸກຄະລະກອນ
ໃນ ສປປ ລາວ ນັ້ນກະຄືການ ສ້າງໄວໜຸ່ມ. ພວກເຮົາຫວັງວ່າການພັດທະນາໃນຂະ
ແໜງການວິທະຍາສາດ ເຕັກໂນໂລຈີ ວິສະວະກຳສາດ ແລະ ຄະນິດສາດ (STEM)
ແລະ ຍັງເປັນ ການ ຊ່ວຍເຂົ້າໃນການເລັ່ງການເຕີບໂຕໄລຍະກາງ ແລະ ໄລຍະຍາວ
ໃນ ເສດຖະກິດດິຈິຕອລຂອງລາວ.

ໂດຍການສະໜັບສະໜູນເງິນທຶນຈາກລັດຖະບານສະຫະລັດອາເມຮິກາ ໜຶ່ງ ໃນເປົ້າ
ໝາຍຫຼັກໆ ແມ່ນຊ່ວຍປິດຊ່ອງວ່າງຄວາມຕ້ອງການລະຫວ່າງຊັບພະ ຍາກອນມະນຸດ
ທີ່ມີພອນສະຫວັນ ໃນຂະແໜງການ (STEM) ໃນ ສປປ ລາວ ແລະ ເພີ່ມຈຳນວນບັນ
ດາບຸກຄະລາກອນທີ່ໄດ້ຮັບການຝຶກອົບຮົມ ຢູ່ ພາຍໃນປະເທດ. ທ່ານນາງສຸພາພອນ
ສວນນາວົງ ຜູ້ຈັດຕັ້ງປະຕິບັດໂຄງ ການ AC STEM Lab ແລະຜູ້ກໍ່ຕັ້ງສູນບົ່ມທຸລະ
ກິດ TOH-LAO ໄດ້ກ່າວ ວ່າ “ພາຍໃຕ້ໂຄງການ AC STEM Lab ພວກເຮົາມີຄວາມ
ຕ້ອງການຢາກ ສ້າງຈິດສຳນຶກໃຫ້ໄວໜຸ່ມກ່ຽວກັບຂົງເຂດ STEM. ທ່ານຍັງໄດ້ກ່າວ
ຕື່ມອີກວ່າ ພວກເຮົາຍັງຕ້ອງການດຶງດູດບັນດາບໍລິສັດສາກົນ ລະດັບແນວໜ້າເຂົ້າມາ
ທີ່ ສປປ ລາວ ທີ່ເຫັນຄຸນຄ່າ ແລະມີຄວາມຕ້ອງການບຸກຄະລາກອນ ທີ່ມີຄວາມ ສາ
ມາດ. ພ້ອມດຽວກັນຍັງຢາກໃຫ້ພວກເຂົາຮູ້ວ່າພວກເຮົາມີບຸກຄະລາກອນ ທີ່ຄົບຖ້ວນ
ແລະ ພ້ອມທີ່ຈະລົງມືປະຕິບັດ."

ໃນຊ່ວງພິທີການເປີດງານດັ່ງກ່າວ ທ່ານ Rafael Frankel ຫົວໜ້າຊີ້ນຳວຽກງານ
ທາງດ້ານນະໂຍບາຍຂອງເຟສບຸກປະຈຳຂົງເຂດເອເຊຍຕາເວັນອອກສຽງ ໃຕ້ ໄດ້
ເຫັນເຖິງຄວາມສຳຄັນຂອງໂຄງການ AC STEM Lab ແລະໃຫ້ຄຳ ໝັ້ນສັນຍາຈະ
ສົ່ງບັນດາຊ່ຽວຊານ ແລະ ຜູ້ຝຶກອົບຮົມເພື່ອປະກອບສ່ວນເຂົ້າ ໃນຊ່ວງການຮຽນພິ
ເສດ ສຳລັບໂຄງການດັ່ງກ່າວ ອີກດ້ວຍ. ທ່ານ Frankel ກ່າວວ່າ “Facebook ມີ
ຄວາມໝາຍໝັ້ນໃນການຊ່ວຍພັດທະນາທັກສະທາງ ດ້ານເຕັກນິກ ຢູ່ໃນຕະຫຼາດ
ຫຼັກທົ່ວອາຊີຕາເວັນອອກສຽງໃຕ້ ແລະພວກເຮົາ ກໍມີຄວາມພາກພູມໃຈ ກັບໂອກາດ
ອັນໃໝ່ນີ້ ທີ່ ສປປ ລາວ.

ບໍລິສັດນຳໜ້າທາງດ້ານເຕັກໂນໂລຈີໃນ ສປປ ລາວ ນັ້ນກໍຄືບໍລິສັດ Bizgital ແລະ
Lao IT Dev ຈະໄດ້ປະກອບສ່ວນເຂົ້າໃນການເປັນສ່ວນໜຶ່ງຂອງໂຄງ ການ AC
STEM Lab ເພື່ອສອນນັກຮຽນແບບບໍ່ເສຍຄ່າ ພ້ອມກັນນັ້ນຍັງມີ ບໍລິສັດ LOCA,
Datacom, Cyberia Co. Ltd, ແລະ KP Group ຍັງ ຈະສະເໜີການເຝິກງານ ທີ່
ໄດ້ຮັບຄ່າຈ້າງໃຫ້ແກ່ຜູ້ເຂົ້າຮ່ວມໂຄງການອີກດ້ວຍ.

ໂຄງການ AC STEM Lab ແມ່ນເປັນໂຄງການຫຼ້າສຸດ ທີ່ສະໜັບສະໜູນ ໂດຍລັດ
ຖະບານອາເມຣິກາເພື່ອເປັນການຊຸກຍູ້ການຂະຫຍາຍໂຕທາງດ້ານ ເສດຖະກິດດິຈິ
ຕອລໃນຂອບເຂດທົ່ວບັນດາປະເທດອາຊຽນ. ອາຊຽນແມ່ນເປັນ ພາກພື້ນທີ່ ມີການ
ເຕີບໂຕທາງດ້ານຜູ້ບໍລິໂພກອິນເຕີເນັດທີ່ໄວທີ່ສຸດໃນໂລກ ເຊິ່ງນັ້ນກໍ່ມາຈາກການ
ເພີ່ມຂຶ້ນໃນການນຳໃຊ້ໂທລະສັບມືຖື. ໃນໄລຍະຊຸມປີ 2006 ຫາ 2015 ທີ່ຜ່ານມາ,
ໂຕເລກຜູ້ຊົມໃຊ້ອິນເຕີແນັດເຄື່ອນໄຫວເພີ່ມ ຈາກ 198 ລ້ານຄົນມາເປັນ 784 ລ້ານ
ຄົນ. ການເຕີບໂຕທາງດ້ານເສດຖະ ກິດ ແລະການຂະຫຍາຍຕົວຂອງພົນລະເມືອງທີ່
ມີໄວໜຸ່ມເປັນສ່ວນຫຼາຍໃນ ອາຊຽນ ແມ່ນຈະໄດ້ຮັບຜົນປະໂຫຍດຈາກເສດຖະກິດດິ
ຈິຕອລໃນຄັ້ງນີ້.

U.S. Supports Tech Skills Training for Lao Youth

On August 22, 2019, the U.S. Embassy partnered with the Lao tech-incubator firm TOH-LAO as well as top tech firms including Facebook to officially launch the AC STEM Lab – a training program designed to cultivate and grow the number of highly skilled workers available for employment in the tech sector in Laos.

The AC STEM Lab is a yearlong initiative at the American Center in Vientiane. It trains participants on skills like designing iPhone and Android apps, coding, web design, and business development – all to increase awareness and prepare young professionals to join the fields of science, technology, engineering and math (STEM) in Laos.

U.S. Ambassador Rena Bitter hosted the launch event, which welcomed special guests from Facebook Asia-Pacific Headquarters in Singapore, as well as business leaders and representatives from leading tech companies in the Lao PDR. “This initiative is investing in some of Laos’ richest resources – its young people,” said Ambassador Bitter. “We hope that by developing local talent in STEM fields, we help accelerate medium and long-term growth in the digital economy of Laos.”

Funded by the U.S. Embassy, one of the primary goals is to help close the gap between demand for talented workers in STEM fields in Laos and the number of trained workers available within the country. “With the AC STEM Lab, we first want to create awareness for young people about STEM fields,” said Souphaphone Souannavong, implementer for the AC STEM Lab and founder of TOH-LAO business incubator. “We also want to attract top tier international companies to Laos, who value STEM and need good workers. We want them to know – we have people here, ready to work.”

During the launch event, Rafael Frankel, Facebook Director of Public Policy for Southeast Asia, highlighted the importance of programs like AC STEM Lab and pledged to send expert trainers to help teach special sessions during the program. “Facebook is committed to helping develop technical skills in key markets throughout Southeast Asia, and we’re proud of this new opportunity to help in Lao PDR,” said Frankel.

As part of the STEM Lab program, leading tech companies like Bizgital and Lao IT Dev will teach free courses, while other tech companies like LOCA, Datacom, Cyberia Co. Ltd, and KP Group are offering paid internships to program participants.

The AC STEM Lab is the latest effort by the U.S. government to help support the Lao PDR to harness the growth potential of the digital economy across ASEAN countries. ASEAN is the world’s fastest growing region for internet usage, primarily driven by increasing mobile phone usage. Between 2006 and 2015, the number of mobile internet users in ASEAN grew from 198 million to 784 million. The ASEAN region’s rapid economic growth and large youth population mean the region is well-poised to benefit from the digital economy.

XS
SM
MD
LG