ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະໜັບສະໜຸນ ການໂອນຊັບສິນຂອງຣັດເຊຍ ບາງສ່ວນ ທີ່ຢຶດມາໄດ້ ໃຫ້ຢູເຄຣນ


ລັດຖະມົນຕີກະຊວງຍຸຕິທຳ ທ່ານແມຣິກ ກາຣແລນ ໃຫ້ການຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນຫຼວງວໍຊິງຕັນ, ວັນທີ 26 ເມສາ 2022.
ລັດຖະມົນຕີກະຊວງຍຸຕິທຳ ທ່ານແມຣິກ ກາຣແລນ ໃຫ້ການຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນຫຼວງວໍຊິງຕັນ, ວັນທີ 26 ເມສາ 2022.

ລັດຖະບານປະທານາທິບໍດີ ໄບເດັນ ມີກຳນົດຈະຂໍຮ້ອງ ໃຫ້ລັດຖະສະພາປ່ຽນ ແປງກົດໝາຍ ທີ່ຈະເຮັດໃຫ້ກະຊວງຍຸຕິທຳຂອງສະຫະລັດ ຢຶດຊັບສິນຂອງພວກຜູ້ມີອຳນາດ ໄດ້ງ່າຍຂຶ້ນກວ່າເກົ່າ ແລະໂອນເງິນສ່ວນນຶ່ງໄປໃຫ້ຢູເຄຣນ ອີງຕາມການກ່າວ ໃນວັນອັງຄານວານນີ້ ຂອງລັດຖະມົນຕີກະຊວງຍຸຕິທຳ ທ່ານແມຣິກ ກາຣແລນ.

“ພວກເຮົາໄດ້ພິຈາລະນາຢ່າງຖີ່ຖ້ວນໃນຄຳຖາມອັນນັ້ນ ແລະຂ້າພະເຈົ້າຄາດວ່າ ຈະມີການຮ້ອງຂໍ ໃຫ້ປ່ຽນແປງກົດໝາຍ” ທ່ານກາຣແລນໄດ້ກ່າວຕໍ່ບັນດາສະມາ ຊິກຄະນະອະນຸກຳມະການຈັດສັນງົບປະມານ ຂອງສະພາສູງ ເມື່ອຖືກຖາມວ່າ ຖ້າກະຊວງຍຸຕິທຳຕ້ອງການອຳນາດໃດເພີ້ມເຕີມ ເພື່ອແນໃສ່ພວກຜູ້ມີອຳນາດຂອງຣັດເຊຍ ທີ່ຕິດພັນກັບວັງເຄຣມລິນ.

ທ່ານກາຣແລນ ໄດ້ກ່າວອີກວ່າ “ສິ່ງເຫຼົ່ານີ້ ອາດໄປໄດ້ໃນວິທີທາງສະເພາະໃດນຶ່ງ ທີ່ວ່າ ພວກເຮົາເຮັດໃຫ້ເປັນການຢຶດເອົາມາໄດ້ ເພື່ອໃຫ້ມັນງ່າຍຂຶ້ນກວ່າເກົ່າສຳລັບພວກເຮົາ ທີ່ຈະເຮັດໃຫ້ມັນເປັນການສູນເສຍເລີຍ.” ທ່ານກ່າວຕໍ່ໄປວ່າ “ນອກຈາກນັ້ນ ເປັນໄປໄດ້ທີ່ຈະນຳເອົາເງິນອອກມາຈາກ ການຢຶດຊັບສິນ ໃນກອງທຶນນັ້ນ ທີ່ພວກເຮົາເກັບກຳມາໃນວິທີທາງນີ້ ແລະສົ່ງມັນໄປໃຫ້ຢູເຄຣນ.”

ຊັບສິນທີ່ຖືກຢຶດມານັ້ນ ເປັນການດຳເນີນການທາງດ້ານກົດໝາຍທີ່ອະນຸມັດໂດຍສານ ຊຶ່ງອະນຸຍາດໃຫ້ລັດຖະບານ ຢຶດເອົາຊັບສົມບັດສ່ວນຕົວ ທີ່ໄດ້ຖືກນຳໃຊ້ໃນທາງທີ່ຜິດກົດໝາຍ ຊຶ່ງໄດ້ມາດ້ວຍກິດຈະກຳທີ່ຜິດກົດໝາຍ ຫຼື ນຳໃຊ້ເພື່ອອຳນວຍຄວາມສະດວກໃນການກໍ່ອາຊະຍາກຳ.”

ຊັບສົມບັດທັງຫຼາຍ ແລະຊັບສິນອື່ນໆຂອງພວກຄົນຮັ່ງມີທີ່ຄົບຄ້າສະມາຄົມກັບປະທານາທິບໍດີ ວລາດີເມຍ ປູຕິນ ທີ່ໄດ້ຖືກຢຶດ ແລະ “ໄດ້ປ່ອຍປະເລີຍ” ໂດຍກະຊວງຍຸຕິທຳ ແມ່ນນຳເອົາໄປໄວ້ໃນກອງທຶນຊັບສິນທີ່ໄດ້ຢຶດມາຂອງກະຊວງດັ່ງກ່າວ.

ລາຍໄດ້ທັງຫຼາຍ ໂດຍປົກກະຕິແລ້ວ ຈະຖືກນຳໃຊ້ສຳລັບຈຸດປະສົງໃນການສືບ ສວນສອບສວນຕ່າງໆ ປະຕິບັດການເພື່ອຢຶດເອົາຊັບສິນ ແລະຄ່າໃຊ້ຈ່າຍໃດໆ.

ທ່ານກາຣແລນ ໄດ້ກ່າວວ່າ ຄະນະລັດຖະບານ ຄວນສະໜັບສະໜຸນການອະນຸ ຍາດໃຫ້ເອົາຊັບສິນຂອງຣັດເຊຍ ທີ່ຢູ່ໃນການຢຶດເອົາມາໄດ້ນັ້ນ “ໄປໃຫ້ຢູເຄຣນໂດຍກົງ.”

“ພວກເຮົາເຮັດວຽກຢ່າງໜັກກ່ຽວກັບເລື້ອງນີ້ ແລະຂ້າພະເຈົ້າຄາດວ່າໃນໄວໆນີ້ ພາຍໃນບໍ່ເທົ່າໃດວັນນີ້ ທີ່ວ່າ ຄະນະລັດຖະບານ ຈະສາມາດນຳສະເໜີຄຳຮ້ອງບາງຢ່າງ” ທ່ານກາຣແລນ ໄດ້ກ່າວໄປກ່ຽວກັບຂໍ້ສະເໜີຂອງຄະນະລັດຖະບານ.

ບັນດາສະມາຊິກອະນຸຄະນະກຳມະການດັ່ງກ່າວ ໄດ້ສະແດງການສະໜັບສະໜຸນ ເພື່ອໃຫ້ເພີ້ມຄວາມພະຍາຍາມແນໃສ່ ພວກເພື່ອນຮ່ວມງານຂອງປູຕິນ ຫຼາຍຂຶ້ນ.

ອ່ານຂ້າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG