ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃຫ້ການສະໜັບສະໜູນ ຕ​ໍ່​ການສ້າງຕັ້ງ ສົນທິສັນຍາວ່າ​ດ້ວຍ​ໂຣກລະບາດ


ບັນດາພະນັກງານສາທາລະນະສຸກ ນຸ່ງເຄື່ອງປ້ອງກັນ ເຂົ້າຮ່ວມ​ການ​ໄປ​ເຄາະປະຕູ ໃຫ້ສັກຢາວັກຊີນ ຢູ່ເມືອງ El Alto ປະເທດໂບລິເວຍ ວັນທີ 16 ກັນຍາ 2021.
ບັນດາພະນັກງານສາທາລະນະສຸກ ນຸ່ງເຄື່ອງປ້ອງກັນ ເຂົ້າຮ່ວມ​ການ​ໄປ​ເຄາະປະຕູ ໃຫ້ສັກຢາວັກຊີນ ຢູ່ເມືອງ El Alto ປະເທດໂບລິເວຍ ວັນທີ 16 ກັນຍາ 2021.

ໂຄສົກທຳນຽວຂາວ ທ່ານນາງເຈນ ຊາກິ (Jen Psaki) ກ່າວໃນວັນອັງຄານ ວານນີ້່ຕໍ່
ວີໂອເອ ຢູ່ເທິງເຮືອບິນປະຈຳຕຳແໜ່ງ Air Force One ວ່າ “ສະ ຫະລັດໝັ້ນໝາຍທີ່
ຈະເຮັດວຽກກັບປະເທດສະມາຊິກຕ່າງໆເພື່ອເອົາບາດກ້າວ ໄປໜ້າກ່ຽວກັບຄຳ​ແນະ​ນຳ
ຫວ່າງມໍ່ໆມານີ້ຂອງກຸ່ມເຮັດວຽກ ໃນການຕຽມພ້ອມ ແລະ​ການ​ຮັບ​ມື ໃນນັ້ນ​ແມ່ນຮວມ
ທັງ ພັດທະນາຂໍ້ຕົກລົງໃໝ່ຂອງອົງການອະ ນາໄມໂລກ (WHO) ຫຼືເຄື່ອງມືອື່ນໆຂອງ
ສາກົນ ແລະເຮັດໃຫ້ບັນດາຂໍ້ຕົກລົງປັບປຸງປະສິດທິຜົນໃຫ້ດີຂຶ້ນ ແລະຄວາມວ່ອງໄວ
ຂອງລະບຽບການດ້ານອະນາ ໄມສາກົນ.”

ສະຫະລັດໃນ​ຂັ້ນ​ຕົ້ນໄດ້​ຄັດ​ຄ້ານ​ຕໍ່​ການ​ຮວມ​ເອົາພາສາ ທີ່ອາດຈະເຮັດໃຫ້ອັນທີ່ຮ້ອງວ່າ
ຂໍ້ຕົກລົງກ່ຽວກັບໂຣກລະບາດ ທີ່ນຳສະເໜີ ໂດຍຜູ້ນຳຂອງໂລກປະ ມານຊາວກວ່າ
ປະເທດ ໃນເດືອນມີນາທີ່ຜ່ານມາ ທີ່ມີຜົນບັງຄັບທາງດ້ານກົດໝາຍ. ແຕ່ວ່າໃນວັນອາ
ທິດທີ່ຜ່ານມາ ລັດຖະບານໄດ້ໃຫ້ການສະໜັບສະໜູນຕໍ່ຮ່າງຂໍ້ສະເໜີດັ່ງກ່າວ ((https://apps.who.int/gb/ebwha/pdf_files/WHASSA2/SSA2
_CONF1-en.pdf)) ທີ່ໄດ້ມີການເຈລະຈາກັນທາງອອນລາຍນ໌ ເປັນເວລາສາມວັນຢູ່
ທີ່ກອງປະຊຸມພິເສດ ຂອງຄະນະບໍລິຫານ ສະພາອານາໄມໂລກ ທີ່ເລີ້ມຂຶ້ນໃນວັນຈັນ.

ສົນທິສັນຍາກ່ຽວ​ກັບ​ໂຣກລະບາດ ຄາດວ່າຈະເປັນ​ທີ່ຮຽບຮ້ອຍ​ພາຍໃນເດືອນພຶດສະພາ
ປີ 2024. ບັນດາຜູ້ຊ່ຽວຊານສາທາລະນະສຸກຈຳນວນນຶ່ງມີຄວາມ ເຫັນ​ໄປ​ໃນ​ທາງ​ທີ່​ບໍ່​ດີ
ກ່ຽວກັບຜົນທີ່ຈະອອກມາ.

ທ່ານນາງຄຣິສນາ ອູດາຢາກູມາຣ (Krishna Udayakumar) ຫົວໜ້າຜູ້ກໍ່ຕັ້ງ Duke
Global Health Innovation Center ຢູ່ມະຫາວິທະຍາໄລ Duke ກ່າວຕໍ່ ວີໂອເອ ວ່າ
“ການຄາດຫວັງຢັງອ່ອນແອຢູ່ ທີ່ພວກເຮົາຈະໄປສູ່ສົນທິ ສັນຍາຂໍ້ຕົກລົງ ທີ່ສະຫະລັດ
ແລະປະເທດອື່ນໆທຸກໆປະເທດກ່ຽວກັບເນື້ອໄນຂອງເລື້ອງນີ້ຢູ່ໃນໂລກ ທີ່ຈະຮັບເອົາໃນ
ສອງ ຫຼືແມ່ນແຕ່ສາມປີ ທີ່ຈະມາເຖິງ. ທຸກສິ່ງທຸກຢ່າງທີ່ອອກມາຈາກການດຳເນີນດັ່ງກ່າວ
ອາດຈະເຮັດໃຫ້ບໍ່ມີການປ່ຽນແປງຕໍ່ສິ່ງແວດລ້ອມ ຂອງເຮົາໃນປັດຈຸບັນ ແລະການຮັບມື
ກັບໂຣກລະ ບາດໃນປັດຈຸບັນ.”

ຂໍ້ຕົກລົງຈະກວມ​ເອົາບັນຫາຕ່າງໆເຊັ່ນ ​ການແບ່ງປັນຂໍ້ມູນ ແລະການ​ປະ​ກອບ ທາງ​ພັນ​
ທຸກຳຂອງເຊື້ອໄວຣັສທີ່ພົບໃໝ່ ແລະໂອກາດ ໃນການຜະລິດວັກຊີນໃດໆ ແລະຢາທີ່ີມາ
ຈາກການຄົ້ນຄວ້າ. ((https://www.who.int/news/item/30-03-2021-global-
leaders-unite-in-urgent-call-for-international-pandemic-treaty )) ເປົ້າໝາຍ
ກໍຄືການເຮັດໃຫ້ການປະສານງານດີຂຶ້ນ ແລະຢູ່ຮ່ວມກັນໃນການຮັບມືກັບການແຜ່ລະບາດ
ຢູ່ໃນທົ່ວໂລກ ແລະ ສ້າງແຜນຜັງອະນາໄມໂລກທີ່ເຂັ້ມແຂງ ທີ່ຈະປ້ອງກັນຜູ້ຄົນໃນລຸ້ນຕໍ່ໆ
ໄປໃນອະນາຄົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG