ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການໂຈມຕີຂອງ ສະຫະລັດ ໃກ້ກັບເຂດຊາຍແດນ ລະຫວ່າງ ຊີເຣຍ ແລະ ອີຣັກ ສັງຫານນັກລົບທະຫານບ້ານ 5 ຄົນ


ແຜນທີ່ປະເທດ ອີຣັກ ແລະ ຊີເຣຍ.
ແຜນທີ່ປະເທດ ອີຣັກ ແລະ ຊີເຣຍ.

ການໂຈມຕີຂອງ ສະຫະລັດ ໃນພາກຕາເວັນອອກຂອງປະເທດ ຊີເຣຍ ຢູ່ໃກ້ກັບເຂດຊາຍແດນຂອງ ອີຣັກ ໄດ້ສັງຫານນັກລົບທະຫານບ້ານທີ່ໄດ້ຮັບການໜູນຫຼັງໂດຍ ອີຣ່ານ ຢ່າງໜ້ອຍຫ້າຄົນ, ອີງຕາມການກ່າວຂອງນັກຕິດຕາມສົງຄາມໃນວັນຈັນມື້ນີ້.

ອົງການສັງເກດການເພື່ອສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ ໄດ້ກ່າວວ່າ “ນັກລົບທະຫານບ້ານ ອີຣັກ ທີ່ໄດ້ຮັບການໜູນຫຼັງໂດຍ ອີຣ່ານ ຢ່າງໜ້ອຍຫ້າຄົນໄດ້ຖືກຂ້າຕາຍ ແລະ ຫຼາຍຄົນໄດ້ຮັບບາດເຈັບໃນການໂຈມຕີໂດຍເຮືອບິນລົບຂອງ ສະຫະລັດ“ ຢູ່ເຂດຊາຍແດນຟາກ ຂອງປະເທດ ຊີເຣຍ.”

ນັກຕິດຕາມສົງຄາມດັ່ງກ່າວ, ເຊິ່ງອາໄສເຄືອຂ່າຍຂອງແຫຼ່ງຊັບພະຍາກອນຕ່າງໆໃນ ຊີເຣຍ ເພື່ອເກັບກຳຂໍ້ມູນໄດ້ກ່າວວ່າຕຳແໜ່ງທາງທະຫານກໍລວມຢູ່ໃນເປົ້າໝາຍທີ່ຖືກໂຈມຕີ.

ອົງການຂ່າວ SANA ຂອງລັດຖະບານ ຊີເຣຍ ໄດ້ກ່າວວ່າເດັກນ້ອຍຄົນນຶ່ງໄດ້ເສຍຊີວິດ, ແລະ ວ່າຢ່າງໜ້ອຍອີກ 3 ຄົນໄດ້ຮັບບາດເຈັບ.

ການໂຈມຕີຕ່າງໆ, ເຊິ່ງຖືກຢືນຢັນໂດຍຖະແຫຼງການສະບັບນຶ່ງຂອງທຳນຽບຫ້າແຈນັ້ນ, ໄດ້ເປັນຂີດໝາຍຄັ້ງທີສອງຂອງການໂຈມຕີດັ່ງກ່າວຕໍ່ພວກທະຫານບ້ານທີ່ໄດ້ຮັບການໜູນຫຼັງໂດຍ ອີ ຣ່ານ ໃນ ຊີເຣຍ ນັບຕັ້ງແຕ່ປະທານາທິບໍດີ ໂຈ ໄບເດັນ ໄດ້ເຂົ້າກຳຕຳແໜ່ງ.

ເຂົາເຈົ້າໄດ້ແນເປົ້າໃສ່ສະຖານທີ່ປະຕິບັດການ ແລະ ຄັງເກັບອາວຸດຢູ່ສະຖານທີ່ສອງແຫ່ງໃນ ຊີ ເຣຍ ແລະ ແຫ່ງນຶ່ງໃນ ອີຣັກ, ອີງຕາມການກ່າວຂອງທຳນຽບຫ້າແຈໃນຖະແຫຼງການສະບັບນຶ່ງ.

ທຳນຽບຫ້າແຈ ໄດ້ກ່າວຕື່ມວ່າສະຖານທີ່ຕ່າງໆແມ່ນໄດ້ຖືກໃຊ້ໂດຍກຸ່ມທະຫານບ້ານ, ລວມທັງກຸ່ມ ເຮັສໂບລລາ ຄາຕາອີບ ແລະ ກຸ່ມ ຊາຢິດ ອາລ-ຊູຮາດາ ຄາຕາອີບ, ເຊິ່ງແມ່ນກຸ່ມຍ່ອຍທະ ຫານຫົວຮຸນແຮງຈັດ ອີຣັກ ທີ່ມີສາຍພົວພັນ ຢ່າງໃກ້ຊິດກັບລັດຖະບານ ເຕຫະຣ່ານ.

ໂຄສົກທຳນຽບຫ້າແຈ ທ່ານ ຈອນ ເຄີບີ ໄດ້ກ່າວວ່າ “ສະຖານທີ່ພວກນີ້ໄດ້ຖືກໃຊ້ໂດຍທະຫານບ້ານທີ່ໄດ້ຮັບການໜູນຫຼັງໂດຍ ອີຣ່ານ ທີ່ພົວພັນໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຕໍ່ເຈົ້າໜ້າທີ່ ສະຫະລັດ ແລະ ສະຖານທີ່ຕ່າງໆໃນ ອີຣັກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG