ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ຂັ້ນສູງ ສຫລ ພົບປະເຈລະຈາກັບ ເຈົ້າໜ້າທີ່ອີຈິບ ຢູ່​ໄຄ​ໂຣ (ສະໄລດ໌/ວີດິໂອ)


Upheaval Crushes Tourism in Egypt
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ

ເບິ່ງວີດິໂອ: ຄວາມວຸ້ນວາຍທາງການເມືອງ ສົ່ງຜົນກະທົບ ຕໍ່ການທ່ອງທ່ຽວໃນອີຈິບ.

ເຈົ້າ​ໜ້າ​ທີ່ສະຫະລັດກຸ່ມ​ນຶ່ງ ກໍາລັງ​ຢູ່​ໃນ​ກຸງ​ໄຄ​ໂຣ ​ເພື່ອ​ພົບ​ປະ​
ກັບ ບັນດາ​ຜູ້​ນໍາ​ຊົ່ວຄາວຂອງ ອີ​ຈິບ ​ແລະ​ເນັ້ນ​ໜັກ​ເຖິງ​ຄວາມ
ຈໍາ​ເປັນ ທີ່​ຈະ​ຕ້ອງ​ມີ​ການ​ຫັນປ່ຽນ ​ໄປ​ສູ່ “ລັດຖະບານພົນລະ
​ເຮືອນ ທີ່​ໂດ້ຖືກ​ເລືອກ​ຕັ້ງ​ເອົາ​ຢ່າງ​ມີ​ປະຊາທິປະ​ໄຕ ​ແລະ​ຮວມ​
ເອົາ​ທຸກ​ພັກ​ຝ່າຍ​ເຂົ້າ​ນໍາ.”

ຮອງ​ລັດຖະມົນຕີ​ຕ່າງ​ປະ​ເທດ Bill Burns ກໍາລັງ​ທໍາ​ການ​ຢ້ຽມ
ຢາມ​ເປັນ​ຄັ້ງ​ທໍາ​ອິດ ​ໂດຍ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງສະຫະລັດ
ນັບ​ຕັ້ງ​ແຕ່​ທະຫານ​ໄດ້​ຂັບ​ໄລ່ ​ປະທານາທິບໍດີ Mohammed
Morsi ອອກ​ຈາກ​ອໍານາດ ​ໃນ​ຕົ້ນ​ເດືອນ​ນີ້. ກະຊວງ​ການ​ຕ່າງ
ປ​ະ​ເທດສະຫະລັດ ກ່າວ​ວ່າ ການ​ສົນທະນາ​ຂອງ​ທ່ານ ​ໃນ​ວັນ​
ຈັນ​ ​ແລະ​ວັນ​ອັງຄານແມ່ນຈະ​ຮວມ​ທັງ ບັນດາ​ຜູ້​ນໍາສັງຄົມ​ພົນ
ລະ​ເຮືອ​ນ ​ແລະ​ ​ທຸລະ​ກິດ.

ການ​ພັບ​ປະກັນ​ນີ້ ມີ​ຂື້ນ ​ໃນ​ຂະນະ​ທີ່ພັກພະລາດອພາບ
ມຸສລິ​ມ ​ຂອງທ່ານ Morsi ຮຽກຮ້ອງ​ໃຫ້ບັນດາ​ຜູ້​ສະໜັບສະ
ໜູນ​ຕົນ ​ເຕົ້າ​ໂຮມ​ກັນ​ແບບ​ສະຫງົບ ​ໃນ​ວັນ​ຈັນມື້​ນີ້ຢູ່​ກຸງໄຄ​ໂຣ ​
ເພື່ອ​ທໍາການ​ປະທ້ວງຢ່າງໃຫຍ່​ຄັ້ງ​ຫລ້າ​ສຸດຂອງຫລາຍໆ​ຄັ້ງ
ທີ່​ໄດ້​ມີ​ຂຶ້ນ​ລຽນຕິດ​ມາ​ແລ້ວ ຕໍ່ຕ້ານ​ການ​ປົດທ່ານ​ Morsi
ອອກ​ຈາກຕໍາແໜ່​ງນັ້ນ.

ຫລາຍ​ພັນ​ຄົນ​ພາກັນ ​ເດີນ​ຂະ​ບວນມາ​ຫລາຍ​ມື້​ແລ້ວ ຢູ່​ໃກ້​ກັບ​ວັດ​ສາສະໜາອິສລາມ
ແຫ່ງ​ນຶ່ງ​ໃນ​ກຸງ​ໄຄ​ໂຣ ​ເພື່ອ​ຮຽກ​ຮ້ອງ​ໃຫ້ເອົາອະ​ດີດ​ປະທານາທິບໍດີ ກັບ​ຄືນ​ມາຮັບ​ໜ້າ​ທີ່.
​ໃນ​ວັນ​ຈັນ​ມື້​ນີ້ເຊ່ນກັນ ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ຄົນ​ຮ້າຍ​ທີ່ສົງໄສວ່າ​ເປັນ​ພວກ​ຫົວ​ຮຸນ
​ແຮງ ​ໄດ້​ທໍາ​ການ​ໂຈມ​ຕີ​ລົດເມ​ໂດຍສານ ທີ່​ບັນທຸກຄົນງານ​ອຸດສາຫະກໍາ ​ໃນເມືອງ
El-Arish ຢູ່​ພາກ​ເໜືອ​ຂອງແຫລມ Sinai ​ເຮັດ​ໃຫ້​ມີ​ຜູ້​ເສຍຊີ​ວິດຢ່າງ​ໜ້ອຍ​ 3 ຄົນ ​ແລະ
​ໄດ້​ຮັບ​ບາດ​ເຈັບ 17 ຄົນ​. ​ແຫລມ Sinai ​ໄດ້​ເຫັນ​ ການ​ເພີ້​ມທະວີໃນ​ການ​ກໍ່ຄວາມ​ຮຸນ
​ແຮງ ນັບ​ຕັ້ງ​ແຕ່​ທ່ານ Morsi ​ໄດ້​ຖືກ​ໄລ່​ອອກ​ຈາກ​ຕໍາ​ແໜ່​ງ ​ໃນ​ວັນ​ທີ 3 ເດືອນ​ກໍລະກົດ.

ໃນ​ວັນ​ອາທິດ​ວານ​ນີ້​ ນາຍ​ພົນ​ສູງ​ສຸດ​ຂອງ​ອີ​ຈິບ ​ໄດ້​ຖະ​ແຫລ​ງ​ຜ່ານ​ທາງໂທລະພາບ
ແຫ່ງຊາດ ​ກ່າວປ້ອງກັນ​ການ​ຕັດສິນ​ໃຈ​ປົດ​ທ່ານ Morsi ອອກ​ຈາກ​ຕໍາ​ແໜ່​ງວ່າ ​ເປັນ​
ການ​ສະໜອງ​ຕອບ​ຕໍ່​ອັນ​ທີ່​ທ່ານ​ຮ້ອງ​ວ່າ ​ຄວາມປະສົງ​ຂອງ​ປະຊາ​ຊົນ.

ນາຍ​ພົນ Abdel-Fattah el-Sissi ກ່າວ​ວ່າ ທ່ານ Morsi ​ໄດ້​ສູນ​ເສຍສະຖານະພາບ
​ທີ່​ຖືກ​ຕ້ອງຕາ​ມກົດໝາຍ​ຂອງ​ທ່ານ ​ເພາະວ່າ​ມີ​ການ​ປະ​ທ້ວງ​ຢ່າງໃຫຍ່​ຫລວງ​ຈາກ​ຝ່າຍ
ທີ່​ຄັດ​ຄ້ານທ່ານ ​ແລະ​ປະ​ຕິ​ເສດ​ການ​ກ່າວ​ຫາທີ່ວ່າ​ ການ​ປົດ​ທ່ານ Morsi ອອກ​ຈາກ​ຕໍາ
​ແໜ່​ງນັ້ນ​ ມີ​ສາ​ເຫດ​ມາ​ຈາກ​ເລື້ອງສາສະໜາ.

XS
SM
MD
LG