ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄອຍະການອີຈິບ ປະກາດ ສືບສວນສອບສວນ ທ່ານ Morsi


ພວກສະໜັບສະໜຸນທ່ານ Morsi ກໍາລັງທັບມ້າງຖະໜົນສາຍນຶ່ງ ທີ່ເນັ່ງໄປຍັງສະໜາມບິນ, ວັນທີ 12 ກໍລະກົດ 2013.
ພວກສະໜັບສະໜຸນທ່ານ Morsi ກໍາລັງທັບມ້າງຖະໜົນສາຍນຶ່ງ ທີ່ເນັ່ງໄປຍັງສະໜາມບິນ, ວັນທີ 12 ກໍລະກົດ 2013.
ບັນດາໄອຍະການອີຈິບ ໄດ້ເລີ່ມທໍາການສືບສວນສອບ
ສວນຄະດີອາຊະຍາກໍາ ເມື່ອວັນເສົາວານນີ້ ຕໍ່ຜູ້ນໍາທີ່ຖືກ
ເລືອກຕັ້ງຢ່າງເປັນປະຊາທິປະໄຕຄົນທໍາອິດຂອງປະເທດ

ບັນດາໄອຍະການຂອງລັດເວົ້າວ່າພວກເຂົາເຈົ້າໄດ້ຮັບຄໍາ
ຮ້ອງທຸກຫຼາຍໆປະການຕໍ່ ຕ້ານປະທານາທິບໍດີ Mohamed
Morsiແລະສະມາຊິກລະດັບສູງອີກຫຼາຍຄົນຂອງ ພັກພະລາ
ດອນພາບມຸສລິມ ຊຶ່ງໂຮມທັງຜູ້ນໍາຂອງພັກ ທ່ານ Mohamed Badie.

ທ່ານ Morsi ໄດ້ຖືກຄວບຄຸມຕົວໄວ້ຢູ່ສະຖານທີ່ແຫ່ງນຶ່ງທີ່ບໍ່ຂໍເປີດເຜີຍ ນັບຕັ້ງແຕ່ກອງທັບ
ອີຈິບໄດ້ໂຄ່ນລົ້ມທ່ານອອກຈາກອໍານາດເມື່ອວັນທີ 3 ກໍລະກົດ ແຕ່ຍັງບໍ່ໄດ້ຖືກຕັ້ງຂໍ້ຫາ
ກໍ່ອາຊະຍາກໍາໃດໆ.

ຄະນະໄອຍະການ ບໍ່ຍອມເປີດເຜີຍວ່າແມ່ນໄຜເປັນຜູ້ຍື່ນຄໍາຮ້ອງທຸກນັ້ນ ຊຶ່ງໂຮມທັງ ການຍຸຍົງການກໍ່ຄວາມຮຸນແຮງ ການຈະລາກໍາ ແລະທໍາລາຍເສດຖະກິດ ເປັນຕົ້ນ.

ໃນຂະນະນີ້ ພວກສະໜັບສະໜຸນທ່ານປະທານາທິບໍດີທີ່ຖືກໂຄ່ນລົ້ມ ຍັງສືບຕໍ່ເຕົ້າໂຮມ ກັນຢູ່ທີ່ຈະຕຸລັດ Rabaa al-Adawiya ຂອງນະຄອນຫຼວງໄຄໂຣ ເມື່ອວັນເສົາວານນີ້ ໂດຍມີຄວາມຕັ້ງໃຈ ທີ່ຈະທໍາການປະທ້ວງຕໍ່ໄປ ຈົນກ່ວາທ່ານ Morsi ຈະໄດ້ກັບຄືນມາ ເປັນປະທານາທິບໍດີ ຄືເກົ່າ.

ສະຖານະການໃນອີຈິບ
please wait

No media source currently available

0:00 0:01:00 0:00

ພວກປະທ້ວງພາກັນສູ້ຊົນອາກາດທີ່ຮ້ອນເອົ້າໃນຍາມກາງເວັນ ໄປພ້ອມກັບການອົດ ອາຫານແລະນໍ້າ ທີ່ຕ້ອງປະຕິບັດເປັນປະຈໍາວັນ ເພື່ອຖືສິນອົດກິນເຂົ້າໃນຕອນກາງເວັນ ຕາມປະເພນີຂອງເດືອນຖືສິນ Ramadan ນັ້ນ.

ສະຫະລັດບໍ່ໄດ້ຖືວ່າ ການໂຄ່ນລົ້ມທ່ານ Morsi ເປັນການກໍ່ລັດຖະປະການ ແຕ່ໃນວັນ ສຸກຜ່ານມານີ້ ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານນາງ Jen Psaki ໄດ້ຮຽກຮ້ອງ
ໃຫ້ຝ່າຍທະຫານອີຈິບ ຈົ່ງປ່ອຍໂຕທ່ານ Morsi ອອກຈາກການກັກບໍລິເວນ.

XS
SM
MD
LG