ຕະຫຼາດຫຸ້ນໃນສະຫະລັດໄດ້ຖີບໂຕສູງຂຶ້ນໃນວັນພະຫັດວານນີ້ຍ້ອນມີຂ່າວວ່າ ສະຫະ
ລັດ ແລະຈີນ ໄດ້ເຫັນດີທີ່ຈະຈັດການເຈລະຈາທາງການຄ້ານຳກັນຄັ້ງໃໝ່.
ດັດຊະນີສະເລ່ຍຂອງອຸດສາຫະກຳດາວ ໂຈນ (Dow Jones) ໄດ້ສູງຂຶ້ນເຖິງ 372
ຈຸດ. ດັດຊະນີ S&P 500 ກໍເພີ້ມຂຶ້ນຫຼາຍກວ່າ 1 ເປີເຊັນເຊັ່ນກັນ ໃນຄະນະທີ່ດັດ
ຊະນີ NASDAQ ໄດ້ເພີ້ມຂຶ້ນເຖິງເກືອບ 2 ເປີເຊັນ.
ການເກັບພາສີຂາເຂົ້າຊຸດໃໝ່ຕໍ່ສິນຄ້າຂອງສະຫະລັດ ແລະຂອງຈີນ ແລະ ຄວາມ
ບໍ່ເປັນທີ່ແນ່ນອນ ຖ້າຫາກຈະມີການປະຊຸມລະດັບສູງຄັ້ງນຶ່ງອີກ ທີ່ໄດ້ ເຮັດໃຫ້ປະ
ສາດຂອງພວກນັກລົງທຶນກະທົບກະເທືອນໃນຫວ່າງບໍ່ເທົ່ໃດເດືອນມານີ້.
ຈີນໄດ້ປະກາດຕອນເຊົ້າວັນພະຫັດວ່າ ວໍຊິງຕັນຈະເປັນເຈົ້າພາບໃນການສົນທະ
ນາລະດັບສູງຄັ້ງໃໝ່ໃນຕົ້ນເດືອນຕຸລາຈະມາເຖິງນີ້.
ກະຊວງການຄ້າປັກກິ່ງກ່າວວ່າ ຮອງນາຍົກລັດຖະມົນຕີ ລິວ ເຮີ, ຜູ້ຕາງໜ້າການ
ຄ້າສະຫະລັດ ທ່ານໂຣເບີດ ໄລໄທເຊີ ແລະລັດຖະມົນຕີກະຊວງການເງິນ ທ່ານ
ສະຕີເວິນ ມນຸດຈີນ ເຫັນພ້ອມທີ່ຈະພົບປະກັນໃນຂະນະທີ່ມີການໂທລະສັບລົມ
ກັນຢູ່ນັ້ນ.
ຫ້ອງການຜູ້ຕາງໜ້າການຄ້າບໍ່ໄດ້ໃຫ້ວັນເວລາ ພຽງແຕ່ກ່າວວ່າຈະມີການປະຊຸມ
ກັນໃນບໍ່ເທົ່າໃດອາທິດ “ຈະມາເຖິງນີ້.”
ທັງສອງຝ່າຍຈະຈັດກອງປະຊຸມສົນທະນາລະດັບຜູ້ຮອງໃນເດືອນນີ້ ຊຶ່ງຈີນກ່າວ
ວ່າຈະ “ວາງພື້ນຖານແກ່ຄວາມກ້າວໜ້າທີ່ມີຄວາມໝາຍ.” ຍັງບໍ່ທັນມີລະດັບສົນ
ທະນາສູງສຸດ ລະຫວ່າງສະຫະລັດ ແລະຈີນໃນເດືອນກໍລະກົດ.
ໃນຂະນະດຽວກັນ ທັງສອງຝ່າຍຍັງສືບຕໍ່ເຮັດສົງຄາມທາງການຄ້າຕໍ່ກັນໄປມາຢູ່
ໃນອາທິດນີ້.
ປະທານາທິບໍດີດໍໂນລ ທຣຳ ໄດ້ວາງມາດຕະການເກັບພາສີ 15 ເປີເຊັນຕໍ່ສິນຄ້າ
ຈີນທີ່ມີມູນຄ່າ 112 ພັນລ້ານໂດລາ ໃນວັນອາທີດທີ່ຜ່ານມານີ້ ຊຶ່ງໝາຍຄວາມວ່າ
ບັນດາຜູ້ຊື້ສິນຄ້າໃນສະຫະລັດອາດຈະເຫັນການຂຶ້ນລາຄາສູງຂຶ້ນສຳລັບອາຫານ,
ອຸບປະກອນກິລາ, ເຄື່ອງນຸ່ງຫຼິ້ນກິລາ, ເຄື່ອງດົນຕີ ແລະເຄື່ອງເຟິນີເຈີ ບາງຢ່າງ.
U.S. markets soared Thursday on news the United States and China have agreed to hold new trade talks.
The Dow Jones Industrial Average climbed 372 points. The S&P 500 was also up more than 1 percent while the NASDAQ rose nearly 2 percent.
New tariffs on U.S. and Chinese imports and uncertainty if there would be another high-level meeting have rattled investors' nerves in recent months.
China announced early Thursday that Washington will host new senior-level talks in early October.
Beijing's commerce ministry said Vice Premier Liu He, U.S. Trade Representative Robert Lighthizer and Treasury Secretary Steven Mnuchin agreed to the meeting during a phone call.
The trade representative's office did not give a date, only saying there will be a meeting in "the coming weeks."
Both sides will hold deputy-level talks this month, which China says will "lay the groundwork for meaningful progress." There have been no top-level talks between the U.S. and China in July.
In the meantime, both sides continued their tit-for-tat trade war this week.
President Donald Trump imposed 15% tariffs on about $112 billion worth of Chinese goods this past Sunday, meaning U.S. shoppers can look for higher prices on some foods, sports equipment, sportswear, musical instruments and furniture.