ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຍັງຕັດ​ສິນ​ໃຈ ທີ່​ຈະ​ຖອນຕົວ ​​ຈາກ ສົນ​ທິ​ສັນ​ຍາ ຄວບ​ຄຸມ​ອາ​ວຸດ ​ກັບ​ຣັດ​ເຊຍ

ປະ​ທາ​ນາ​ທິບ​ໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ຊ້າຍ ແລະ ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດສະ​ຫະ​ລັດ ທ່ານ Russian ຈອນ ທ່ານ​ໂບ​ລ​ຕັນ ພົບ​ປະ​ກັນ​ທີ່​ວັງ ເຄ​ຣມ​ລິນ ໃນ​ນະ​ຄອນ ​ຫຼ​ວງມົ​ສ​ກູ ວັນ​ທີ 23 ຕຸ​ລາ 2018.

ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ປາ​ກົດ​ວ່າ​ ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຖອນຕົວອອກ​
ຈາກ​ຂໍ້​ຕົກ​ລົງ​ ຄວບ​ຄຸມ​ອາ​ວຸດ ​ທີ່​ສຳ​ຄັນ ກັບ​ຣັດ​ເຊຍ ສະ​ບັບປີ 1987 ​ຫຼັງ​ຈາກ​ທີ່​ປຶກ​ສາ
​ດ້ານ​ຄ​ວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ຈອນ ໂບ​ລ​ຕັນ ໄດ້​ພົບ​ປະກັບ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​
ເດີ​ເມຍ ປູ​ຕິນ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ຫາ​ຣັດ​ເຊຍ​ວ່າ​ ​ໄດ້ລະ​ເມີດສົນ​ທິ​ສັນ​ຍາກຳ​ລັງນິວເຄ​ລຍ
ໄລ​ຍະ​ປານ​ກາງ​ຫຼື INF ດ້ວຍ​ການ​ຕິດ​ຕັ້ງລູກ​ສອນ​ໄຟ.

ທ່ານ​ໂບ​ລ​ຕັນ ຮ້ອງ​ການ​ລ​ະ​ເມີດ​ຂອງ​ຣັດ​ເຊຍ​ວ່າ “​ມີ​ມາ​ດົນ​ນານ​ແລ້ວ ແລະຢ່າງ
ເລິກ​ເຊິ່ງ.”

ທ່ານໂບລ​ຕັນ ກ່າວ​ວ່າ “ການ​ຂົ່ມ​ຂູ່​ບໍ່​ແມ່ນ​ການຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາ INF
​ຂອງອາ​ເມ​ຣິ​ກາ. ກ​ານ​ຂົ່ມ​ຂູ່​ແມ່ນ​ລູກ​ສອນ​ໄຟາ​ຂອງຣັດ​ເຊຍ ​ທີ່​ໄດ້ຕິດ​ຕັ້ງ​ໄປ​ແລ້ວ​ນັ້ນ.
ທ່າ​ທີຂອງ​ອາ​ເມ​ຣິ​ກັນ​ກໍ​ຄື​ຣັດ​ເຊຍ​ໄດ້​ລ່ວງລະ​ເມີດ. ​ທ່າ​ທີຂອງຣັດ​ເຊຍກໍ​ຄື​ເຂົາ​ເຈົ້າ​ບໍ່
​ໄດ້ລ່ວງ​ລ​ະ​ເມີດ. ເພາະ​ສະ​ນັ້ນ ຜູ້​ໃດ​ຜູ້​ນຶ່ງ​ຕ້ອງ​ຖາມ​ຣັດ​ເຊຍ​ວ່າ ​ຣັດ​ເຊຍ​ຈະ​ເຮັດ​ຢ່າງ​
ໃດ ຈຶ່ງກັບ​ຄືນ​ມາ​ສູ່​ການ​ປະ​ຕິ​ບັດ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ບໍ່​ຄຶດ​ວ່າ ເຂົາ​ເຈົ້າ​ລ່ວງ​ລ​ະ​ເມີດ.”

ທ່ານ​ໂບ​ລ​ຕັນ​ໄດ້ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ຫຼັງ​ຈາກ​ການ​ໂອ້​ລົມໃນ​ວັນ​ອັງ​ຄານ​ວານ​ນີ້​
ວ່າ ການ​ແຈ້ງຢ່າງ​ເປັນ​ທາງ​ການ​ ຈະ​ມີ​ການ​ຍື່ນ “ໃນ​ເວ​ລ​າອັນ​ສົມ​ຄວນ.”

ອະ​ດີດ​ຜູ້​ນຳ​ໂຊ​ຫວຽດ ທ່ານ​ມີ​ແ​ຄລ ກໍບາ​ຊອ​ບ ແລະ​ມື້​ລາງ​ປະ​ທາ​ນາ​ທິ​ບໍ​ດີຣອນ
ໂນລດ໌ ເຣເ​ກີນ ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ ກຳ​ລັງ​ອາ​ວຸດນິວ​ເຄ​ລຍ​ໄລ​ຍະ ປານ​ກາງ
​ໃນ​ປີ 1987. ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວໄດ້​ຫ້າມ​ໃຫ້ບໍ່​ໃຫ້ສະ​ຫະ​ລັດ ແລະ​ຣັດ​ເຊຍ ​ສ້າງ
ທົດ​ລອງ ​ເກັບສະ​ສົມ​ລູກ​ສອນ​ໄຟ​ນິວ​ເຄ​ລຍ ທີ່​ຍິງ​ຈາກ​ພາກ​ພື້ນ​ດິນ ​ໄລ​ຍະຕັ້ງ​ແຕ່​
500 ຫາ 5,000 ກິ​ໂລ​ແມັດ ໄວ້​ໃນ​ສາງຂອງ​ຕົນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ໄດ້​ຢ້ອນ​ຄືນ​ໄປ​ຫາ​ລັດ​ຖະ​ບານ​ໂອ​ບາ​ມາ ​ທີ່ໄດ້​ກ່າວ​ຫາ​
ຣັດ​ເຊຍວ່າ​ ຕັ້ງ​ໃຈ​ຍິງ​ລູກ​ສອນ​ໄຟ​ທາງ​ພາກ​ພື້ນ​ດິນເພື່ອ​ຂົ່ມ​ຂູ່​ອົງ​ການ​ເນ​ໂຕ້.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ໂຊ​ຢູ ຢູ່ທາງ​ຫຼັງ ພົບ​ປະ​ກັນ​ທີ່​ປຶດ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດສະ​ຫະ​ລັດ ທ່ານ​ຈອນ ບອ​ລ​ຕັນ ທີ່​ມົ​ສ​ກູ ວັນ​ທີ 23 ຕຸ​ລາ​ 2018.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ໂຊ​ຢູ ຢູ່ທາງ​ຫຼັງ ພົບ​ປະ​ກັນ​ທີ່​ປຶດ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດສະ​ຫະ​ລັດ ທ່ານ​ຈອນ ບອ​ລ​ຕັນ ທີ່​ມົ​ສ​ກູ ວັນ​ທີ 23 ຕຸ​ລາ​ 2018.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳກ່າວ​ວ່າ ສະ​ຫະ​ລັດອາດ​ຈະ​ເລີ້ມ​ພັດ​ທະ​ນາ​ອາ​ວຸດນິວ​ເຄ​ລຍ
ຊະ​ນິດໃໝ່ ຖ້າ​ຫາກ​ຣັດ​ເຊຍ ແລະ​ຈີນ ທີ່​ບໍ່​ໄດ້​ເປັນ​ພາ​ຄື​ຂອງ​ສົນ​ທິ​ສັນ​ຍາ INF ຫາກ​
ດຳ​ເນີນ​ການ​ເຊັ່ນ​ນັ້ນ.

ທີ່ປຶກ​ສາ ​ດ້ານ​ຄ​ວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ຈອນ ໂບ​ລ​ຕັນ ແລະ​ເອກ​ອັກ​ຄຳ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ຣັດ​ເຊຍ ທ່ານຈອນ ຮັນ​ສ​ແມນ ຮ່ວມພິ​ທີ່​ວາງພວງ​ມະ​ລາ ທີ່​ສຸ​ສານ​ສົງ​ຄາມ​ໂລກ​ຕັ້ງ​ທີ່​ສອງ ໃນ​ນ​ະ​ຄອນ​ຫຼວງ​ມົ​ສ​ກູ ມັນ​ທີ 23 ຕຸ​ລາ 2018.

ທ່ານ​ໂບ​ລ​ຕັນ​ໄດ້​ໃຫ້​ຮ່ອງ​ຮອຍ​ວ່າສົນ​ທິ​ສັນ​ຍາ INF ກັບ​ຣັດ​ເຊຍອາດ​ຈະ​ດຳ​ເນີນ
ການ​ແລະ​ສິ້ນ​ສຸດ​ລົງ​ຕາມ​ຍຸກ​ສະ​ໄໝ ແລະ​ສົນ​ທິ​ສັນ​ຍາສອງ​ຝ່າຍ​ສະ​ໄໝສົງ​ຄາມ
​ເຢັນ ອາດ​ຈະ​ບໍ່​ສາ​ມາດ​ນຳ​ໃຊ້​ກັບ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ຂອງໂລກ​ໃນ​ປັດ​ຈຸ
​ບັນ​ໄດ້ ເວ​ລາ​ປະ​ເທດ​ອື່ນໆ ຮວມ​ທັງ​ຈີນ ອີ​ຣ່ານ​ແລະ​ເກົາ​ຫຼີ​ເໜືອ ຍັງພັດ​ທະ​ນາ​ລູກ
​ສອນ​ໄຟ​ຢູ່.

ຣັ​ດ​ເຊຍໄດ້ປະ​ຕິ​ເສດ ​ຕໍ່ການ​ລະ​ເມີດ​ສົນ​ທິ​ສັນ​ຍາ INF ແລະ​ກ່າວ​ວ່າ ລະ​ບົບ​ປ້ອງ
​ກັນ​ລູກ​ສອນ​ໄຟຂອງ​ສະ​ຫະ​ລັດ​ຢູ່ໃນ​ຢູ​ໂຣບແລະ​ບາດ​ກ້າວທີ່​ບໍ່ກໍ່​ກວ​ນ​ອື່ນໆ​ນັ້ນ
ແມ່ນການ​ລະ​ເມີດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG