ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເລັ່ງການຜັກດັນ ໃຫ້ປະຊາຊົນ ອາເມຣິກັນ ເດີນທາງອອກຈາກ ເອທິໂອເປຍ


ຜູ້ຊາຍຄົນນຶ່ງໃນຊຸດທະຫານ ຖືທຸງຊາດ ເອທິໂອເປຍ ໃນລະຫວ່າງການຊຸມນຸມ ໃນນະຄອນຫຼວງ ອາດິສ ອາບາບາ. 7 ພະຈິກ, 2021.
ຜູ້ຊາຍຄົນນຶ່ງໃນຊຸດທະຫານ ຖືທຸງຊາດ ເອທິໂອເປຍ ໃນລະຫວ່າງການຊຸມນຸມ ໃນນະຄອນຫຼວງ ອາດິສ ອາບາບາ. 7 ພະຈິກ, 2021.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ຂະຫຍາຍການຜັກດັນຂອງເຂົາເຈົ້າສຳລັບຄົນ ອາເມຣິກັນ ໃນປະເທດ ເອທິໂອເປຍ ໃຫ້ເດີນທາງ ອອກຈາກປະ ເທດດັ່ງກ່າວໃນທັນທີ, ທ່າມກາງຄວາມຢ້ານກົວວ່າສົງຄາມພາຍໃນປະເທດນັ້ນແມ່ນໃກ້ຈະຮຸນແຮງຂຶ້ນ.

ໃນກອງປະຊຸມລາຍງານຂ່າວເມື່ອວັນຈັນທີ່ຜ່ານມາ, ບັນດາເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດໄດ້ກ່າວວ່າ ປະຊາຊົນ ສະຫະລັດ ໃນ ເອທິໂອເປຍ ຄວນເດີນທາງອອກຈາກປະເທດດັ່ງກ່າວດຽວນີ້ ໃນຂະນະທີ່ທາງເລືອກໃນການໃຊ້ເຮືອບິນການຄ້າແມ່ນຍັງມີຢູ່.

ເຈົ້າໜ້າທີ່ຄົນນຶ່ງໄດ້ກ່າວ, ໂດຍຂໍບໍ່ອອກຊື່ວ່າ “ຈຸດສຳຄັນໃນຂໍ້ຄວາມຂອງພວກເຮົາກໍແມ່ນ: ຢ່າລໍຖ້າໃຫ້ສະຖານະການຮ້າຍແຮງຂຶ້ນ ຈຶ່ງຕັດສິນໃຈໜີອອກມາ. ໜີກ່ອນສິ່ງຕ່າງໆຈະປ່ຽນແປງ. ສະຖານທູດ ສະຫະລັດ ແມ່ນບໍ່ມີຄວາມເປັນໄປໄດ້ວ່າຈະສາມາດຊ່ວຍເຫຼືອປະຊາຊົນ ອາເມຣິກັນ ໃນ ເອທິໂອເປຍ ໃນການເດີນທາງອອກ ຖ້າທາງເລືອກໃນການເດີນທາງດ້ານການຄ້າບໍ່ສາມາດຫາໄດ້.”

ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ເວົ້າວ່າ ມັນບໍ່ມີແຜນທີ່ຈະນຳເອົາກອງທັບ ສະຫະລັດ ເຂົ້າໄປ ເອທິໂອ ເປຍ ເພື່ອຊ່ວຍອຳນວຍຄວາມສະດວກໃນການອົບພະຍົບ, ດັ່ງທີ່ກອງທັບໄດ້ເຮັດ ເມື່ອບໍ່ດົນມານີ້ໃນ ອັຟການິສຖານ.

ເຈົ້າໜ້າທີ່ນັ້ນໄດ້ກ່າວວ່າ “ມັນບໍ່ຄວນມີການຄາດຫວັງໃດໆ, ໂດຍສະເພາະຫຼັງຈາກທີ່ພວກເຮົາໄດ້ປະກາດການເຕືອນຫຼາຍຄັ້ງ ທີ່ແນະນຳໃຫ້ເດີນທາງອອກໃນທັນທີ, ວ່າ ສະຫະລັດ ຈະສາມາດອຳນວຍຄວາມສະດວກໃນການອົບພະຍົບຜ່ານເຮືອບິນທະຫານ ຫຼື ການຄ້າ ໃນສະພາບແວດ ລ້ອມທີ່ບໍ່ອະນຸຍາດໃຫ້, ລວມທັງ ເອທິໂອເປຍ.”

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ເຂົາເຈົ້າບໍ່ມີຕົວເລກທີ່ແນ່ນອນວ່າມີຄົນ ອາເມຣິກັນ ຫຼາຍປານໃດ ຢູ່ ໃນປະເທດທີ່ຕັ້ງຢູ່ພາກຕາເວັນອອກຂອງ ອາຟຣິກາ ນັ້ນ.

ລັດຖະບານກາງທີ່ນຳ​ພາໂດຍ ນາຍົກລັດຖະມົນຕີ ອາບີ ອາເມັດ ແລະ ກຸ່ມກະບົດແນວໂຮມປົດ ປ່ອຍປະຊາຊົນ ທິເກຣ ແມ່ນໄດ້ເຮັດສົງຄາມກັນດົນກວ່ານຶ່ງປີແລ້ວ. ໃນວັນຈັນທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ ທ່ານຈະເດີນທາງໄປເຂດແນວໜ້າ ເພື່ອນຳພາກອງທະຫານຂອງທ່ານຕໍ່ສູ້ພວກນັກລົບກະບົດທີ່ເຄື່ອນເຂົ້າມາ, ຜູ້ທີ່ໄດ້ອ້າງການຄວບຄຸມເມືອງ ເຊວາ ໂຣບິດ ໃນອາທິດນີ້, ເຊິ່ງແມ່ນເມືອງທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອ ຫ່າງຈາກ ນະຄອນຫຼວງ ອາດິສ ອາບາບາ 220 ກິໂລແມັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG