ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນ​ດາ​ເຈົ້າ​ໜ້າ​ທີ່ລັດ ຂອງ ສະ​ຫະ​ລັດ ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ ວີ​ທີ​ທີ່​ທ່ານ ທ​ຣຳ ​ພະ​ຍາ​ຍາມ​ຂັດ​ຂວາງ​ໄຊ​ຊະ​ນະ​ຂອງ​ທ່ານ ໄບ​ເດັນ


ຈາກ​ຊ້າຍ, ທ່ານ ຣັ​ສ​ຕີ ບາວ​ເວີ​ສ໌, ປະ​ທານ​ສະ​ພາ​ຕ່ຳ​ລັດ ອາ​ຣິ​ໂຊ​ນາ, ທ່ານ ແບ​ຣດ ຣາ​ຟ​ເຟັ​ນ​ສ​ເພີ​ເກີ, ​ເລ​ຂາ​ທິ​ການ​ລັດ ຈໍ​ເຈຍ ແລະ ທ່ານ ເກບ ສ​ເຕີ​ລິງ ຮອງ​ເລ​ຂາ​ທິ​ການ​ລັດ ຈໍ​ເຈຍ ສາ​ບານ​ຕົວໃນ​ລະ​ຫວ່າງ​ການ​ໃຫ້​ການ ກ່ຽວ​ກັບ ການ​ໂຈມ​ຕີຫໍ​ລັດ​ຖະ​ສະ​ພາ, 21 ມິ​ຖຸ​ນາ 2022.
ຈາກ​ຊ້າຍ, ທ່ານ ຣັ​ສ​ຕີ ບາວ​ເວີ​ສ໌, ປະ​ທານ​ສະ​ພາ​ຕ່ຳ​ລັດ ອາ​ຣິ​ໂຊ​ນາ, ທ່ານ ແບ​ຣດ ຣາ​ຟ​ເຟັ​ນ​ສ​ເພີ​ເກີ, ​ເລ​ຂາ​ທິ​ການ​ລັດ ຈໍ​ເຈຍ ແລະ ທ່ານ ເກບ ສ​ເຕີ​ລິງ ຮອງ​ເລ​ຂາ​ທິ​ການ​ລັດ ຈໍ​ເຈຍ ສາ​ບານ​ຕົວໃນ​ລະ​ຫວ່າງ​ການ​ໃຫ້​ການ ກ່ຽວ​ກັບ ການ​ໂຈມ​ຕີຫໍ​ລັດ​ຖະ​ສະ​ພາ, 21 ມິ​ຖຸ​ນາ 2022.

ບັນ​ດາ​ເຈົ້າ​ໜ້​າ​ທີ່ ສະ​ຫະ​ລັດ ໄດ້​ໃຫ້​ລາຍ​ລະ​ອຽດ​ໃນ​ວັນ​ອັງ​ຄານ​ວານນີ້ ກ່ຽວ​ກັບ ວິ​ທີ ​ທີ່ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ ພັນ​ທະ​ມິດ​ດ້ານ​ການ​ເມືອງ​ຂອງ​ທ່ານ​ໄດ້​ພະ​ຍາ​ຍາມ​ທີ່​ຈະກຳ​ນົດ​ນັກ​ລົງ​ຄະ​ແນນ​ສຽງ​ປອມ​ໃນເຂດ​ຕ່າງໆ​ ທີ່​ທ່ານ​ໄດ້​ຜ່າຍ​ແພ້​ໃຫ້​ທ່ານ ໂຈ ໄບ​ເດັນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ເລືອກ​ຕັ້ງ​ປີ 2020 ເພື່ອ​ເຮັດ​ໃຫ້​ທ່ານ ທ​ຣຳ ຢູ່​ໃນອຳ​ນາດ ແລະ ປ່ຽນ​ແປງ​ຄະ​ແນນ​ສຽງ​ທັງ​ໝົດ ແມ່ນ​ກະ​ທັ້ງ​ທີ່​ມັນ​ບໍ່​ມີຫຼັກ​ຖານ ກ່ຽວ​ກັບການ​ສໍ້​ໂກງ​ນັບ​ຄະ​ແນນ​ສຽງກໍ່​ຕາມ.

ທ່ານ ຣັ​ສ​ຕີ ບາວ​ເວີ​ສ໌ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ, ປະ​ທານ​ຂອງ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ລັດ​ອາ​ຣີ​ໂຊ​ນາ, ໄດ້​ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ​ສະ​ພາ​ທີ່​ກຳ​ລັງ​ສືບ​ສວນ​ສອບ​ສວນ​ການ​ກໍ່​ຈະ​ລາ​ຈົນ​ຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ເມື່ອ​ວັນ​ທີ 6 ມັງ​ກອນ ​ປີ​ກາຍນີ້​ວ່າ ທ່ານ ທ​ຣຳ ໄດ້ຂໍ​ຮ້ອງ​ທ່ານ​ ໃນ​ການ​ໂທ​ລະ​ສັບ​ສອງ​ຄັ້ງ ເພື່ອ​ຕ່າວ​ປີ້ນ​ໄຊ​ຊະ​ນະ​ຂອງ​ທ່ານ ໄບ​ເດັນ ໃນ​ລັດ​ທາງ​ພາກ​ຕາ​ເວັນ​ຕົກດັ່ງ​ກ່າວ, ແຕ່​ທ່ານ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເຮັດ.

ທ່າ​ນ ບາວ​ເວີ​ສ໌ ກ່າວ​ວ່າ​ ທ່ານ​ໄດ້​ລົງ​ຄະ​ແນນ​ສຽງ​ໃຫ້​ທ່ານ ທ​ຣຳ ແຕ່​ໄດ້​ບອກ​ທ່ານ​ໃນ​ລະ​ຫວ່າງ​ການ​ລົມ​ໂທ​ລະ​ສັບ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ຜິດ​ກົດ​ໝາຍ​ສຳ​ລັບ​ທ່ານ” ດ້ວຍ​ການ​ກຳ​ນົດ​ຜູ້​ລົງ​ຄະ​ແນນ​ສຽງ​ສຳ​ລັບ​ທ່ານ ເວ​ລາ​ທີ່​ທ່ານ ໄບ​ເດັນ ໄດ້​ຊະ​ນະ​ໃນ​ລັດ​ດັ່ງ​ກ່າວ​ດ້ວຍ​ຄະ​ແນນ​ສຽງຫຼາຍກວ່າ 10,000 ຄະ​ແນນ.

ທ່ານ ບາວ​ເວີ​ສ໌ ໄດ້​ກ່າວ​ວ່າ​ທະ​ນາຍ​ຄວາມ​ຂອງ​ທ່ານ ທ​ຣຳ, ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ ນິວ ຢອກ ທ່ານ ຣູ​ດີ ຈູ​ລີ​ອາ​ນີ, ໄດ້​ອ້າງວ່າ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ 20,000 ຄົນ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ຜິດ​ກົດ​ໝາຍ ​ໃນ​ລັດ ອາ​ຣິ​ໂຊ​ນາ​ ໃນ​ປີ 2020, ພ້ອມ​ກັບຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ແລ້ວ 5,000 ຫາ 6,000 ຄົນ. ເວ​ລາ​ທີ່​ທ່ານ ບາວ​ເວີ​ສ໌ ໄດ້​ຮຽກ​ຮ້ອງຫຼັກ​ຖານ​ນັ້ນ, ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ການ​ລົມ​ໂທ​ລະ​ສັບ​ຄັ້ງ​ນຶ່ງວ່າ, “ເອົາ​ສິ່ງ​ທີ່​ຜູ້​ຊາຍ​ຄົນ​ດັ່ງ​ກ່າວ​ນັ້ນ​ຢາກ​ໄດ້​ໃຫ້​ລາວ, ທ່ານ ຣູ​ດີ.”

ແຕ່​ທ່ານ ບາວ​ເວີ​ສ໌ ໄດ້​ກ່າວ​ວ່າ ທ່ານ ຈູ​ລີ​ອາ​ນີ ບໍ່​ເຄີຍ​ສະ​ເໜີຫຼັກ​ຖານກ່ຽວ​ກັບ ການ​ລົງ​ຄະ​ແນນ​ສຽງ​ທີ່​ຜິ​ດ​ກົດ​ໝາຍນັ້ນ, ແຕ່​ໃນ​ທີ່​ສຸດ​ໄດ້​ສະ​ແດງ​ການ​ຮັບ​ຮູ້​ຕໍ່​ສະ​ມາ​ຊິກ​ສະ​ພາ​ລັດ ອາ​ຣິ​ໂຊ​ນາ ວ່າ, “ພວກ​ເຮົາ​ມີຫຼາຍ​ທິດ​ສະ​ດີ, ແຕ່​ພວກ​ເຮົາ​ບໍ່​ມີຫຼັກ​ຖານ.”

ທ່ານ ທ​ຣຳ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ​ກ່ອນ​ການ​ໃຫ້​ການ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ອັງ​ຄານ​ວານນີ້, ທີ່​ອ້າງວ່າ​ທ່ານ ບາວ​ເວີ​ສ໌ ໃນ​ຈຸດ​ນຶ່ງ​ໄດ້​ບອກ​ທ່ານ​ວ່າ ລັດ ອາ​ຣິ​ໂຊ​ນາ “ໄດ້​ສໍ້​ໂກງ” ຕໍ່​ທ່ານ ທ​ຣຳ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ພະ​ຍາ​ຍາມ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຄືນ. ທ່ານ ບາວ​ເວີ​ສ໌ ໄດ້​ປະ​ຕິ​ເສດ​ວ່າ​ທ່ານບໍ່​ເຄີຍ​ໃຫ້​ຄຳ​ເຫັນ​ແນວ​ນັ້ນ​ຕໍ່​ທ່ານ ທ​ຣຳ.

ທ່ານ ບາວ​ເວີ​ສ໌ ກ່າວ​ວ່າ, ທ່ານ ໄບ​ເດັນ​, ໄດ້​ຊະ​ນະ​ໃນ​ລັດ​ດັ່ງ​ກ່າວ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ສະ​ພາ​ຕ່ຳ ຍັງ​ໄດ້​ຮັບ​ຟັງ​ການ​ໃຫ້​ປາ​ກ​ຄຳ​ທີ່​ແກ່​ຍາວ​ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ​ສອງ​ຄົນ​ຈາກ​ລັດ ຈໍ​ເຈຍ ໃນ​ພາກ​ໃຕ້, ບ່ອນ​ທີ່​ທ່ານ ທ​ຣຳ ເປັນ​ຜູ້​ລົງ​ແຂ່ງ​ຂັນ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຄົນ​ທຳ​ອິດ ທີ່​ໄດ້​ຜ່າຍ​ແພ້ ​ໃນ​ລັດ​ດັ່ງ​ກ່າວ ​ນັບ​ຕັ້ງ​ແຕ່​ປີ 1992 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG