ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຍັງບໍ່ມີສິ່ງສະແດງໃຫ້ເຫັນວ່າ ມີການປັບປຸງໃຫ້ດີຂຶ້ນເລີຍ ໃນເລື້ອງການຄ້າມະນຸດ ຕາມລາຍງານປະຈໍາ ປີ 2021 ຂອງ ສຫລ


ລາຍງານປະຈໍາປີ 2021 ກ່ຽວກັບການຄ້າມະນຸດຢູ່​ໃນ​ທົ່ວ​ໂລກຂອງກະຊວງການຕ່າງປະເທດສະຫະລັດ ທີ່ໄດ້ພິມເຜີຍແຜ່ ໃນວັນທີ 1 ກໍລະກົດ, 2021
ລາຍງານປະຈໍາປີ 2021 ກ່ຽວກັບການຄ້າມະນຸດຢູ່​ໃນ​ທົ່ວ​ໂລກຂອງກະຊວງການຕ່າງປະເທດສະຫະລັດ ທີ່ໄດ້ພິມເຜີຍແຜ່ ໃນວັນທີ 1 ກໍລະກົດ, 2021

ລາຍງານປະຈໍາປີ 2021 ກ່ຽວກັບການຄ້າມະນຸດຢູ່​ໃນ​ທົ່ວ​ໂລກຂອງກະຊວງການຕ່າງປະເທດສະຫະລັດ ທີ່ໄດ້ພິມເຜີຍແຜ່ ໃນອາທິດແລ້ວນີ້ ລວມມີ ພາກສ່ວນທີ່ກ່ຽວຂ້ອງກັບລາວ ຊຶ່ງໃນນັ້ນ ລາວຍັງຖືກຈັດເຂົ້າໃນກຸ່ມທີ 2 ຫຼື Tiers 2 ຂອງ​ທັງ​ໝົດ 3 ກຸ່ມ ຢູ່​. ພວກເຮົາໄດ້ແບ່ງລາຍງານນີ້ ເປັນອອກ ເປັນສອງຕອນ. ​ອັນດັບຕໍ່ໄປ ຂໍ​ເຊີນ​ທ່ານ​ຮັບ​ຟັງລາຍລະອຽດກ່ຽວກັບຕອນທີ 1 ຂອງ ລາຍ​ງານນີ້ຈາກບົວສະຫວັນໄດ້​ເລີຍ.

ລາຍ​ງານ​ປະຈຳປີ 2021 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດທີ່ພິມເຜີຍ ແຜ່ອອກມາ ໃນອາທິດແລ້ວນີ້ ຍັງສືບຕໍ່ຈັດ ສປປ ລາວ ​ເຂົ້າໄວ້​ໃນ​ກຸ່ມທີ 2 ຫລື Tiers 2 ຂອງ​ຈໍານວນທັງ​ໝົດ 3 ກຸ່ມ ຄືກັນກັບປີກາຍນີ້. ​ກຸ່ມ​ທີ 2 ນີ້ ​ໝາຍເຖິງ​ພວກ​ປະ​ເທດທີ່​ຍັງຈະ​ຕ້ອງ​ຖືກຕິດຕາມ​ສິ້ງ​ຊອມ​ເບິ່ງ​ຢູ່. ທັງນີ້ກໍເພາະວ່າ ສປປ ລາວ ບໍ່​ໄດ້​ປະ​ຕິ​ບັດຢ່າງ​ຄົບ​ຖ້ວນ​ຕາມ​ມາດ​ຕະ​ຖານ​ຕ່ຳ​ສຸດໃນ​ການຄ້າ​ມະ​ນຸດ ແຕ່ວ່າລັດຖະບານລາວໂດຍລວມແລ້ວ ໄດ້ດໍາເນີນຄວາມພະຍາມຫລາຍຂຶ້ນ ເພື່ອປັບປຸງໃນຫລາຍດ້ານ.

ການດໍາເນີນຄວາມພະຍາຍາມອັນສໍາຄັນເຫລົ່ານັ້ນລວມມີ ການສືບສວນ, ການ ດໍາເນີນຄະດີ ແລະການຕັດສິນລົງໂທດພວກຄ້າມະນຸດ, ຮັບຮອງເອົາລະບຽບຊີ້ນຳແຫ່ງຊາດ ໃນການໃຫ້ການປົກປ້ອງ ແລະການນໍາສົ່ງຕົວ ພວກໄດ້ຮັບເຄາະ ຮ້າຍ, ການລະບຸຕົວແລະນໍາສົ່ງຜູ້ເຄາະຮ້າຍໄປຮັບການບໍລິການປົກປ້ອງ. ນອກນັ້ນ ລັດຖະບານຍັງໄດ້ຮັກສາງົບປະມານໃນການຕ້ານການຄ້າມະນຸດໄວ້ ແລະ ເພີ້ມທະວີການຮ່ວມມືກັນກັບອົງການສັງຄົມພົນລະເຮືອນຕ່າງໆ ແລະຈັດຕັ້ງປະ
ຕິບັດມາດຕະການປົກປ້ອງສິດທິຂອງແຮງງານເຄື່ອນທີ່ຢູ່ຕ່າງປະເທດ.

ຢ່າງໃດກໍຕາມ ລັດຖະບານລາວບໍ່​ໄດ້​ປະ​ຕິ​ບັດຢ່າງ​ຄົບ​ຖ້ວນ​ຕາມ​ມາດ​ຕະ​ຖານ​ຕ່ຳ​ສຸດໃນ​ການຄ້າ​ມະ​ນຸດ ຢູ່ໃນຫລາຍດ້ານ, ອີງຕາມລາຍງານສະບັບນີ້. ພວກ ເຈົ້າໜ້າທີ່ນໍາໃຊ້ຂັ້ນຕອນໃນການລະບຸຕົວ ແລະກວດກາບຸກຄົນທີ່ໄດ້ຮັບເຄາະ ຮ້າຍ ແບບບໍ່ເປັນລະບົບດຽວກັນໃນທົ່ວປະເທດ. ສະນັ້ນ ຕໍາຫລວດໄດ້ປັບໃໝ ພວກທີ່ບໍ່ໄດ້ຖືກລະບຸຕົວວ່າ ເປັນຜູ້ຮັບເຄາະຮ້າຍ ໂດຍກ່າວຫາເຂົາເຈົ້າວ່າໄດ້ ຄ້າປະເວນີ ຊຶ່ງເປັນການເຮັດຜິດກົດໝາຍທີ່ຖືກພວກນໍາເຂົາເຈົ້າໄປຂາຍບັງຄັບ ໃຫ້ເຮັດ.

ລັດຖະບານຍັງພົບຂໍ້ຫຍຸ້ງຍາກໃນການລະບຸຕົວພວກໄດ້ຮັບເຄາະຮ້າຍທີ່ເປັນ ຄົນລາວ ແລະຕ່າງປະເທດຢູ່ພາຍໃນປະເທດ ເຖິງແມ່ນວ່າ ຈະມີການຮັບຮູ້ ຈາກບັນດາເຈົ້າໜ້າທີ່ ແລະອົງການບໍ່ຂຶ້ນກັບລັດຖະບານວ່າ ມີຄວາມສ່ຽງຕໍ່ ການຄ້າມະນຸດເພີ້ມຂຶ້ນຢູ່ໃນເຂດເສດຖະກິດພິເສດ, ນິຄົມປູກຝັງກະສິກໍາຕ່າງໆ ແລະຢູ່ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ກໍຕາມ. ພ້ອມກັນນັ້ນ ກໍຍັງບໍ່ທັນມີການບໍລິການ ທີ່ໃຫ້ການປົກປ້ອງແກ່ພວກໄດ້ຮັບເຄາະຮ້າຍຈາກການຄ້າມະນຸດທີ່ເປັນເພດຊາຍຢ່າງພຽງພໍເທື່ອ.

ກ່ຽວກັບຄຳແນະນຳ ຕໍ່ລັດຖະບານລາວໃນ​ການແກ້​ໄຂບັນ​ຫານີ້. ລາຍງານກະ ຊວງການຕ່າງປະເທດສະຫະລັດໃຫ້​ຄຳ​ເຫັນວ່າໃຫ້ສືບຕໍ່ເພີ້ມ​ຄວາມ​ພະ​ຍາ​ຍາມໃນ​ການ​ເຜີຍ​ແຜ່, ຈັດ​ຕັ້ງ​ປະ​ຕິ​ບັດ, ແລະ​ຝຶກ​ອົບ​ຮົມຕຳ​ຫລວດ ແລະ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາຍ​ແດນກ່ຽວ​ກັບຂໍ້​ແນ​ະ​ນຳ​ໃນ​ການ​ປົກ​ປ້ອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍແລະ ນໍາສົ່ງ ຕົວ​ແຫ່ງ​ຊາດໂດຍ​ເພັ່ງ​ເລັງ​ໃສ່​ກຸ່ມ​ທີ່​ຕົກເປັນ​ເຫຍື່ອຂອງ​ການ​ຄ້າ​ມະ​ນຸ​ດ​ໄດ້​ງ່າຍ. ໃຫ້ກວດກາເບິ່ງສິ່ງທີ່ສໍ່ສະແດງໃຫ້ເຫັນວ່າ ເປັນການຄ້າມະນຸດຢູ່ໃນກຸ່ມຄົນ​ທີ່​ຕົກເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸ​ດ​ໄດ້​ງ່າຍ ​ລວມ​ທັງແຕ່ບໍ່​ຈຳ​ກັດ ​ແຕ່ກໍາມະກອນຕ່າງປະເທດ ແລະກໍາມະກອນລາວທີ່ເຮັດວຽກ ຢູ່ໃນໂຄງການກໍ່ສ້າງໂຄງລ່າງພື້ນຖານ, ຂຸດຄົ້ນບໍ່ແຮ່ ແລະກະສິກໍາຂະໜາດໃຫຍ່, ແລະພວກອອກແຮງງານທີ່ ກັບມາຈາກການໄປເຮັດວຽກຢູ່ຕ່າງປະເທດ, ແລະພວກຜູ້ຍິງທີ່ເປັນ​ຄົນ​ລາວ ແລະ​ຄົນຕ່າງ​ຊາດທີ່ຢູ່ໃນການ​ຄ້າ​ປະເວນີຢູ່ລາວເທົ່ານັ້ນ.

ນອກນັ້ນ ໃຫ້ຝຶກອົບຮົມສະມາຊິກຂອງຄະນະສະເພາະກິດຄວບຄຸມໂຄວິດ-19 ໃນທຸກຂັ້ນ ໂດຍສະເພາະແມ່ນພະນັກງານທີ່ເຮັດວຽກ ກ່ຽວກັບການດໍາເນີນ ເລື້ອງແຮງງານກັບຄືນບ້ານ ເພື່ອໃຫ້ຮູ້ວິທີການລະບຸຕົວ ແລະຂັ້ນຕອນໃນການກວດກາ ແລະນໍາສົ່ງຕົວ. ໃຫ້ກວດກາຫາ ແລະລະບຸຕົວຜູ້ຮັບເຄາະຮ້າຍໃນກຸ່ມ ແມ່ຍິງ ແລະເດັກຍິງທີ່ຖືກພົບເຫັນໃນເວລາມີການບຸກເຂົ້າກວດຄົ້ນໃນສະຖານທີ່ ບັນເທີງຕ່າງໆ.

ໃຫ້ເພີ້ມຄວາມພະຍາຍາມໃນ​ການປ້ອງກັນ, ເຮັດໃຫ້ການຂ້າມຊາຍແດນ ທີ່ບໍ່ເປັນທາງການໃຫ້ກາຍເປັນທາງການ ແລະຕິດຕາມເບິ່ງການຂ້າມຊາຍແດນແບບນັ້ນ ຢູ່ໃນເຂດຫ່າງໄກສອກຫລີກ ແລະເຂດພູຜາທີ່ພວກອອກແຮງງານລາວຢູ່ຕ່າງປະເທດມັກໃຊ້ເພື່ອເດີນທາງກັບບ້ານ, ແລະກວດຫາສິ່ງທີ່ສໍ່ສະແດງໃຫ້ເຫັນວ່າ ອາດມີຜູ້ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດຢູ່ໃນຄົນກຸ່ມນີ້.

ໃຫ້ເພີ້ມການ​ຝຶກ​ອົບ​ຮົມ​ແກ່ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ໃນທຸກຂັ້ນ​ກ່ຽວ​ກັບ​ກົດລະ​ບຽບການປັບ​ໃໝ ເພື່ອ​ຍົກ​ລະ​ດັ​ບ​ຄວາມ​ສາ​ມາດຂອງ​ພວກ​ເຂົາ​ເຈົ້າໃນ​ການສອບ​ສວນ, ດຳ​ເນີນ​ ແລະ​ຕັດ​ສິນ​ຄະ​ດີ​ຕໍ່​ພວກ​ຄ້າມະ​ນຸດຊຶ່ງ​ລວມ​ທັງ​ພວກ​ເຈົ້າ​ໜ້າ​ທີ່ ທີ່ຮູ້​ເຫັນເປັນ​ໃຈນຳ ແລະນັກ​ທ່ອງ​ທ່ຽວທີ່​ມີເພດ​ສຳ​ພັນ​ກັບ​ເດັກ​ນ້ອຍອີກ​ດ້ວຍ.

ໃຫ້ລັດຖະບານສືບຕໍ່ຮ່ວມມືກັບກຸ່ມສັງຄົມພົນລະເຮືອນເພື່ອປັບ​ປຸງແລະຍືດໄລ​ຍະແຜນປະ​ຕິ​ບັດ​ງານ​ຂອງ​ຊາດ​ໃຫ້ກາຍປີ 2021 ໄປ​ອີກ ໂດຍ​ໃຫ້ເອົາ​ໃຈ​ໃສ່​ເບິ່ງ​ທ່າ​ອ່ຽງ ແລະ​ການ​ຕົກ​ເປັນ​ເຫ​ຍື່ອ​ຂອງ​ການ​ຄ້າ​ມະ​ນຸດທີ່​ກຳ​ລັງ​ປ່ຽນ​ແປງໄປ. ໃຫ້ເພີ້ມຄວາມພະຍາຍາມ ແລະງົບປະມານຂອງລັດຖະບານເຂົ້າໃສ່ໂຄງການບໍລິ ການ ແລະການຊ່ວຍເຫລືອແກ່ພວກໄດ້ຮັບເຄາະຮ້າຍ ແລະຂະຫຍາຍການບໍລິການເຫລົ່ານີ້ອອກ.

ໃຫ້​ຍົກເລີກ​ຂໍ້​ກຳ​ນົດທີ່​ຮຽກ​ຮ້ອງ​ໃຫ້​ຜູ້​ໄດ້​ຮັບ​ເຄາະ​ຮ້າຍຕ້ອງ​ຍື່ນ​ໃບ​ຄຳ​ຮ້ອງ​ຢ່າງ​ເປັນ​ທາງ​ການເພື່ອ​ຂໍການ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ​ຈາກ​ພວກ​ທີ່​ນຳ​ເຂົາ​ເຈົ້າ​ໄປ​ຂາຍ. ຫລຸດຜ່ອນສິ່ງກີດຂວາງຕໍ່ການຍົກຍ້າຍໄປອອກແຮງງານທີ່ເປັນທາງການ ເພື່ອ ຫລຸດຜ່ອນໂອກາດຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ ສໍາລັບພວກກໍາ
ມະກອນເຄື່ອນທີ່, ລວມທັງກ້າວໄປລົບລ້າງການຈັດຫາງານທີ່ມີການເກັບຄ່າ ທໍານຽມຈາກລູກຈ້າງອີກດ້ວຍ. ໃຫ້ສືບຕໍ່ເພີ້ມຄວາມພະຍາຍາມຂອງພວກປະຕິ ບັດງານທາງການທູດຢູ່ຕ່າງປະເທດ ໃນການຊ່ວຍເຫລືອດ້ານການລະບຸໂຕ ແລະປົກປ້ອງພວກເຄາະຮ້າຍຈາກການຄ້າປະເວນີແລະອອກແຮງງານແບບຖືກ ບັງຄັບ. ປັບປຸງຄວາມໂປ່ງໃສ ແລະການປະສານງານຂຶ້ນອີກ ໂດຍເກັບກຳຂໍ້ມູນກ່ຽວກັບກິດຈະກຳຕ້ານການຄ້າມະນຸດຂອງລັດຖະບານ.

ໃນດ້ານການການຟ້ອງຮ້ອງດຳເນີນຄະດີ​ພວກ​ຄ້າມະນຸດນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະລັດເວົ້າວ່າ ລັດຖະບານໄດ້ຫລຸດຜ່ອນຄວາມພະຍາຍາມໃນການບັງຄັບໃຊ້ກົດໝາຍ. ພາຍໃຕ້ມາດຕາ 125 ຂອງປະມວນ​ກົດໝາຍ​ອາຍານັ້ນ ໄດ້ລະບຸວ່າການຄ້າມະນຸດໃນແບບການຄ້າປະເວນີ ແລະບັງຄັບໃຊ້ແຮງງານແມ່ນຜິດກົດໝາຍອາຍາ ແລະກຳນົດການລົງໂທດນັບແຕ່​ຈຳ​ຄຸກ 5 ປີ​ ຫາ 15 ປີ, ຈ່າຍຄ່າ​ປັບ​ໃໝ ​ແຕ່ 10 ຫາ 100 ລ້ານກີບ. ຖ້າຫາກ ວ່າ ການກະທໍາຜິດ ກ່ຽວຂ້ອງກັບຜູ້ໄດ້ຮັບ ເຄາະຮ້າຍທີ່ເປັນເດັກນ້ອຍ ຄ່າປັບ ໃໝນັ້ນຈະເພີ້ມຂຶ້ນເປັນ 100 ລ້ານ ຫາ 500 ລ້ານກີບຊຶ່ງການປັບໃໝນີ້ ຖືວ່າ ມີຄວາມເຂັ້ມງວດພຽງພໍ.

ໃນປີ 2020, ກົມຕໍ່ຕ້ານການຄ້າມະນຸດ ຫລື ATD ໃນກະຊວງປ້ອງກັນຄວາມ ສະຫງົບລາຍງານວ່າ ໄດ້ສອບສວນ 21 ກໍລະນີ ຊຶ່ງໃນນັ້ນ ໄດ້ສໍາເລັດການ ສອບສວນ ແລະການນໍາສົ່ງຕົວແລ້ວ 10 ກໍລະນີທີ່ມີຜູ້ຕ້ອງສົງໄສ 20 ຄົນໄປ ຫາໄອຍະການປະຊາຊົນ. ໃນນັ້ນ 7 ກໍລະນີແມ່ນກ່ຽວຂ້ອງກັບການແຕ່ງງານ ປອມ ຊຶ່ງສໍ່ສະແດງໃຫ້ເຫັນວ່າອາດກ່ຽວຂ້ອງກັບການເອົາຄົນໄປຂາຍບໍລິການ ທາງເພດ ຫລື ອອກແຮງງານກໍເປັນໄດ້. ແຕ່ວ່າ ລັດຖະບານກໍບໍ່ໄດ້ໃຫ້ລາຍລະ ອຽດເພີ້ມເຕີມ ກ່ຽວກັບຄະດີເຫລົ່ານັ້ນ.

ລັດຖະບານໄດ້ຮ່ວມມືກັບຈີນ, ໄທແລະຫວຽດນາມ ໂດຍດໍາເນີນການຕາມຂໍ້ຕົກ ລົງສອງຝ່າຍທີ່ມີຢູ່ໃນເລື້ອງແບ່ງປັນຂໍ້ມູນໃຫ້ກັນຊາບ, ການສືບສວນ ແລະ ດໍາ ເນີນຄະດີ ແລະການສົ່ງຜູ້ໄດ້ຮັບເຄາະຮ້າຍກັບບ້ານ. ເຈົ້າໜ້າທີ່ໄດ້ຮ່ວມມືກັບຕໍາ ຫລວດຈີນໃນການສືບສວນຊາວຈີນທີ່ໄດ້ເອົາຍິງສາວລາວ 2 ຄົນໄປຂາຍ ແລະ ໄດ້ສືບຕໍ່ຮ່ວມມືກັບລັດຖະບານຈີນໃນຄະດີທີ່ໄດ້ເລີ້ມຕົ້ນຂຶ້ນໃນປີ 2020 ທີ່ກ່ຽວຂ້ອງກັບນັກຄ້າມະນຸດຊາວຈີນ 2 ຄົນເອົາຜູ້ເຄາະຮ້າຍຊາວຈີນ 6 ຄົນ ໄປຂາຍເປັນໂສເພນີຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ. ມີຫລາຍແຂວງ ແລະຫລາຍເມືອງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ກັບເຈົ້າໜ້າທີ່ໄທ ເພື່ອສົ່ງເສີມການຮ່ວມມືກັນເພີ້ມຂຶ້ນ. ບົດລາຍງານນີ້ເວົ້າວ່າ ລັດຖະບານໄດ້ຮັບ ເອົາຜູ້ເຄາະຮ້າຍໃນການຄ້າມະນຸດ 57 ຄົນຈາກລັດຖະບານໄທກັບບ້ານ, ໃນນັ້ນມີເດັກນ້ອຍ 17 ຄົນ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນຕອນທີ 1 ຂອງລາຍງານປະຈໍາປີ 2021 ກ່ຽວກັບການຄ້າມະນຸດ ຢູ່​ໃນ​ທົ່ວ​ໂລກ ຂອງກະຊວງການຕ່າງປະ ເທດສະຫະລັດ ທີ່ໄດ້ພິມເຜີຍແຜ່ ໃນອາທິດແລ້ວນີ້ ລວມມີພາກສ່ວນທີ່ກ່ຽວຂ້ອງກັບລາວ ຊຶ່ງໃນນັ້ນ ລາວຍັງຖືກຈັດເຂົ້າໃນກຸ່ມທີ 2 ຫຼື Tiers 2 ຂອງ​ທັງ​ໝົດ 3 ກຸ່ມ.

XS
SM
MD
LG