ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈັດກອງປະຊຸມ ລະດັບໂລກ ເພື່ອຕໍ່ຕ້ານ ການໂຈມຕີຮຽກຄ່າໄຖ່ ຂອງໂປແກຣມແຣນຊຳແວຣ


ພາບຈຳລອງຂອງການໂຈມຕີດ້ວຍໂປແກຣມ ແຣນຊຳແວຣ ແມ່ນເຫັນໄດ້ຢູ່ໃນຈໍຄອມພິວເຕີ. (Graphic by Diaa Bekheet)
ພາບຈຳລອງຂອງການໂຈມຕີດ້ວຍໂປແກຣມ ແຣນຊຳແວຣ ແມ່ນເຫັນໄດ້ຢູ່ໃນຈໍຄອມພິວເຕີ. (Graphic by Diaa Bekheet)

ທຳນຽບຂາວ ໄດ້ຈັດກອງປະຊຸມນາໆຊາດໄລຍະສອງວັນ ໂດຍເລີ້ມຂຶ້ນໃນວັນພຸດວານນີ້ ເພື່ອຕໍ່ຕ້ານການໂຈມຕີຮຽກຄ່າໄຖ່ ຕໍ່ຄອມພິວເຕີ ໃນການດຳເນີນງານຂອງທຸລະກິດທັງຫຼາຍໃນທົ່ວໂລກ ທີ່ໄດ້ເຮັດໃຫ້ບໍລິສັດ ໂຮງຮຽນ ແລະສະຖານບໍລິການດ້ານສຸຂະພາບທັງຫຼາຍເສຍຫາຍ ທີ່ກະປະມານໄດ້ ໃນມູນຄ່າ 74 ຕື້ໂດລາ ເມື່ອປີກາຍນີ້.

ບັນດາເຈົ້າໜ້າທີ່ສະຫະລັດ ກຳລັງປະຊຸມກັນຜ່ານທາງ ຊູມ (Zoom) ໂດຍມີຄູ່ຮ່ວມຕຳແໜ່ງຂອງພວກເຂົາຈາກຢ່າງໜ້ອຍ 30 ປະເທດເຂົ້າຮ່ວມ ເພື່ອປຶກສາຫາລືວິທີທາງຕໍ່ຕ້ານການໂຈມຕີແບບລັບຕ່າງໆນາໆ. ຣັດເຊຍ ເປັນແຫລ່ງເລີ້ມຕົ້ນສຳລັບການໂຈມຕີຫຼາຍໆຄັ້ງ ແມ່ນບໍ່ໄດ້ຢູ່ໃນບັນຊີຂອງການເຊື້ອເຊີນມາເຂົ້າຮ່ວມ ໃນຂະນະທີ່ບັນດາເຈົ້າໜ້າທີ່ຂອງວໍຊິງຕັນ ແລະມົສກູ ກຳລັງພົວພັນກັນໂດຍກົງກ່ຽວກັບການໂຈມຕີທີ່ອອກມາຈາກຣັດເຊຍນັ້ນ.

ໃນປີນີ້ ກໍໄດ້ເຫັນການລະບາດຂອງການໂຈມຕີເພື່ອຮຽກຄ່າໄຖ່ຫຼາຍຄັ້ງ ຊຶ່ງພວກລັກເຈາະຂໍ້ມູນຫຼືແຮັກເກີ ຈາກດິນແດນທີ່ຫ່າງໄກ ສາມາດເຂົ້າໄປລັອກຄອມພິວຕ່າງໆຂອງຜູ້ເຄາະຮ້າຍ ແລະຮຽກຮ້ອງໃຫ້ຈ່າຍເງິນຢ່າງຫຼວງຫຼາຍເພື່ອທີ່ຈະປົດລັອກໃຫ້ດຳເນີນງານໄດ້ຄືນຄືເກົ່າ.

ການຈ່າຍເງິນໃຫ້ຂະບວນການຮຽກຄ່າໄຖ່ ແມ່ນສູງເຖິງ 400 ລ້ານໂດລາ ໃນທົ່ວໂລກ ເມື່ອປີ 2020 ອີງຕາມການກ່າວຂອງສະຫະລັດ ແລະວ່າ ຈຳນວນທັງໝົດແມ່ນຫຼາຍກວ່າ 81 ຕື້ໂດລາ ໃນໄຕມາດທີ່ນຶ່ງຂອງປີ 2021.

ທຸລະກິດສອງແຫ່ງຂອງສະຫະລັດ ຄື ບໍລິສັດໂຄໂລນີໂອ ໄພ້ລາຍ (Colonial Pipeline Company) ທີ່ນຳສົ່ງນ້ຳມັນເຊື້ອໄຟໄປຍັງພາກຕາເວັນອອກຂອງປະເທດ ແລະບໍລິສັດ JBS ທີ່ເປັນຜູ້ຜະລິດຊີ້ນງົວຂອງໂລກ ໄດ້ຕົກເປັນເປົ້າໝາຍໃນການໂຈມຕີດ້ວຍໂປແກຣມແຣນຊຳແວຣ ໃນເດືອນພຶດສະພາທີ່ຜ່ານມາ.

ບໍລິສັດໂຄໂລນີໂອ ໄດ້ຈ່າຍເງິນ 4 ລ້ານ 4 ແສນໂດລາ ແກ່ການຮຽກຄ່າໄຖ່ ເຖິງແມ່ນວ່າ ບັນດາເຈົ້າໜ້າທີ່ລັດຖະບານຂອງສະຫະລັດ ສາມາດຕິດຕາມນຳເອົາເງິນຄ່າຈ່າຍດັ່ງກ່າວນັ້ນ ກັບຄືນມາໄດ້ແບບລັບໆ 2 ລ້ານ 3 ແສນໂດລາກໍຕາມ. ສ່ວນບໍລິສັດ JBS ໄດ້ກ່າວວ່າ ຕົນໄດ້ຈ່າຍເງິນຮຽກຄ່າໄຖ່ 11 ລ້ານໂດລາ.

ບໍລິສັດອື່ນໆຂອງສະຫະລັດ ກໍຍັງຖືກໂຈມຕີຢູ່ ລວມທັງ ບໍລິສັດດ້ານການເງິນ CAN ຊຶ່ງເປັນນຶ່ງໃນບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດຂອງປະເທດ, ບໍລິສັດເທັກໂນໂລຈີ Applus ຊຶ່ງສະໜອງເຄື່ອງກວດສອບໃຫ້ແກ່ສະຖານີກວດກາລົດຍົນຂອງລັດ, ບໍລິສັດ ExaGrid ຊຶ່ງເປັນຜູ້ສະໜອງບ່ອນເກັບຂໍ້ມູນສຳຮອງ ທີ່ໄດ້ຊ່ອຍບັນດາທຸລະກິດ ນຳເອົາຂໍ້ມູນກັບຄືນມາ ຫຼັງຈາກໄດ້ຖືກໂຈມຕີໂດຍແຣນຊຳແວຣ ແລະລະບົບຄອມພິວເຕີຂອງໂຮງຮຽນໃນເມືອງບັບຟາໂລ ຂອງລັດນິວຢອກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG