ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ຫົວໜ້າໜ່ວຍສືບລັບ ສະຫະລັດ ເຕືອນ ກ່ຽວກັບ ໄພຂົ່ມຂູ່ດ້ານອາວຸດນິວເຄລຍ ຂອງ ຣັດເຊຍ


ເຈົ້າໜ້າທີ່ກອງທັບຕ່າງປະເທດ ແລະ ນັກຂ່າວເຂົ້າຮ່ວມກອງປະຊຸມລາຍງານໂດຍກະຊວງປ້ອງກັນປະເທດ ຣັດເຊຍ ກ່ຽວກັບລູກສອນໄຟນຳວິຖີ 9M729 ໃນເມືອງ ຄູບິນກາ, ປະເທດ ຣັດເຊຍ, 23 ມັງກອນ, 2019.

ໄພຂົ່ມຂູ່ດ້ານລະເບີດນິວເຄລຍຂອງຣັດເຊຍ ແມ່ນໄດ້ຮັບຄວາມສົນໃຈຈາກບັນດາເຈົ້າໜ້າທີ່ສືບລັບສະຫະລັດ, ເຊິ່ງບາງຄົົນໄດ້ສະແດງຄວາມເປັນຫ່ວງຫຼາຍຂຶ້ນ ກ່ຽວກັບ ຄວາມເຕັມໃຈຂອງວັງເຄຣັມລິນ ທີ່ຈະ​ນຳ​ໃຊ້ລະເບີດນິວເຄລຍຂອງເຂົາເຈົ້າຈຳ​ນວນ​ນຶ່ງ ໃນຂະນະທີ່ພວກເຂົາປະເຊີນກັບ “ຄວາມໝົດຫວັງທີ່ອາດເປັນໄປໄດ້” ໃນຢູເຄຣນ.

ຜູ້ອຳນວຍການອົງການການສືບລັບ CIA ທ່ານ ວິລລຽມ ເບີນສ໌ ໄດ້ເຕືອນໃນວັນພະຫັດວານນີ້ວ່າ ໂລກບໍ່ຄວນປະໝາດປະທານາທິບໍດີຣັດເຊຍ ທ່ານວລາດິເມຍ ປູຕິນ, ຜູ້ຊຶ່ງຫິວໂຫຍສຳລັບຄວາມສ່ຽງແມ່ນມີແຕ່ໄດ້ເພີ່ມຂຶ້ນ “ໃນຂະນະທີ່ການຄວບຄຸມຣັດເຊຍຂອງທ່ານແມ່ນເຄັ່ງຄັດຂຶ້ນກວ່າເກົ່າ.”

ທ່ານເບີນສ໌ ໄດ້ກ່າວໃນລະຫວ່າງການໃຫ້ຄຳປາໄສຕໍ່ນັກສຶກສາຢູ່ສະຖາບັນເທັກໂນໂລຈີລັດຈໍເຈຍ ໃນນະຄອນແອັດແລນຕ້າ, ເຊິ່ງຍັງເປັນທີ່ຮູ້ຈັກກັນ ໃນ​ຊື່ ຈໍເຈຍ ເທັກ (Georgia Tech) ວ່າ “ກ່ຽວກັບຄວາມໝົດຫວັງທີ່ອາດເປັນໄປໄດ້ຂອງປະທານາທິບໍດີ ປູຕິນ ແລະ ການນຳພາຂອງຣັດເຊຍ ຍ້ອນຄວາມລົ້ມແຫຼວທີ່ເຂົາເຈົ້າໄດ້ປະເຊີນໃນທາງທະຫານໃນປັດຈຸບັນນີ້, ບໍ່ມີພວກເຮົາຄົນໃດທີ່ບໍ່ໃຫ້ຄວາມສຳຄັນຕໍ່ໄພຂົ່ມຂູ່ໃນການພະຍາຍາມທີ່ອາດເປັນໄປໄດ້ ເພື່ອໃຊ້ ອາ ວຸດນິວເຄລຍສະໜາມ ຫຼື ອາວຸດນິວເຄລຍຂະໜາດນ້ອຍ.”

ທ່ານໄດ້ກ່າວວ່າ “ພວກເຮົາເຫັນໄດ້ຊັດວ່າເປັນຫ່ວງຫຼາຍ,” ໂດຍກ່າວຢໍ້າວ່າທ່ານປູຕິນມີຄວາມເຊື່ອທີ່ “ເກືອບລຶກລັບວ່າ ໂຊກຊະຕາຂອງທ່ານແມ່ນເພື່ອນຳເອົາຂອບເຂດອິດພົນຂອງຣັດເຊຍກັບຄືນມາ,” ເຊິ່ງລວມມີການນຳເອົາຢູເຄຣນມາຢູ່ພາຍໃຕ້ທິດທາງຂອງວັງເຄຣັມລິນ.

ຣັດເຊຍ ທຳອິດໄດ້ແຈ້ງໃຫ້ກອງກຳລັງຍັບຢັ້ງອາວຸດນິວເຄລຍຂອງເຂົາເຈົ້າໃຫ້​ກຽມ​ພ້ອມ​ລະ​ດັບສູງໃນວັນທີ 27 ກຸມພາທີ່ຜ່ານມາ, ພຽງສາມວັນຫຼັງຈາກໄດ້ສົ່ງກອງທະຫານເຂົ້າໄປໃນຢູເຄຣນ, ໂດຍອ້າງເຖິງຄຳເວົ້າທີ່ດຸຮ້າຍໂດຍອົງການ NATO ແລະມາດຕະການລົງໂທດທາງດ້ານເສດຖະກິດຈາກປະເທດຕາເວັນ ຕົກ.

ໃນວັນພະຫັດວານນີ້, ນຶ່ງໃນພັນທະມິດທີ່ໃກ້ຊິດທີ່ສຸດຂອງທ່ານປູຕິນໄດ້ເຕືອນຕື່ມອີກວ່າ ຣັດເຊຍຈະຕິດຕັ້ງຫົວອາວຸດນິວເຄລຍ ໃສ່ໃນເຂດທະເລບາລຕິກ ຖ້າສວີເດັນ ແລະ ຟິນແລນຕັດສິນໃຈທີ່ຈະເຂົ້າຮ່ວມພັນທະມິດມະຫາສະໝຸດແອັດແລນຕິກ.

ທ່ານດິມິທຣີ ເມັດເວເດັຟ, ຮອງປະທານສະພາຄວາມປອດໄພຂອງຣັດເຊຍໄດ້ກ່າວວ່າ “ມັນຈະບໍ່ມີການເຈລະຈາ ກ່ຽວກັບ ສະຖານະພາບປອດອາວຸດນິວເຄລຍໃດໆເພີ່ມເຕີມສຳລັບເຂດທະເລ ບາລຕິກ, ຄວາມດຸ່ນດ່ຽງຕ້ອງຖືກນຳກັບຄືນມາ.”

ທ່ານເມັດເວເດັຟ ໄດ້ກ່າວວ່າຣັດເຊຍຈະຕິດຕັ້ງຫົວລະເບີດໃນເມືອງ ຄາລີນິນກຣາດ, ເຊິ່ງແມ່ນດິນແດນຂອງຣັດເຊຍໃນທະເລບາລຕິກ, ທີ່ມີໄລຍະ 500 ກິໂລແມັດຫ່າງຈາກນະຄອນຫຼວງເບີລິນ ປະເທດເຢຍຣະມັນ ແລະ ໜ້ອຍກວ່າ 1,400 ກິໂລແມັດຈາກນະຄອນຫຼວງ ລອນດອນ ຂອງອັງກິດ ແລະ ປາຣີຂອງຝຣັ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG