ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ເກັບກຳບັນທຶກ ການໃຊ້ ໂທລະສັບ ຂອງຊາວອາເມຣິກັນ ຫຼາຍຂຶ້ນ ເຖິງ 3 ເທົ່າ


ສະຖານທີ່ທຳງານ ຂອງອົງການສືບລັບແຫ່ງຊາດ ໃນເມືອງ ຟອຣດ໌ ມີດ ລັດແມຣີແລນ.
ສະຖານທີ່ທຳງານ ຂອງອົງການສືບລັບແຫ່ງຊາດ ໃນເມືອງ ຟອຣດ໌ ມີດ ລັດແມຣີແລນ.

ອົງການວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ຫຼື NSA ໄດ້ເກັບກຳ
ບັນທຶກການໃຊ້ໂທລະສັບ ແລະການສົ່ງຂໍ້ຄວາມ ຈາກຊາວອາເມຣິກັນ
ຫຼາຍກວ່າ 534 ລ້ານອັນ ເມື່ອປີກາຍນີ້ ເຊິ່ງຫຼາຍກວ່າ ຈຳນວນທີ່ໄດ້ເກັບ
ກຳມາ ໃນປີ 2016 ເຖິງ 3 ເທົ່າ ອີງຕາມບົດລາຍງານໃໝ່.

ບົດລາຍງານດັ່ງກ່າວ ໄດ້ຖືກເປີດເຜີຍ ໃນວັນສຸກຜ່ານມານີ້ ໂດຍຫ້ອງການ
ຂອງຜູ້ອຳນວຍການອົງການສືບລັບແຫ່ງຊາດ ເຊິ່ງສະແດງໃຫ້ເຫັນເຖິງ
ການເພີ່ມຂຶ້ນຢ່າງຫຼວງຫຼາຍ ທີ່ເກີດຂຶ້ນໃນລະຫວ່າງປີທີສອງເຕັມ ຂອງ
ລະບົບໃໝ່ ໃນການສິ້ງຊອມເບິ່ງ ທີ່ໄດ້ຖືກເຜີຍແບຫຼັງຈາກ ລັດຖະສະພາ
ໄດ້ຮັບຜ່ານກົດໝາຍ ໃນປີ 2015 ທີ່ພະຍາຍາມຈະຈຳກັດ ຄວາມສາມາດ
ຂອງ NSA ທີ່ຈະເກັບກຳບັນທຶກເຊັ່ນນັ້ນ ໃນຈຳນວນຫຼວງຫຼາຍ.

ການເພີ່ມຂຶ້ນຢ່າງໃຫຍ່ ຂອງການເກັບກຳຂໍ້ມູນຂອງອົງການດັ່ງກ່າວ ໄດ້
ມີຂຶ້ນ ພ້ອມໆກັບການໃຊ້ວິທີສິ້ງຊອມແບບອື່ນໆ ທີ່ພາໃຫ້ເກີດ ຄວາມກັງ
ວົນເປັນຫ່ວງວ່າ ລັດຖະບານ ອາດຈະແຊກແຊງເຂົ້າໃນຊິວິດການເປັນຢູ່
ຂອງພົນລະເມືອງອາເມຣິກັນ.

ເຖິງແມ່ນວ່າ ຈຳນວນຂອງບັນທຶກທັງໝົດ ທີ່ໄດ້ເກັບກຳມາໃນປີ 2017
ໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍກໍຕາມ ພວກມັນ ແມ່ນຍັງຕ່ຳກວ່າ ບັນທຶກ
ຫຼາຍຕື້ ທີ່ໄດ້ຖືກເກັບກຳເອົາມາໃນແຕ່ລະວັນ ພາຍໃຕ້ ລະບົບການສິ້ງ
ຊອມຂະໜາດໃຫຍ່ ຂອງ NSA ເຊິ່ງໄດ້ຖືກເຜີຍແບ ໂດຍ ທ້າວ
ແອດວອດ ສໂນເດັນ ອະດີດ ພະນັກງານສັນຍາຈ້າງ ຂອງອົງການດັ່ງກ່າວ
ນີ້ ຜູ້ທີ່ໄດ້ຮົ່ວໄຫລ ຂໍ້ມູນລັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG