ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເດັກຍິງ ຈາກລັດຄາລີຟໍເນຍ ຊະນະ ການປະກວດ ສະກົດຄຳ


ນາງ Snigdha Nandipati ເດັກຍິງອາຍຸ 14 ປີຈາກລັດຄາລີຟໍເນຍ ຊະນະການປະກວດສະກົດຄຳປະຈຳປີ 2012
ນາງ Snigdha Nandipati ເດັກຍິງອາຍຸ 14 ປີຈາກລັດຄາລີຟໍເນຍ ຊະນະການປະກວດສະກົດຄຳປະຈຳປີ 2012

ນາງ Snigdha Nandipati ​ໄດ້​ຊະນະ​ການ​ແຂ່ງຂັນ​ສະກົດ​ຄຳ Scripps National
Spelling Bee ປະຈຳ​ປີ 2012 ຂອງສະຫະລັດ.

ນາງ Snigdha ອາຍຸ 14 ປີ ທີ່​ຮຽນ​ຢູ່​ຊັ້ນ 8 ຫຼື ມ. 2 ຈາກນະຄອນ​ແຊນດີ​ອາ​ໂກ
ລັດ​ຄາ​ລີ​ຟໍ​ເນຍ ຊຶ່ງ​ໄດ້​ທີ 2 ​ໃນການ​ແຂ່ງຂັນສະກົດຄຳ​ປີກາຍ​ນີ້ ​ໄດ້​ຊະນະ​ການ​ແຂ່ງ​
ສະກົດ​ຄຳ ປີຂີ້ ຊຶ່ງເປັນຄັ້ງທີ 85 ​ໂດຍ​ໄດ້​ສະກົດ​ຄຳສັບພາສາຝຣັ່ງ Guetapens
ທີ່​ມີ​ຄວາມ​ໝາຍວ່າ ດັກ​ໂຈມ​ຕີ. ນາງ Snigdha ​ໄດ້​ຮັບ​ເງິນ​ລາງວັນ 30,000 ​ໂດ​ລາ
ພ້ອມ​ກັບ​ພັນທະບັດ​ອອມ​ຊັບ​ຂອງ​ລັດຖະບານ​ສະຫະລັດ​ອີກ 2,500 ​ໂດລາ ທຶນ​ການ​
ສຶກສາ 5,000 ​ໂດ​ລາ ​ແລະ​ລາງວັນ​ອື່ນໆ​ອີກ.

ພໍ່​ເຖົ້າ​ແມ່​ເຖົ້າຂອງ​ນາງ​ໄດ້​ເດີນທາງ​ມາ​ຈາກ​ອິນ​ເດຍ ​ເພື່ອ​ໄປເບິ່ງ​ການ​ແຂ່ງຂັນໃນ​ຄັ້ງນີ້
ຊຶ່ງຈັດ​ຂຶ້ນຢູ່​ບ່ອນ​ຕາກ​ອາກາດ​ແຫ່ງ​ນຶ່ງ​ນອກ​ກຸງ​ວໍ​ຊິງ​ຕັນ.

ນາງ Stuti Mishra ອາຍຸ 14 ປີ ​ຈາກ​ເມືອງ​ໂອ​ແລນ​ໂດ ລັດ​ຟລໍຣິດາ ​ໄດ້​ລາງວັນທີ 2
​ຫຼັງຈາກສະກົດ​ຄຳສັບພາສາ​ເຢຍຣະມັນຄໍານຶ່ງຜິດ. ທ້າວ Arvind Mahankali ອາຍຸ
12 ປີ​ ຈາກນິວຢອກ ​ໄດ້​ເປັນທີ 3 ສອງ​ປີ​ຊ້ອນ.

XS
SM
MD
LG