ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ຝົນຕົກແຮງ ພາໃຫ້ເກີດ ນ້ຳຖ້ວມຢ່າງໜັກ ໃນພາກໃຕ້ ສະຫະລັດ


ເຈົ້າໜ້າທີ່ມອດໄຟ St. George ຊ່ອຍປະຊາຊົນ ຢູ່ບໍລິເວນຫ້ອງແຖວ Chateau Wein ໃນເມືອງ Baton Rouge ລັດ Louisiana. (12 ສິງຫາ 2016)

ຝົນ​ຕົກ​ໜັກ​ທີ່​ລັດ Louisiana ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ ພາ​ໃຫ້​ຜູ້​ປົກຄອງ​ລັດ ທ່ານ John Bel Edwards ປະກາດ​ພາວະ​ສຸກ​ເສີນທີ່​ນັ້ນ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ໄດ້​ມີ​ການ​ກູ້​ເອົາ​ສົບຄົນ​ຕາຍ 2 ສົບ ຈາກ​ໄພ​ນ້ຳ​ຖ້ວມ​ຮ້າຍແຮງ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ຂອງ​ລັດ Louisiana ຮວມທັງ​ນະຄອນ New Orleans ນຳ​ດ້ວຍ.

ພາກ​ໃຕ້​ຂອງ​ລັດ Mississippi ​ແລະ​ລັດ Alabama ກໍ​ໄດ້​ປະສົບ​ກັບ​ສະພາບ​ຝົນຕົກ​ໜັກ​ເຊັ່ນ​ດຽວ​ກັນ.

ບໍລິ​ເວນ​ສ່ວນ​ໃຫຍ່​ຂອງ​ເຂດ​ດັ່ງກ່າວ ​ໄດ້​ຖືກ​ເຕືອນ​ໃຫ້ລະວັງ​ໄພ​ນ້ຳ​ຖ້ວມ​ໄປ​ຈົ​ນ ຮອດວັນ​ອາທິດ​.

ລະດັບ​ນ້ຳ​ທີ່​ສູງ​ຂຶ້ນຢ່າງ​ໄວວາ ​ໄດ້​ຊຸ​ເອົາ​ລົດແລະ​ມີ​ລົດ​ບັນທຸກ 18 ລໍ້​ຢ່າງ​ໜ້ອຍ 1 ຄັນ​ໄດ້​ຖືກ​ຊຸ​ອອກ​ນອກ​ທາງ ​ແລະ​ພາ​ໃຫ້​ມີ​ການ​ຍົກຍ້າຍ​ປະຊາຊົນ​ຈຳນວນ​ນຶ່ງ ອອກ​ຈາກ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ.

​ເຈົ້າໜ້າ​ທີ່​ກູ້​ໄພ​ພວມ​ຊອກ​ຄົ້ນຫາ​ພວກ​ທີ່​ອາດ​ຕົກ​ຄ້າງ​ຢູ່​ຕາມ​ເຮືອນ​ຊານ​ບ້ານ​ຊ່ອງ ຂອງ​ພວກ​ເຂົາ​ເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG