ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນລົບຂອງ ສະຫະລັດ ແລະ ເກົາຫຼີໃຕ້ ເລີ້ມຕົ້ນການຊ້ອມລົບທາງອາກາດຮ່ວມກັນ


ແຟ້ມພາບ: ເຮືອບິນລົບ F-16 Fighting Falcons ຂອງກອງທັບອາກາດສະຫະລັດ ສອງລຳ ກຳລັງກຽມພ້ອມທີ່ບິນຂຶ້ນ ຂະນະທີ່ ເຮືອບິນລົບ F-16 ຂອງເກົາຫຼີໃຕ້ ບິນລົງເດີ່ນຜ່ານໄປ ໃນລະຫວ່າງການຊ້ອມລົບປະຈຳປີ 2023 ຢູ່ທີ່ ຖານທັບອາກາດ ຄຸນຊານ (Kunsan Air Base), ວັນທີ 2 ພະຈິກ 2022.
ແຟ້ມພາບ: ເຮືອບິນລົບ F-16 Fighting Falcons ຂອງກອງທັບອາກາດສະຫະລັດ ສອງລຳ ກຳລັງກຽມພ້ອມທີ່ບິນຂຶ້ນ ຂະນະທີ່ ເຮືອບິນລົບ F-16 ຂອງເກົາຫຼີໃຕ້ ບິນລົງເດີ່ນຜ່ານໄປ ໃນລະຫວ່າງການຊ້ອມລົບປະຈຳປີ 2023 ຢູ່ທີ່ ຖານທັບອາກາດ ຄຸນຊານ (Kunsan Air Base), ວັນທີ 2 ພະຈິກ 2022.

ສະຫະລັດ ແລະເກົາຫຼີໃຕ້ ໄດ້ເລີ້ມການຊ້ອມລົບທາງອາກາດຄັ້ງໃຫຍ່ໃນວັນຈັນ ມື້ນີ້ ທີ່ປະ​ກອບ​ມີເຮືອບິນລົບ 130 ລຳຈາກທັງສອງປະເທດ ເພື່ອຈຳລອງປະຕິ ການຕ່າງໆໃນຍາມສົງຄາມ, ອີງຕາມອົງການຂ່າວຣອຍເຕີສ໌.

ການຊ້ອມລົບປະຈຳປີດັ່ງກາວ ທີ່ເອີ້ນວ່າ “Vigilant Defense” ຈະດຳເນີນໄປ ຈົນຮອດວັນສຸກ ໂດຍມີການ​ຊ້ອມ ເຮືອບິນລົບ F-35 ທີ່ສາມາດຫລີກລ່ຽງ ເຣດາ ຫຼື Stealth ຫຼາຍ​ຮູບ​ແບບຈາກທັງ ສະຫະລັດ ແລະເກົາຫຼີໃຕ້, ພ້ອມ​ກັບເຮືອບິນລົບອື່ນໆ ດັ່ງທີ່ກອງທັບອາກາດຂອງເກົາຫຼີໃຕ້ໄດ້ກ່າວ.

ການຊ້ອມລົບແມ່ນແນເປົ້າໃສ່ການປັບປຸງການຮ່ວມມືກັນໃນການປະຕິບັດງານ ລະຫວ່າງ ທັງສອງກອງທັບໂດຍປະຕິບັດພາລະກິດທີ່ສຳຄັນເຊັ່ນວ່າ ການຊ້ອມຍິງດ້ວຍລູກປືນແທ້ທາງອາກາດສູ່ພື້ນດິນ, ປະຕິບັດການ​ຕອບ​ໂຕ້​ເພື່ອ​ປ້ອງ​ກັນ​ຕົວທາງອາກາດ ແລະການຝຶກຊ້ອມດ້ານພາວະສຸກເສີນອື່ນໆ.

“ພວກເຮົາຈະຮັບສາຄວາມພ້ອມໃນການສູ້ລົບໃຫ້ດີທີ່ສຸດ ເພື່ອການຕອບໂຕ້ ຢ່າງທັນທີ ແລະ ລົງໂທດຕໍ່ການເກາະຜິດໃດໆໂດຍສັດຕູຢ່າງ​ແຮງ ໂດຍຜ່ານ ການຝຶກຊ້ອມແບບຈຳລອງທີ່ເຂັ້ມຂຸ້ນ ແບບສະຖານະການທີ່ເໝືອນຈິງ” ກອງທັບຂອງເກົາຫຼີໃຕ້ໄດ້ກ່າວໃນຖະແຫລງການ.

ການຊ້ອມລົບດັ່ງກ່າວ ມີຂຶ້ນຂະນະທີ່ເກົາຫຼີເໜືອ ໄດ້ເພີ້ມຂະຫຍາຍການຮ່ວມມື ດ້ານທະຫານກັບຣັດເຊຍ ໃນອັນທີ່ສະຫະລັດ ແລະບັນດາພັນທະມິດຂອງ ເອເຊຍ ໄດ້ກ່າວປະນາມວ່າເປັນຄວາມພະຍາຍາມຂອງພຽງຢາງ ທີ່ຈະສ້າງ ຄວາມກ້າວໜ້າດ້ານຄວາມອາສາມາດຂອງທະຫານຕົນ ດ້ວຍການຕອບແທນ ໃນການສະໜັບສະໜຸນດ້ານອາວຸດໃຫ້ແກ່ມົສກູ.

The United States and South Korea began major air exercises on Monday, involving 130 warplanes from both countries to simulate 24-hour wartime operations.

The annual drills, called Vigilant Defense, will run until Friday, featuring variants of the F-35 stealth fighter from both the United States and South Korea, among other aircraft, South Korea's Air Force said.

The drills are aimed at improving interoperability between the two militaries by performing major air missions such as air-to-surface live fire drills, defensive counter air operation and other emergency training.

"We will maintain the best combat readiness to immediately respond to and strongly punish any provocation by the enemy through an intense training simulating an actual situation," South Korea's military said in a statement.

The drills come as North Korea has been stepping up military cooperation with Russia in what the United States and its Asian allies have condemned as Pyongyang's efforts to advance its military capabilities in return for arms support to Moscow.

XS
SM
MD
LG