ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ເປີດ​ການ​ຊ້ອມ​ລົບ


ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ໄດ້​ເລີ່ມ​ການ​ຊ້ອມ​ລົບ​ຮ່ວມທາງທະ​ຫານ​​ ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂົາ​ເຈົ້າ ​ໃນ​ຮອບຫຼາຍ​ປີ, 22 ສິງ​ຫາ 2022.
ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ໄດ້​ເລີ່ມ​ການ​ຊ້ອມ​ລົບ​ຮ່ວມທາງທະ​ຫານ​​ ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂົາ​ເຈົ້າ ​ໃນ​ຮອບຫຼາຍ​ປີ, 22 ສິງ​ຫາ 2022.

ສະ​ຫະ​ລັດ ແລະ ເກົາ​ຫຼີ​ໃຕ້ ໄດ້​ເລີ່ມ​ການ​ຊ້ອມ​ທາງທະ​ຫານ​ປະ​ຈຳ​ປີ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ຈັນ​ມື້ນີ້, ເຊິ່ງ​ແມ່ນ​ການ​ຊ້ອມ​ລົບ​ຮ່ວມ​ກັນ​ທີ່​ໃຫຍ່​ທີ່​ສຸດຫຼັງ​ຈາກ​ໄດ້ຫຼຸດ​ການ​ປະ​ຕິ​ບັດ​ການ​ລົງ​ຍ້ອນ​ໂຣກ​ລະ​ບາດໄວ​ຣັ​ສ​ໂຄ​ໂຣ​ນາ.

ການ​ຊ້ອມ​ລົບ​ດັ່ງ​ກ່າວ​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ແກ່​ຍາວ​ໄປ​ຈົ​ນ​ຮອດ​ວັນ​ທີ 1 ກັນ​ຍາ ແລະ ລວມ​ທັງ​ການ​ຊ້ອມ​ໃນ​ສະ​ໜາມ ແລະ ອາ​ດ​ເປັນ​ໄປ​ໄດ້​ວ່າ​ຈະ​ມີ​ກອງ​ທະ​ຫານຫຼາຍ​ສິບ​ພັນ​ຄົນ​ເຂົ້​າ​ຮ່ວມ.

ເກົາຫຼີ​ເໜືອ ໄດ້​ຄັດ​ຄ້ານ​ການ​ຊ້ອມ​ລົບ​ດັ່ງ​ກ່າວ​ໃນ​ອະ​ດີດ, ໂດຍ​ເວົ້າ​ວ່າ​ມັນ​ອາດ​ໝາຍ​ເຖິງ​ການ​ຊ້ອມ​ເພື່ອ​ທຳ​ການ​ບຸກ​ລຸກ.

ໃນ​ອາ​ທິດ​ແລ້ວນີ້, ເກົາຫຼີ​ເໜືອ ໄດ້​ຍິງ​ລູກ​ສອນ​ໄປ​ນຳ​ວິ​ຖີ​ສອງ​ລູກ, ເຊິ່ງ​ແມ່ນ​ຄັ້ງຫຼ້າ​ສຸດ​ ໃນ​ສິ່ງ​ທີ່​ຖືກ​ບັນ​ທຶກ​ໃນ​ປີນີ້​ສຳ​ລັບ​ການ​ຍິງ​ດັ່ງ​ກ່າວ.

ການ​ຊ້ອມ​ລົບ​ທີ່​ວ່າ​ນັ້ນ ​ຍັງ​ໄດ້​ເກີດ​ຂຶ້ນຫຼັງ​ຈາກ ເກົາຫຼີ​ເໜືອ ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢ​ຽລ ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ ເພື່ອ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດ​ຖະ​ກິດ​ຕໍ່ ເກົາຫຼີ​ເໜືອ ໃນ​ການ​ແລກ​ປ່ຽນ​ສຳ​ລັບ​ບາດ​ກ້າວ​ຕ່າງ​ໆ​ທີ່​ນຳ​ໄປ​ສູ່​ກາ​ນ​ປົດ​ອາ​ວຸດ​ນິວ​ເຄ​ລຍ.

The United States and South Korea launched their annual military exercises Monday, the biggest joint drills in years after scaling back operations due to the coronavirus pandemic.

The exercises are due to last until September 1, and include field exercises and potentially tens of thousands of troops.

North Korea has objected to the drills in the past, saying they are meant to be a rehearsal of an invasion.

Last week, North Korea fired two cruise missiles, the latest in what has been a record year for such launches.

The exercises also come after North Korea dismissed South Korean President Yoon Suk Yeol’s offer last week to provide North Korea with economic aid in exchange for steps toward denuclearization.

XS
SM
MD
LG