ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດຈາກ ສະຫະລັດ ເກົາຫຼີໃຕ້ ແລະຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມ ເລື້ອງຄວາມເຄັ່ງຕຶງດ້ານນິວເຄຼຍຂອງເກົາຫຼີເໜືອ


ພວກປະທ້ວງພາກັນຖືປ້າຍ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດ ຢືນຍາມ ໃນລະຫວ່າງການໂຮມຊຸມນຸມ ຢູ່ດ້ານນອກຂອງກະຊວງການຕ່າງປະເທດ ບ່ອນຈັດກອງປະຊຸມສາມຝ່າຍ ທີ່ລວມມີ ສະຫະລັດ ເກົາຫຼີໃຕ້ ແລະຍີ່ປຸ່ນ, ວັນທີ 3 ມິຖຸນາ 2022.
ພວກປະທ້ວງພາກັນຖືປ້າຍ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດ ຢືນຍາມ ໃນລະຫວ່າງການໂຮມຊຸມນຸມ ຢູ່ດ້ານນອກຂອງກະຊວງການຕ່າງປະເທດ ບ່ອນຈັດກອງປະຊຸມສາມຝ່າຍ ທີ່ລວມມີ ສະຫະລັດ ເກົາຫຼີໃຕ້ ແລະຍີ່ປຸ່ນ, ວັນທີ 3 ມິຖຸນາ 2022.

ບັນດາເຈົ້າໜ້າທີ່ຈາກສະຫະລັດ ເກົາຫຼີໃຕ້ ແລະຍີ່ປຸ່ນ ໄດ້ພົບປະກັນຢູ່ທີ່ນະ ຄອນຫຼວງໂຊລ ໃນວັນສຸກມື້ນີ້ ​ເພື່ອເຈລະຈາເລື້ອງເກົາຫຼີເໜືອທ່າມກາງສັນ ຍານ​ທີ່​ປະເທດຖືກ​ໂດດດ່ຽວດັ່ງ​ກ່າວ ແມ່ນກຳລັງກຽມພ້ອມທີ່ຈະດຳເນີນການ ທົດລອງນິວເຄຼຍອີກຄັ້ງນຶ່ງນັບຕັ້ງແຕ່ປີ 2017 ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ຜູ້ຕາງໜ້າພິເສດຂອງສະຫະລັດ ທ່ານຊຸງ ກິມ ໄດ້ພົບປະກັບຄູ່ຕຳແໜ່ງຂອງທ່ານ ຈາກເກົາຫຼີໃຕ້ ແລະຍີ່ປຸ່ນ ຄື ທ່ານກິມ ກັນ ແລະ ທ່ານຟູນາໂກຊິ ທາເກຮີໂຣ ຫຼັງຈາກທີ່ສະຫະລັດ ໄດ້ທຳການປະເມີນວ່າ ເກົາຫຼີເໜືອ ໄດ້ກະກຽມສະຖານທີ່ທົດລອງ ພັງຢີ-ຣີ (Punggye-ri) ສຳລັບສິ່ງທີ່ຄວນເປັນການທົດລອງນິວເຄຼຍຄັ້ງທີເຈັດຂອງຕົນ.

“ພວກເຮົາພວມກຽມພ້ອມຮັບມືກັບທຸກສະຖານະການສຸກເສີນ ດ້ວຍການປະ ສານງານຢ່າງໃກ້ຊິດກັບບັນດາພັນທະມິດ ຊາວຍີ່ປຸ່ນ ແລະ ROK” ທ່ານກິມ ໄດ້ກ່າວໄປຢູ່ທີ່ການເລີ້ມຕົ້ນຂອງກອງປະຊຸມ ໂດຍກ່າວເຖິງເກົາຫຼີໃຕ້ ໂດຍໃຊ້ໂຕຫຍໍ້ຂອງຊື່ທີ່ເປັນທາງການ ກໍຄື ສາທາລະນະລັດເກົາຫຼີ.

ໃນປີນີ້ ເກົາຫຼີເໜືອໄດ້ທຳການທົດລອງລູກສອນໄຟຂີປະນາວຸດຈຳນວນນຶ່ງ ທີ່ ລວມທັງ ຄັ້ງນຶ່ງ ທີ່ຄິດວ່າ ເປັນລູກສອນໄຟຂີປະນາວຸດຂ້າມທະວີບທີ່ໃຫຍ່ທີ່ສຸດຂອງຕົນ ຊຶ່ງເປັນການລະເມີດຕໍ່ມາດຕະການລົງໂທດຂອງສະຫະປະຊາຊາດ.

ທູດພິເສດສະຫະລັດ ໄດ້ກ່າວ ໂດຍອ້າງເຖິງເກົາຫຼີເໜືອ ວ່າ “ພວກເຮົາຢາກຈະບອກຢ່າງຈະແຈ້ງຕໍ່ ສ​ປ​ປ ເກົາ​ຫຼີ ວ່າ ກິດຈະກຳຕ່າງໆທີ່ຜິດກົດໝາຍແລະເຮັດໃຫ້ບໍ່ມີສະຖຽນລະພາບຂອງຕົນນັ້ນ ຈະມີຜົນສະທ້ອນຕ່າງໆ ແລະວ່າ ປະຊາຄົມນາໆຊາດ ຈະບໍ່ຍອມຮັບການກະທຳເຫຼົ່ານີ້ວ່າ​ເປັນເລື້ອງທຳມະດາ.”

ທູດ​ພິເສດຮັບຜິດຊອບດ້ານນິວເຄຼຍຂອງເກົາຫຼີໃຕ້ ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ ທ່ານກິມ ກັນ ໄດ້ກ່າວວ່າ “ການສະແຫວງຫາອາວຸດນິວເຄຼຍຢ່າງບໍ່ລົດລະຂອງເກົາຫຼີເໜືອ ໃນທີ່ສຸດຈະພຽງແຕ່ເພີ້ມຄວາມແຂງແກ່ນໃນການຂັດຂວາງຂອງພວກເຮົາ.”

ນັກການທູດຂອງເກົາຫຼີໃຕ້ທ່ານນີ້ ເວົ້າວ່າ “ເສັ້ນທາງທີ່ພຽງຢາງ ກຳລັງເດີນໜ້າໄປໃນປັດຈຸບັນນີ້ ມີພຽງຈຸດໝາຍດຽວເທົ່ານັ້ນ ທີ່ຫລີກເວັ້ນບໍ່ໄດ້ກໍຄື: ຫລຸດຜ່ອນຄວາມປອດໄພໃຫ້ເກົາເໜືອນັ້ນເອງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG