ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະຄູ່ຕໍາແໜ່ງຝ່າຍເກົາຫລີໃຕ້ ກ່າວ
ຊົມເຊີຍໃນວັນພະຫັດມື້ນີ້ ການຈັດຕັ້ງປະຕິບັດຂໍ້ຕົກລົງການຄ້າເສລີ ທີ່ຕົກຢູ່ໃນສະພາບ
ບໍ່ໄປບໍ່ມາເປັນເວລາດົນນານແລ້ວນັ້ນ.
ສັນຍາທີ່ຮູ້ກັນໃນນາມ ຂໍ້ຕົກລົງການຄ້າເສລີເກົາຫລີ-ສະຫະລັດ ໄດ້ເຊັນລົງນາມກັນໃນປີ
2007 ແຕ່ບໍ່ໄດ້ຮັບອະນຸມັດຈາກລັດຖະສະພາຢູ່ໃນທັງສອງປະເທດ ຈົນເຖິງທ້າຍປີຜ່ານມາ
ຍ້ອນມີການຄັດຄ້ານກັນທາງດ້ານການ ເມືອງແລະການປ່ຽນແປງລັດຖະບານໃນທັງສອງ
ປະເທດ.
ທໍານຽນຂາວກ່າວວ່າ ທ່ານໂອບາມາໄດ້ໂທລະສັບຫາປະທານາທິບໍດີເກົາຫລີໃຕ້ ທ່ານ ລີ
ມຽງບັກ ເມື່ອວັນພະຫັດມື້ນີ້ ເພື່ອກ່າວຂອບໃຈສໍາລັບ ການຮ່ວມມືທີ່ໃກ້ຊິດຂອງທ່ານທີ່
ເຮັດໃຫ້ສັນຍາດັ່ງກ່າວສາມາດໄດ້ຮັບການ ຈັດຕັ້ງປະຕິບັດ.
ທ່ານໂອບາມາ ກ່າວອີກວ່າ ຂໍ້ຕົກລົງກັນສະບັບນີ້ ນັບວ່າເປັນຕົວຢ່າງທີ່ ເຂັ້ມແຂງປະການ
ນຶ່ງ ຂອງຄວາມເປັນພາຄີຂອງສອງປະເທດ ແລະວ່າ ມັນຈະຊຸກຍູ້ດ້ານການລົງທຶນ ການຄ້າ
ແລະສ້າງວຽກເຮັດໃຫ້ແກ່ປະເທດທັງສອງ ໃນຂະນະທີ່ຊ່ວຍທັບມ້າງສິ່ງກີດຂວາງຕ່າງໆທາງ
ດ້ານການຄ້າຢູ່ ໃນທົ່ວໂລກນັ້ນ.