ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມີກຳນົດທີ່ຈະສົ່ງເງິນ 11 ຕື້ໂດລາ ໄປໃຫ້ໂຄງການຊ່ວຍເຫຼືອສາກົນ ໃນກົດໝາຍ COVID ສະບັບຫຼ້າສຸດ


ທ່ານໝໍຄົນນຶ່ງໃຊ້ເຄື່ອງຟັງຫົວໃຈ ເພື່ອຟັງເບິ່ງການຫາຍໃຈຂອງຄົນໄຂ້ທີ່ຖືກຢືນຢັນວ່າຕິດ COVID-19 ຢູ່ໂຮງໝໍມະຫາວິທະຍາໄລ ແຟນ, ໃນນະຄອນຫຼວງ ດາກາ, ປະເທດ ເຊເນກາລ. ເມື່ອວັນທີ 13 ພຶດສະພາ, 2020.
ທ່ານໝໍຄົນນຶ່ງໃຊ້ເຄື່ອງຟັງຫົວໃຈ ເພື່ອຟັງເບິ່ງການຫາຍໃຈຂອງຄົນໄຂ້ທີ່ຖືກຢືນຢັນວ່າຕິດ COVID-19 ຢູ່ໂຮງໝໍມະຫາວິທະຍາໄລ ແຟນ, ໃນນະຄອນຫຼວງ ດາກາ, ປະເທດ ເຊເນກາລ. ເມື່ອວັນທີ 13 ພຶດສະພາ, 2020.

ສະພາຕໍ່າ ສະຫະລັດ ໄດ້ຮັບຜ່ານການຊ່ວຍເຫຼືອຕ່າງປະເທດມູນຄ່າ 11 ຕື້ໂດລາໃນວັນພຸດວານນີ້ ອັນເປັນພາກສ່ວນນຶ່ງຂອງແຜນການກູ້ໄພ ອາເມຣິກັນ ຂະໜາດໃຫຍ່ມູນຄ່າ ນຶ່ງພັນເກົ້າຮ້ອຍຕື້ໂດລາ. ການເຄື່ອນໄຫວດັ່ງກ່າວແມ່ນພຽງເປັນການເລີ່ມຕົ້ນຂອງການຕອບສະໜອງສາກົນຂອງ ສະຫະລັດ ຕໍ່ໂຣກລະບາດໄວຣັສໂຄໂຣນາ, ອີງຕາມການກ່າວຂອງອະດີດເຈົ້າໜ້າທີ່ຊ່ວຍເຫຼືອຕໍ່ບັນດາສະມາຊິກສະພາ.

ທ່ານ ຣາຈິຟ ຊາ (Rajiv Shah), ອະດີດຜູ້ບໍລິຫານອົງການເພື່ອການຊ່ວຍເຫຼືອສາກົນຂອງ ສະຫະລັດ ແລະ ປະທານຄົນປັດຈຸບັນຂອງມູນນິທິ ຣັອກກີແຟລເລີ, ໄດ້ກ່າວໃນລະຫວ່າງການໃຫ້ການຕໍ່ຄະນະກຳມະການສະພາຕໍ່າ ໃນວັນພຸດວານນີ້ວ່າ “ຊ່ອງຫວ່າງແມ່ນຍັງຄົງມີຢູ່.”

ທ່ານໄດ້ກ່າວຕື່ມວ່າ “ເພື່ອທີ່ ສະຫະລັດ ຈະເປັນຜູ້ນຳໜ້າໝູ່ໃນໂລກໃນການຕື່ມຊ່ອງຫວ່າງນັ້ນ, ພວກເຮົາມີຄວາມເປັນໄປໄດ້ວ່າຈະຕ້ອງໄດ້ເຮັດວຽກຫຼາຍກວ່ານີ້ເພື່ອນຳເອົາຄູ່ຮ່ວມຫຼາຍຝ່າຍມາເຂົ້າກັນຜ່ານທະນາຄານໂລກ, ກອງທຶນສາກົນ ແລະ ສະຖາບັນອື່ນໆທີ່ພວກເຮົາສາມາດໃຊ້ສຽງຂອງພວກເຮົາ.”

ບັນດາຜູ້ຊ່ຽວຊານໄດ້ທຳການຜັກດັນແຜນການກູ້ໄພ ອາເມຣິກັນ ເພື່ອໃຫ້ການຊ່ວຍເຫຼືອຕ່າງປະເທດຫຼາຍເຖິງ 20 ຕື້ໂດລາ.

ທ່ານ ເຈ ສເຕເຟັນ ມໍຣິສສັນ, ຮອງປະທານອາວຸໂສຢູ່ສູນກາງເພື່ອແຜນຍຸດທະສາດ ແລະ ການສຶກສາສາກົນ ແລະ ຜູ້ອຳນວຍການຂອງສູນກາງນະໂຍບາຍສຸຂະພາບທົ່ວໂລກໄດ້ກ່າວວ່າ “ນີ້ແມ່ນບັນຫາທີ່ຍາກໃນການອະນຸມັດເງິນ 11 ຕື້ໂດລາໃນນັ້ນ, ແຕ່ມັນແມ່ນການຮັບຮູ້ເຖິງສອງສາມຢ່າງ.”

ທ່ານເວົ້າວ່າ “ມັນແມ່ນການຮັບຮູ້ວ່າ ການແກ້ໄຂ COVID ຢູ່ພາຍໃນຂອບເຂດຂອງ ສະຫະລັດ ແລະ ການອອກມາຈາກໃຕ້ໂຣກລະບາດ, ການເປີດສັງຄົມຄືນ, ການເປີດເສດຖະກິດຄືນມີແຕ່ສະປະສົບຄວາມສຳເລັດໄດ້ຖ້າມັນຖືກເຮັດໂດຍທົ່ວໄປໃນທົ່ວໂລກ, ທີ່ພວກເຮົາບໍ່ສາມາດຄິດດັ່ງກັບວ່າມັນແມ່ນບາງໝູ່ເກາະທີ່ຢູ່ໂດດດ່ຽວເທົ່ານັ້ນ.”

ທ່ານ ມໍຣິສສັນ ໄດ້ກ່າວວ່າ ເງິນ 11 ຕື້ໂດລາ ລວມມີການສະໜັບສະໜູນຕໍ່ກອງທຶນເພື່ອການຕໍ່ສູ້ໂຣກເອດສ໌, ໂຣກວັນນະໂລກ ແລະ ມາເລເຣຍ, ເຊິ່ງໄດ້ດີ້ນຮົນທີ່ຈະຕໍ່ສູ້ກັບໄວຣັສໂຄໂຣນາ ໃນຫຼາຍປະເທດທີ່ມີລາຍໄດ້ຕໍ່າ. ເງິນດັ່ງກ່າວຍັງຈະຖືກມອບໃຫ້ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນພະຍາດຂອງໂຄງການກະກຽມດ້ານສາທາລະນະສຸກ.

ສະຫະລັດ ໄດ້ສະໜອງເງິນ 2 ຕື້ໂດລາຈາກແຜນການທີ່ວາງໄວ້ 4​ ຕື້ໂດລາຕໍ່ໂຄງການ COVAX, ເຊິ່ງແມ່ນພັນທະມິດທົ່ວໂລກ ເພື່ອສະໜອງຢາວັກຊີນໃຫ້ປະຊາຊົນທີ່ມີຄວາມສ່ຽງໃນ 92 ປະເທດ ທີ່ມີລາຍໄດ້ປານກາງ ແລະ ຕໍ່າ, ອີງຕາມຖະແຫຼງຂ່າວຂອງອົງການ USAID.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG