ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກການທູດ ກ່າວວ່າ ສະຫະລັດ ກຽມເປີດສະຖານ​ທູດແຫ່ງໃໝ່ ຢູ່ທັອງກາ ໃນເດືອນນີ້


ແຜນທີ່ຂອງປະເທດໝູ່ເກາະ ທັອງກາ ແລະນະຄອນຫຼວງຂອງປະເທດ ນູກູອາໂລຟາ.
ແຜນທີ່ຂອງປະເທດໝູ່ເກາະ ທັອງກາ ແລະນະຄອນຫຼວງຂອງປະເທດ ນູກູອາໂລຟາ.

ສະຫະລັດ ກໍາລັງຢູ່ໃນຂັ້ນຕອນທີ່ຈະເປີດສະຖານເອກອັກຄະລັດຖະທູດແຫ່ງ
ໃໝ່ ຢູ່ ທັອງກາ ໃນເດືອນພຶດສະພານີ້, ອີງຕາມລາຍງານຂອງນັກການທູດລະດັບສູງຂອງສະຫະລັດ ປະຈໍາຂົງເຂດເອເຊຍຕາເວັນອອກ ກ່າວໃນວັນອັງ ຄານມື້ນີ້, ເຊິ່ງເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ຈະເປີດປະຈໍາການທາງການທູດຢູ່ໃນພູມິພາກປາຊີຟິກ ເພື່ອຕໍ່ຕ້ານ ຈີນ, ອີງຕາມລາຍງານຂອງອົງ ການຂ່າວ Reuters.

ທ່ານເດນຽລ ​ໄຄຣເຕິນບຣິງ (Daniel Kritenbrink) ບອກກັບອະນຸກໍາມະການ ຂອງຄະນະກໍາມະການພົວພັນການຕ່າງປະເທດ ແຫ່ງສະພາສູງວ່າ ສະຫະລັດ ຍັງຈະສືບຕໍ່ ເພື່ອພົວພັນກັບ ວານູອາຕູ ແລະ ກີຣີບາຕີ ກ່ຽວກັບການຂໍສະເໜີເປີດສະຖານທູດແຫ່ງໃໝ່ ຢູ່ໃນສອງປະເທດດັ່ງກ່າວມານີ້.

ກະຊວງການຕ່າງປະເທດ​ກ່າວໃນເດືອນມີນາຜ່ານ​ມານີ້​ວ່າ ພວກເຂົາເຈົ້າມີແຜນ ການເປີດສະຖານທູດຢູ່ທີ່ວານູອາຕູ. ສະຫະລັດ ມີການພົວພັນທາງການທູດກັບບັນດາປະເທດໝູ່ເກາະ ຢູ່ໃນຂົງເຂດມະຫາສະໝຸດປາຊີຟິກຕອນໃຕ້, ແຕ່ແຜນ ການຕ່າງໆເຫຼົ່ານີ້ ແມ່ນກໍາລັງດໍາເນີນງານ ໂດຍສະຖານທູດສະຫະລັດ ທີ່ມີສໍານັກງານໃຫຍ່ ຢູ່ໃນປະເທດປາປົວນິວກີເນຍ.

ສະຫະລັດ ໄດ້ເປີດສະຖານທູດຂອງຕົນຢູ່ໃນປະເທດໝູ່ເກາະໂຊໂລມອນຄືນອີກ ໃນປີນີ້ ລຸນຫຼັງທີ່ປິດມາ ເປັນເວລາ 30 ປີ.

ເຖິງແມ່ນຈະມີການຜັກດັນທາງການທູດ, ແຕ່ປະເທດໝູ່ເກາະໂຊໂລມອນ ໄດ້ປະກາດໃນ​ເດືອນ​ມີ​ນາ ໃຫ້ອະນຸມັດສັນຍາມູນ​ຄ່າ​ຫຼາຍ​ລ້ານ​ໂດ​ລາ​ແກ່ບໍລິສັດຂອງລັດຖະບານຈີນ ເຂົ້າມາປັບປຸງ ແລະຍົກລະດັບສະ​ໜາມ​ບິນສາກົນ ຢູ່ໃນນະຄອນຫຼວງໂຮເນຍຣາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG