ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂບລີເວຍວ່າ ຈະໃຫ້ທ້າວ Snowden ລີ້ໄພໃນ ປະເທດທ່ານ (ວີດິໂອ)


ທ່ານ Morales ປະທານາທິບໍດີໂບລີເວຍ ໃນຂະນະໄປເຖິງ ສະໜາມບີນ El Alto airport ຢູ່ນອກຊານເມືອງ La Paz ໃນວັນທີ 3 ກໍລະກົດ 2013.
ທ່ານ Morales ປະທານາທິບໍດີໂບລີເວຍ ໃນຂະນະໄປເຖິງ ສະໜາມບີນ El Alto airport ຢູ່ນອກຊານເມືອງ La Paz ໃນວັນທີ 3 ກໍລະກົດ 2013.
ທ່ານ Evo Morales ປະທານາທິບໍດີໂບລີເວຍເວົ້າວ່າ ທ່ານ
ຈະໃຫ້ທ້າວ Edward Snowden ອະດີດພະນັກງານສັນ​ຍາ​
ຈ້າງຂອງ​ອົງການ​ສືບ​ລັດສະຫະລັດ ລີ້ໄພ ຖ້າຫາກລາວຮ້ອງຂໍ.

ໃນວັນເສົາວານນີ້ ທ່ານ Morales ໄດ້ເປັນຜູ້ນໍາທີ່ອ່ຽງຊ້າຍຜູ້ທີ
ສາມ ຈາກຂົງເຂດອາເມ ຣິກາລາຕິນ ທີ່ໄດ້ສະເໜີໃຫ້ການລີ້ໄພ
ແກ່ທ້າວ Snowden ລຸນຫລັງປະທານາທິບໍດີ Nicolas Maduro
​ແຫ່ງ​ເວ​ເນ​ຊູ​ເອລາ ແລະປະທານາທິບໍດີ Daniel Ortega ​ແຫ່ງ
ນີຄາຣາກົວ ໄດ້ສະເໜີ​ແບບ​ດຽວ​ກັນ ​ໃນ​ມື້ວັນ​ສຸກຜ່ານມາ.

ຢູ່ໃນຖະແຫລງການຂອງທ່ານນັ້ນ ທ່ານ Morales ເວົ້າວ່າ
ໂບລີເວຍ “ບໍ່ໄດ້ຢ້ານກົວ” ຕໍ່ສະຫະລັດ ແລະພັນທະມິດໃນຢູໂຣບຂອງສະຫະລັດ ແລະ
ວ່າ “ທ່ານຈະໃຫ້ການລີ້ໄພຕໍ່ຊາວອາເມຣິກັນຄົນນີ້ ຖ້າຫາກລາວຮ້ອງຂໍ.”

ທ້າວ Snowden, ອາຍຸ 30 ປີ ທີ່ໄດ້​ເປີດ​ເຜີຍລາຍລະອຽດລັບ ກ່ຽວ​ກັບ​ໂຄງການ​ຕິດຕາມ​
ສິ້ງ​ຊອມຢ່າງລັບໆ ຂອງອົງການຮັກສາຄວາມປອດໄພແຫ່ງຊາດຂອງ​ສະຫະລັດ ​ເບິ່ງ​ການໃຊ້ໂທລະສັບ​ແລະອິນ​ເຕີ​ແນັດຂອງຂອງ​ປະຊາຊົນນັ້ນ ເຊື່ອກັນວ່າ ຍັງຕົກຄ້າງ ຢູ່
ໃນເຂດລໍຖ້າຕໍ່ເຮືອບິນ ທີ່ສະໜາມບິນແຫ່ງນຶ່ງ ໃນນະຄອນຫລວງມົສກູ ຂອງຣັດ​ເຊຍ ມາ
ໄດ້ສອງອາທິດແລ້ວ ຫລັງຈາກທີ່​ລາວ​ໄດ້​ຫລົບໜີອອກຈາກ​ຮົງ​ກົງ ໄປຍັງທີ່ນັ້ນ.

ແຕ່ກໍຍັງບໍ່ມີໃຜຮູ້ເທື່ອວ່າ ຜູ້ກ່ຽວຈະໄປເຖິງປະເທດອາເມຣິກາລາຕິນໃດນຶ່ງໄດ້ແນວໃດ.
ທ້າວ Snowden ປັດຈຸບັນບໍ່ສາມາດທີ່ຈະໜີອອກຈາກຣັດເຊຍໄດ້ ເພາະວ່າ ລາວບໍ່ມີ ເອກະສານເດີນທາງ ລຸນຫລັງທີ່ສະຫະລັດໄດ້ຖອນ​ຫລື​ລົບ​ລ້າງພາສປອດຂອງຜູ້ກ່ຽວ. ພວກເຈົ້າໜ້າທີ່ສະຫະລັດຢາກໃຫ້ຣັດ​ເຊຍ ສົ່ງລາວກັບຄືນມາຍັງສະຫະລັດ ເພື່ອປະ​ເຊີນ​
ກັບ​ການ​ຖືກ​ດໍາ​ເນີນຄະດີ ໃນຂໍ້ຫາທໍາການຈາລະກໍາ ແຕ່ວ່າ ປະທານາທິບໍດີ Vladimir
Putin ຂອງຣັດເຊຍ ໄດ້ປະຕິເສດຕໍ່ຄໍາຮ້ອງຂໍດັ່ງກ່າວ ​ເຖິງ​ແມ່ນ​ທ່ານ​ໄດ້ເວົ້າວ່າ ທ່ານ ຢາກໃຫ້ທ້າວ Snowden ໜີໄປຢູ່ປະເທດນຶ່ງອີກ ກໍ​ຕາມ.

ທ້າວ Snowden ໄດ້ຂໍລີ້ໄພໃນຫລາຍກວ່າ 20 ປະເທດ ແຕ່ວ່າ ເກືອບໝົດທຸກປະເທດ ໄດ້ປະຕິເສດລາວໃນທັນທີໂລດ ຫລືບໍ່ກໍບອກວ່າ ລາວຕ້ອງເຂົ້າໄປຢູ່ໃນປະເທດ ຫລື ສະຖານທູດແຫ່ງນຶ່ງຂອງ​ເຂົາ​ເຈົ້າກ່ອນ ແລ້ວຄໍາຮ້ອງຂໍລີ້ໄພຂອງ ລາວຈຶ່ງຈະໄດ້ ຮັບ ການພິຈາລະນາ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG