ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ສົ່ງຢາວັກຊີນກັນ COVID-19 ສອງລ້ານຫ້າແສນໂດສ ໄປໃຫ້ ໄຕ້ຫວັນ


ລົດຍົກຖືກໃຊ້ ເພື່ອຂົນຢາວັກຊີນຕ້ານໄວຣັສໂຄໂຣນາ ຂອງບໍລິສັດ Moderna.
ລົດຍົກຖືກໃຊ້ ເພື່ອຂົນຢາວັກຊີນຕ້ານໄວຣັສໂຄໂຣນາ ຂອງບໍລິສັດ Moderna.

ສະຫະລັດ ເວົ້າວ່າ ເຂົາເຈົ້າກຳລັງສົ່ງຢາວັກຊີນ COVID-19 ສອງລ້ານຫ້າແສນໂດສໄປໃຫ້ ໄຕ້ຫວັນ, ເຊິ່ງໄດ້ຂະຫຍາຍຂຶ້ນຈາກຈຳນວນທີ່ໄດ້ສັນຍາໄວ້ກ່ອນໜ້ານີ້ 750,000 ໂດສ.

ປະທານາທິບໍດີ ໄຕ້ຫວັນ ທ່ານນາງ ສາຍ ອິ້ງ ເຫວິນ ໄດ້ກ່າວວ່າຈຳນວນໂດສທີ່ເພີ່ມຂຶ້ນນັ້ນແມ່ນ “ທ່າທີ່ຂອງຄວາມເປັນມິດທີ່ຊາບຊຶ້ງ.” ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ ລັດຖະບານຂອງທ່ານຈະແຈກຢາວັກຊີນ 80 ລ້ານໂດລາໃຫ້ທົ່ວໂລກ.

ຢາວັກຊີນດັ່ງກ່າວແມ່ນສ່ວນນຶ່ງຂອງຢາວັກຊີນ 500 ລ້ານໂດສທີ່ ສະຫະລັດ ໄດ້ສັນຍາທີ່ຈະບໍລິ ຈາກໃຫ້ເກືອບ 100 ສະຖານທີ່ໃນອີກສອງປີຂ້າງໜ້າ.

ລັດຖະບານຂອງທ່ານ ໄບເດັນ ມີແຜນທີ່ຈະແຈກ 200 ລ້ານໂດສໃນປີນີ້ ແລະ ອີກ 300 ລ້ານໂດສໃນປີ 2022 ສຳລັບ 92 ປະເທດ, ເຊັ່ນດຽວກັບສະຫະພາບ ອາຟຣິກາ.

ການປະກາດດັ່ງກ່າວ ໄດ້ມີຂຶ້ນໃນຂະນະທີ່ປະຊາຊົນ ອາເມຣິກັນ 45 ເປີເຊັນແມ່ນໄດ້ສັກຢາວັກຊີນຕ້ານໄວຣັສໂຄໂຣນາຢ່າງຄົບຖ້ວນ, ອີງຕາມສູນແຫຼ່ງຊັບພະຍາກອນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌.

ກົງກັນຂ້າມກັບ ອິນເດຍ, ທີ່ມີປະຊາກອນນຶ່ງພັນສາມຮ້າຍລ້ານຄົນນັ້ນ, ປະຊາກອນຂອງເຂົາເຈົ້າ ແມ່ນໄດ້ສັກຢາວັກຊີນສູງກວ່າ 3 ເປີເຊັນພຽງເທົ່ານັ້ນ.

ກະຊວງສາທາລະນະສຸກຂອງ ອິນເດຍ ໄດ້ກ່າວໃນວັນອາທິດວານນີ້ວ່າ ເຂົາເຈົ້າໄດ້ບັນທຶກກໍລະນີໃໝ່ຫຼາຍ 58,000 ກໍລະນີໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ. ອິນເດຍ ໄດ້ບັນທຶກການຕິດໄວຣັສ ໂຄໂຣນາເກືອບ 30 ລ້ານກໍລະນີ. ມີພຽງ ສະຫະລັດ ເທົ່ານັ້ນທີ່ຫຼາຍກວ່າ, ດ້ວຍ 33 ລ້ານ 5 ແສນກໍລະນີ. ໄວຣັສໂຄໂຣນາແມ່ນສາເຫດຂອງໂຣກ COVID-19.

ນອກຈາກນັ້ນ, ນັກກິລາ ອູການດາ ໄດ້ຖືກກວດເປັນຜົນບວກສຳລັບໄວຣັສໂຄໂຣນາ ຫຼັງຈາກໄດ້ເດີນທາງຮອດປະເທດ ຍີ່ປຸ່ນ ກ່ອນກິລາໂອລິມປິກ ໂຕກຽວ, ອີງຕາມອົງການຂ່າວ AP. ນັກກິລາຄົນດັ່ງກ່າວແມ່ນບໍ່ໄດ້ຖືກບອກຊື່ ແລະ ໄດ້ຖືກກັກຕົວກວດໂຣກໃນສະຖານທີ່ຂອງລັດຖະບານ. ສະມາຊິກຄົນອື່ນອີກ 8 ຄົນຂອງທີມ ແມ່ນຖືກກວດເປັນຜົນລົບໃນ ຍີ່ປຸ່ນ. ທີມຂອງ ອູການດາ ແມ່ນໄດ້ສັກຢາຢ່າງຄົບຖ້ວນ ແລະ ຖືກກວດໂຣກກ່ອນເດີນທາງໄປ ຍີ່ປຸ່ນ ອີງຕາມອົງການຂ່າວ AP.

ບຣາຊິລ ໄດ້ກາຍເປັນປະເທດທີສອງ, ຢູ່ຕາມຫຼັງ ສະຫະລັດ, ທີ່ໄດ້ບັນທຶກການເສຍຊີວິດຍ້ອນ COVID-19 ຫຼາຍກວ່າເຄິ່ງລ້ານຄົນ, ອີງຕາມການກ່າວຂອງເຈົ້າໜ້າທີ່ກະຊວງສາທາລະນະສຸກໃນວັນເສົາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG