ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວຸທິສະມາຊິກ​​ສະຫະລັດ ​ບໍ່ພໍ​ໃຈ​ກັບມາດຕະການ ຢ້ຽມຢາມຊາວມົ້ງ


ສະມາຊິກສະພາສູງ Al Franken ໂອ້ລົມກັບອົບພະຍົບມົ້ງ ເວລາໄປຢ້ຽມຢາມ ສູນບ້ານໂພນຄຳ ທີ່ແຂວງບໍລິຄຳໄຊ, ວັນທີ 7 ມີຖຸນາ 2010
ສະມາຊິກສະພາສູງ Al Franken ໂອ້ລົມກັບອົບພະຍົບມົ້ງ ເວລາໄປຢ້ຽມຢາມ ສູນບ້ານໂພນຄຳ ທີ່ແຂວງບໍລິຄຳໄຊ, ວັນທີ 7 ມີຖຸນາ 2010

ວຸທິສະມາຊິກ​​ສະຫະລັດ​ບໍ່ພໍ​ໃຈ​ທາງ​ການລາວ​ກ່ຽວ​ກັບ​ການ​ນຳ​ໃຊ້​ມາດ​ຕະການ​ ເຂັ້ມງວດ​ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ບັນດາ​ຊາວ​ມົ້ງຢູ່​ເຂດ​ຈັດ​ສັນ​ໃໝ່​ ບ້ານ​ໂພນ​ຄຳ ພ້ອມ​ທັງ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ທາງ​ການ​ລາວອະນຸຍາດ​ໃຫ້ຊາວ​ມົ້ງຈຳນວນ 158 ຄົນ ​ເດີນທາງ​ໄປ​ຢູ່ປະ​ເທດ​ທີ່​ສາມ​ໄດ້​ໂດຍ​ອິສະ​ລະ​ອີກ​ດ້ວຍ.

ທ່ານ Al Franken ວຸທິສະ​ມຊິກ​ຈາກ​ລັດ Minnesota ຂອງສະຫະລັດອາເມລິກາ ໄດ້ຖະແຫລງໃນໂອກາດທີ່ ທ່ານໄດ້ເດີນທາງໄປຢ້ຽມຢາມບັນດາ ຊາວມົ້ງທີ່ຖືກສົ່ງກັບ ຄືນຈາກປະເທດໄທ ຢູ່ທີ່ເຂດຈັດສັນໃໝ່ບ້ານໂພນຄຳ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເມື່ອວັນທີ່ 6 ກໍລະກົດ ທີ່ຜ່ານມານີ້ວ່າ ທ່ານບໍ່ພໍໃຈ ທີ່ທາງການລາວບໍ່ໄດ້ໃຫ້ອິດ ສະຫລະແກ່ທ່ານຢ່າງແທ້ຈິງ ໃນການໄປຢ້ຽມຢາມຊາວມົ້ງ ໃນຄັ້ງນີ້ ຫາກແຕ່ເປັນການເດີນທາງໄປພາຍ ​ໃຕ້ເງື່ອນໄຂ ແລະສະພາບການຕ່າງໆ ທີ່ທາງການລາວໄດ້ຈັດຕຽມໄວ້ ກ່ອນແລ້ວ.

ພ້ອມກັນນີ້ ທ່ານ Al Franken ກໍ​ໄດ້​ສະ​ແດງ​ການ​ຄາດ​ຫວັງ​ວ່າ ທາງ​ການ​ລາວ​ຈະ​ເປີດ ​ກວ້າງ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຊາວ​ມົ້ງຫລາຍ​ຂື້ນ ​ໃນໄລຍະ​ຕໍ່ໄປ ເນຶ່ອງຈາກທາງການ ສະຫະລັດຖືວ່າເປັນບັນຫາສຳຄັນ ທີ່ຈະຕ້ອງຮ່ວມກັນແກ້ໄຂໃຫ້ລຸລ່ວງໄປ ແລະກໍຄາດ ຫວັງດ້ວຍວ່າ ຈະມີການເຈລະຈາກັນ ໃນປະເດັນບັນຫາດັ່ງກ່າວ ລະຫວ່າງລັດຖະມົນຕີ ວ່າການຕ່າງປະເທດຂອງລາວ ແລະສະຫະລັດ ໃນໝໍ່ໆນີ້ ຢູ່ກຸງວໍຊິງຕັນດີຊີ.

ຍິ່ງໄປກວ່ານັ້ນ ທ່ານ Al Franken ກໍ​ຍັງ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ຂໍ​ໃຫ້​ທາງ​ການ​ລາວ​ຍອມອະນຸຍາດ​ແລະ ອຳ​ນວຍ​ຄວາມ​ສະດວກ​ໃຫ້​ກັບຊາວ​ມົ້ງຈຳນວນ 158 ຄົນ​ທີ່​ໄດ້ຮັບ​ສະຖານະ​ພາບ​ເປັນ​ຜູ້​ອົບ​ພະຍົບ ຈາກ​ທາງ​ສຳນັກງານ​ຂ້າ​ຫລວງ​ໃຫຍ່​ຜູ້​ລີ້​ໄພ​ແຫ່ງ​ອົງການ ​ສະຫະ​ປະຊາ​ຊາດ​ຫລື UNHCR ແລ້ວນັ້ນ ໃຫ້ເດີນທາງໄປຢູ່ປະເທດທີ່ສາມໄດ້ ໂດຍ ອິສະຫລະອີກດ້ວຍ ເນຶ່ອງຈາກວ່າໃນໄລຍະທີຜ່ານມາທາງການສະຫະລັດ ຄານາດາ ເນເທີແລນດ໌ ແລະອອສເຕຣເລຍ ກໍໄດ້ສະແດງຄວາມພ້ອມທີ່ຈະຮັບຮອງເອົາຊາວມົ້ງເຫຼົ່າ ນີ້ແລ້ວ ຫາກແຕ່ກໍຖືກປະຕິເສດຈາກທາງການລາວແລະໄທ ມາໂດຍຕະຫລອດນັ້ນເອງ. ການເດີນທາງໄປຢ້ຽມຢາມຊາວມົ້ງຢູ່ເຂດຈັດສັນໃໝ່ບ້ານໂພນຄຳ ໂດຍຄະນະຂອງທ່ານ Al Franken ໃນຄັ້ງນີ້ ກໍປາກົດວ່າມີ ທ່ານພົນຈັດຕະວາ ບົວສ້ຽງ ຈຳປາພັນ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຮ່ວມເດີນທາງໄປດ້ວຍ ແລະໃນການເດີນ ທາງໄປຢ້ຽມຢາມດັ່ງກ່າວ ທາງການລາວກໍຍັງໄດ້ໃຊ້ຍົນເຮລິຄອບເຕີຂອງກອງທັບ ນໍາພາ ຄະນະຂອງທ່ານ Al Franken ກວດເບິ່ງສະພາບການໂດຍລວມຂອງເຂດຈັດສັນໃໝ່ ບ້ານໂພນຄຳ ຈາກທາງອາກາດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທາງການລາວກໍຍັງບໍໄດ້ສະແດງທ່າທີຕໍ່ຄວາມເຫັນດັ່ງກ່າວຂອງທ່ານ Al Franken ໃນຄັ້ງລ່າສຸດນີ້ ຫາກແຕ່ວ່າທ່ານພົນຈັດຕະວາ ບົວສ້ຽງ ໃນຖານະຜູ້ຮັບຜິດຊອບ ການຮັບຮອງເອົາຊາວມົ້ງກັບຄືນຈາກປະເທດໄທ ກໍໄດ້ໃຫ້ການຢືນຢັນມາໂດຍຕະຫລອດວ່າ ທາງການລາວບໍ່ມີນະໂຍຍາຍຂັດຂວາງຊາວມົ້ງ ທີ່ຕ້ອງການຈະເດີນທາງໄປຕ່າງປະເທດ ພຽງແຕ່ວ່າຈະຕ້ອງມີການປະກອບເອກກະສານ ມີໜັງສືເດີນທາງ ແລະໄດ້ຮັບ Visa ຈາກ ທາງການຂອງປະເທດ ທີ່ຊາວມົ້ງຕ້ອງການຈະເດີນທາງໄປ ຢ່າງຖືກຕ້ອງເທົ່ານັ້ນ ດັ່ງທີ່ທ່ານ ພົນຈັດຈະວາ ບົວສ່້ຽງ ໄດ້ເຄີຍຖະແຫລງຊີ້ແຈງ ໃນຕອນນຶ່ງວ່າ:

“ເຈົ້າໜ້າທີ່ຝ່າຍລາວຈະໄປສອບຖາມພວກເຂົາເຈົ້າກ່ອນ ສອບຖາມເຂົາແລ້ວ ກໍຈະໃຫ້ຍາດພີ່ນ້ອງຂອງພວກ ເຂົາເຈົ້າມາຢ້ຽມມາປຶກສາຫາລື ຖ້າວ່າເຂົາເຈົ້າ ຫັ້ນວ່າ ແນວໃດພວກເຂົາເຈົ້າກໍບໍ່ຢູ່ ແນວໃດກໍໄປປະເທດທີ່ສາມ. ການໄປ ປະເທດທີ່ສາມທີ່ສີ່ນີ້ ຕາມກົດໝາຍລັດຖະທຳມະນູນ ສປປ ລາວ ກໍບໍ່ໄດ້ມີ ການຈຳກັດ ຄືໄປຍາມໃດກໍໄດ້ ວ່າແຕ່ໄດ້ມີການປະກອບໜັງສືຢ່າງຖືກຕ້ອງ ຫລືຈະໄປຢາມ ແລ້ວຈະກັບຄືນມາລາວອີກ ກໍໄດ້.”

ທາງການໄທໄດ້ຈັດສົ່ງຊາວມົ້ງຊຸດສຸດທ້າຍຈໍານວນ 4,711 ຄົນ ຈາກສູນກາງຮັບຮອງຊົ່ວ ຄາວບ້ານຫ້ວຍນ້ຳຂາວ ໃນເຂດອຳເພີເຂົາຄໍ້ ຈັງຫວັດເພັດຊະບູນຂອງໄທ ກັບຄືນໄປລາວ ໃນລະຫວ່າງວັນທີ່ 28-29 ເດືອນທັນວາປີ 2009 ທີ່ຜ່ານມາ ໂດຍຊາວມົ້ງ ສ່ວນໃຫຍ່ ກໍໄດ້ພາກັນເລືອກທີ່ຈະຢູ່ໃນເຂດຈັດສັນໃໝ່ ບ້ານໂພນຄຳ. ບ້ານໃໝ່ໂພນຄຳດັ່ງກ່າວນີ້ ​ມີ​ເນື້ອ​ທີ່​ທັງ​ໝົດ​ກວ້າງ​ກວ່າ 2,000 ​ເຮັກ​ຕ້າ​ຣ໌ ຊຶ່ງ​ກໍ​ໄດ້​ມີ​ການ ຈັດ​ສັນ​ພື້ນ​ທີ່ ກວ້າງ 100 ​ເຮັ​ກຕ້າ​ຣ໌ ​ໃຫ້ເປັນ​ທີ່ຢູ່​ອາ​ໃສ ​ແລະ​ພື້ນ​ທີ່​ສ່ວນ​ທີ່​ເຫລືອ​ ກໍ​ໄດ້​ຈັດ​ສັນເປັນ​ທີ່​ດິນ​ທຳ​ກິນ​ສຳ​ລັບ​ຊາວ​ມົ້ງ ຈຳນວນ 600 ກວ່າ​ຄອບ​ຄົວ ຫລື​ຫລາຍ​ກວ່າ 3,000 ພັນ​ຄົນ. ທັງ​ນີ້​ໂດຍ​ໃນ​ປັດຈຸບັນ ທາ​ງການ​ລາວ​ກໍ​ໄດ້ ກໍ່ສ້າງ​ເຮືອນ ​ພ້ອມ​ດ້ວຍ​ນ້ຳລິນ ວິດຖ່າຍ ທາງ​ຊອຍ ທາງ​ໃຫຍ່ ສຸກສາລາ ​ໂຮງຮຽນ ​ແລະ​ວາງ​ສາຍ​ສົ່ງ​ໄຟຟ້າ ​ເຂົ້າ​ໄປ​ໃນ​ໝູ່ບ້ານ​ຢ່າງ​ຄົບ​ຊຸດ​ແລ້ວ ​ໃນ​ຂະນະ​ດຽວ​ກັນ​ ກໍ​ໄດ້​ຈັດ​ສັນ​ທີ່​ດິນ​ເທິງ​ເນື້ອ​ທີ່​ກວ້າງ​ກວ່າ 1,700 ​ເຮັກຕ້າຣ໌ ​ໃຫ້​ກັບ​ຊາວ​ມົ້ງ ຄອບຄົວ​ລະ 2 ​ເຮັກຕ້າຣ໌ ​ແລະ​ໃນ​ປັດຈຸບັນ ​ກໍ​ກຳລັງ​ດຳ​ເນີນ​ການ​ກໍ່ສ້າງ​ຄອງ​ຊົນລະ ປະທານ ​ຢ່າງ​ຕັ້ງໜ້າ​ອີກ​ດ້ວຍ.

XS
SM
MD
LG