ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ບໍ່ຕ້ອງເປັນຫ່ວງ ຊາວມົ້ງ ທີ່ຖືກສົ່ງກັບຄືນ ຈາກໄທ


Хвилина мовчання біля руїн центру контролю за стихійними лихами у місті Мінамісанріку, у провінції Міягі, який було знищено цунамі та землетрусом.
Хвилина мовчання біля руїн центру контролю за стихійними лихами у місті Мінамісанріку, у провінції Міягі, який було знищено цунамі та землетрусом.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ຂໍ​ໃຫ້​ຕ່າງ​ຊາດ​ບໍ່​ຕ້ອງ​ເປັນ​ຫ່ວງ ​ຫລື​ກັງວົນ​ຕໍ່​ຊະ​ຕາ​ກໍາ​ຂອງ​ບັນດາ​ມົ້ງທີ່​ຖືກ​ທາງ​ການ​ໄທ​ສົ່ງ​ກັບ​ຄືນ​ລາວ ​ເນຶ່ອງຈາກ​ວ່າ​ທາງ​ການ​ລາວ​ໄດ້​ໃຫ້ການ​ເບງ​ແຍງ​ພວກ​ເຂົາ​ເຈົ້າ​ເປັນ​ຢ່າງ​ດີ​ ໃນ​ທຸກໆ​ດ້ານ.

ທ່ານ​ພົນ​ຈັດຕະວາ ບົວ​ສ້ຽງ ຈໍາປາ​ພັນ ຮອງ​ຫົວໜ້າ​ກົ​ມ​ໃຫຍ່ເສນາ​ທິການກອງທັບ​ປະຊາຊົນ​ລາວ ​ໃນ​ຖານະ​ຜູ້ຮັບ ຜິດ​ຊອບການ​ຮອງ​ຮັບ​ເອົາ​ບັນດາ​ຊາວ​ມົ້ງ ທີ່ຖືກ​ທາງ​ການ ​ໄທສົ່ງ​ກັບ​ຄືນ​ປະ​ເທດ​ລາວ​ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ທາງ​ການ​ລາວ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແລະ​ເບິ່ງ​ແຍງ​ຊາວ​ມົ້ງທຸກ​ຄົນເປັນ​ຢ່າງ​ດີ​ໃນ​ທຸກໆ​ດ້ານ ຊຶ່ງ​ກໍ​ໄດ້​ເປັນ​ຜົນ ​ເຮັດ​ໃຫ້​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າ​ ໄດ້​ຮັບ​ການ​ຍົກ​ລະດັບ​ໃຫ້​ດີ​ຂຶ້ນນັບ​ມື້ ຫລື​ດີ​ຂຶ້ນຈົນ​ຕ່າງ​ຊາດ​ບໍ່​ຕ້ອງ ​ເປັນ​ຫ່ວງ​ເປັນ​ໃຍ​ຫລື​ກັງວົນ​ຕໍ່​ຊະ​ຕາ​ກໍາ​ຂອງ​ພວກ​ເຂົາ​ເຈົ້າອີກ​ຕໍ່​ໄປ​ແລ້ວ ດັ່ງ​ທີ່​ທ່ານ​ພົນ​ຈັດຕະວາ ບົວ​ສ້ຽງ ​ໄດ້ຖະ​ແຫລ​ງຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ຍ້ອນ​ວ່າ​ປະ​ເທດ​ລາວ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ ຊໍ້າ​ຜັດ​ຕ້ອງ​ປະ​ເຊີນ​ກັບ​ສົງຄາມ​ອັນ​ດຸ​ເດືອ​ດຮ້າຍ​ແຮງ​ໃນ​ຂະນະ​ທີ່​ປະຊາຊົນ​ລາວ​ສ່ວນ​ໃຫຍ່​ກໍ​ຍັງ​ມີ​ຄວາມທຸກ​ຍາກ ສ່ວນ​ປະຊາຊົນ​ທີ່​ກັບ​ມາ​ແຕ່​ປະ​ເທດ​ໄທ​ນັ້ນ​ ກໍ​ຍິ່ງ​ທຸກຫລາຍ​ກວ່າ ຍ້ອນ​ວ່າ​ພວກ​ເຂົາ​ເຈົ້າໝົດ​ຕົນ​ໝົດ​ຕົວ​ແລ້ວ ອັນ​ນີ້​ຈຶ່ງ​ເປັນ​ຈຸດ​ສຸມ​ທີ່​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງ ສຸມ​ທຶນຮອນ​ໃສ່​ເພື່ອ​ພັດທະນາ​ໃຫ້​ພວກ​ເຂົາ​ເຈົ້າ ​ແລະ​ຈົນ​ເຖິງ​ເວລາ​ນີ້ ຂ້າພະ​ເຈົ້າກໍ​ຢາກ​ສະ​ເໜີ​ວ່າ ​ເມື່ອ​ມາ​ເຖິງ ຈຸດ​ນີ້​ແລ້ວ​ກໍ​ຂໍ​ຢ່າ​ໄດ້​ເປັນ​ຫ່ວງ​ເປັນ​ໃຍ​ຊ໊ະ ​ເພາະວ່າ​ພວກ​ເຂົາ​ເຈົ້າບໍ່​ຖືກ​ໂທດ ບໍ່​ຖືກ​ຂົ່ມ​ຂູ່ ແລະ​ພວກ​ເຂົາ​ເຈົ້າກໍຢູ່ ດີ​ກິນ​ດີ​ແລ້ວ”

ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນ​ໜ້າ​ນີ້ ທ່ານ Al Franken ວຸດ​ທິສະມາຊິກ​ຈາກ​ລັດ ມິນ​ເນ​ໂຊ​ຕ້າ ສະຫະລັດ​ອາ​ເມ​ລິກາ ກໍ​ເຄີຍ​ຖະ​ແຫລ​ງ ​ໃນ​ໂອກາດ​ທີ່​ທ່ານ​ພ້ອມ​ດ້ວຍ​ຄະນະ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ບັນດາ​ຊາວ​ມົ້ງ ທີ່​ຖືກ​ສົ່ງ​ກັບ​ຄືນຈາກ​ປະ​ເທດ​ໄທ​ຢູ່​ທີ່​ເຂດ​ຈັດ​ສັນ​ໃໝ່​ບ້ານໂພນ​ຄໍາ ​ເມືອງ​ບໍລິ​ຄັນ ​ແຂວງ​ບໍລິຄໍາ​ໄຊ ​ເມື່ອ​ເດືອນ​ກໍລະກົດຜ່າ​ນ ມາ​ວ່າ​ ທ່າ​ນບໍ່ພໍ​ໃຈ​ກັບທາງ​ການ​ລາວ​ທີ່​ບໍ່​ໄດ້​ໃຫ້​ອິດ​ສະລະ​ແກ່​ທ່ານ​ຢ່າງ​ແທ້​ຈິງ ​ໃນ​ການ​ໄປ​ຢ້ຽມຢາມ​ຊາວ​ມົ້ງ​ໃນ​ຄັ້ງ​ດັ່ງກ່າວ ຫາກ​ແຕ່​ເປັນ​ການ​ເດີນທາງ​ໄປ​ພາຍ​ໃຕ້​ເງຶ່​ອນ​ໄຂ​ແລະ​ສະພາບ​ການ​ຕ່າງໆ​ ທີ່​ທາງ​ການ​ລາວ​ໄດ້​ຈັດ​ຕຽມ​ໄວ້ກ່ອນ​ແລ້ວ. ພ້ອມ​ກັນ​ນັ້ນ ທ່ານ Al Franken ກໍ​ໄດ້​ສະ​ແດງ​ການ​ຄາດ​ຫວັງ​ວ່າ​ ທາງ​ການ​ລາວ​ຈະ​ເປີດ​ກວ້າງ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຊາວ​ມົ້ງຫລາຍ​ຂື້ນ​ໃນ​ໄລຍະ​ຕໍ່​ໄປ ເນຶ່ອງຈາກ​ວ່າ​ທາງ​ການ​ສະຫະລັດ​ຖື​ ວ່າ​ເປັນ​ບັນຫາສໍາຄັນ​ທີ່​ຈະ​ຕ້ອງ​ຮ່ວມ​ກັນ​ແກ້​ໄຂ​ໃຫ້​ລຸ​ລ່ວງ​ໄປ.

ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ Al Franken ກໍ​ຍັງ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ທາງ​ການ​ລາວ ​ຍອມ​ອະນຸຍາດ​ແລະ​ອໍານວຍ​ຄວາມ​ສະດວກ​ໃຫ້​ກັບ​ຊາວ​ມົ້ງ ຈໍານວນ 158 ຄົນ ​ທີ່​ໄດ້​ຮັບ​ສະຖານະ​ພາບ​ເປັນ​ຜູ້​ອົບ​ພະຍົບຈາກ​ສໍາ​ນັກ​ງານ​ຂ້າ​ຫລວງ ​ໃຫຍ່ຜູ້​ລີ້​ໄພ​ແຫ່ງ​ອົງການ​ສະຫະ​ປະຊາ​ຊາດ ຫລື UNHCR ​ແລ້ວ​ນັ້ນ ​ເພື່ອໃຫ້ເດີນທາງ​ໄປ​ຢູ່​ປະ​ເທດ​ທີ່​ສາມ​ໄດ້​ໂດຍ​ອິສະລະ​ອີກດ້ວຍ ​ເນຶ່ອງ ຈາກ​ວ່າ​ໃນ​ໄລຍະ​ທີ່​ຜ່ານ​ມາ​ນັ້ນ ທາງ​ການ​ສະຫະລັດ ຄາ​ນາ​ດາ ​ເນ​ເທີ​ແລນ​ດ໌ ​ແລະ​ອອສ ​ເຕຣ​ເລຍ ກໍ​ໄດ້​ສະ​ແດງ​ຄວາມ​ພ້ອມ​ທີ່​ຈະ​ຮັບຮອງ​ເອົາ​ຊາວ​ມົ້ງ​ເຫລົ່າ​ນີ້​ແລ້ວ ຫາກ​ແຕ່​ກໍ​ຖືກ​ປະ​ຕິ​ເສດ ຈາກທາງ​ການ​ລາວ​ແລະ​ໄທ​ ມາ​ໂດຍ​ຕະຫລອດ.

ການ​ເດີນທາງ​ໄປ​ຢ້ຽມຢາມ​ຊາວ​ມົ້ງຢູ່​ເຂດ​ຈັດ​ສັນ​ໃໝ່ ​ບ້ານ​ໂພນ​ຄໍາ ​ໂດຍ​ຄະນະ​ຂອງ​ທ່ານ Al Franken ດັ່ງ ກ່າວ ​ກໍ​ປາກົດ​ວ່າ​ມີ​ທ່ານ​ພົນ​ຈັດຕະວາ​ບົວ​ສ້ຽງ ຮ່ວມ​ເດີນທາງ​ໄປ​ດ້ວຍ ​ແລະ​ທາງ​ການ​ລາວ​ກໍ​ຍັງ​ໄດ້​ໃຊ້​ເຮ​ລິ​ຄອບ​ເຕີ້ ໃນ​ການ​ນໍາພາ​ຄະນະ​ຂອງ​ທ່ານ Al Franken ​ເພື່ອ​ກວດ​ເບິ່ງ​ສະພາບ​ການ​ໂດຍ​ລວມຂອງ​ເຂດ​ຈັດ​ສັນໃໝ່​ບ້ານ​ໂພນ​ຄໍາ​ ຈາກ​ທາງ​ອາກາດ​ອີກ​ດ້ວຍ. ທາງການ​ໄທ​ໄດ້​ຈັດ​ສົ່ງ​ຊາ​ວມົ້ງຊຸດ​ສຸດ​ທ້າຍ ​ຈໍານວນ 4,711 ຄົນ ຈາກ​ສູນ​ຮອງ​ຮັບ​ຊົ່ວ​ຄາວ​ບ້ານ​ຫ້ວຍ​ນໍ້າ​ຂາວ ​ໃນ​ເຂດ​ອໍາ​ເພີ​ເຂົາ​ຄໍ້ ຈັງຫວັດ​ເພັດ​ຊະ​ບູນຂອງ​ໄທ​ ກັບ​ຄືນ​ໄປ​ລາວ​ໃນ​ລະ​ວ່າງ​ວັນ​ທີ່ 28-29 ​ເດືອນ​ທັນວາ 2009 ທີ່​ຜ່ານ​ມາ ​ໂດຍ​ຊາວ​ມົ້ງ​ໄດ້​ພາກັນ​ເລືອກ​ຢູ່​ໃນ​ເຂດ​ຈັດ​ສັນ​ໃໝ່ ດັ່ງກ່າວ​ນີ້​ ເ​ປັນ​ສ່ວນ​ໃຫຍ່.

ເຂດ​ຈັດ​ສັນ​ໃໝ່​ບ້ານ​ໂພນ​ຄໍາ​ ມີ​ເນື້ອ​ທີ່​ທັງ​ໝົດ​ກວ້າງ​ກວ່າ 2,000 ​ເຮັກ​ຕ້າ ຊຶ່ງໄດ້​ມີ​ການຈັດ​ສັນ​ພື້ນ​ທີ່​ກວ້າງ 100 ​ເຮັກ​ຕ້າ​ເປັນ​ເຂດ​ທີ່ຢູ່​ອາ​ໃສ ​ແລະ​ພື້ນ​ທີ່​ສ່ວນ​ທີ່​ເຫລືອ​ກໍ​ໄດ້​ຈັດ​ສັນ​ໃຫ້​ເປັນ​ດິນ​ທໍາ​ກິນ ສໍາ​ລັບ​ຊາວມົ້ງຈໍາ​ນວນ 600 ກວ່າ​ຄອບຄົວຫລື​ຫລາຍ​ກວ່າ 3,000 ຄົນ. ທັງ​ນີ້​ໂດຍ​ໃນ​ປັດຈຸບັນ ທາງ​ການ​ລາວ​ກໍ​ໄດ້ກໍ່ສ້າງ​ເຮືອນ ​ພ້ອມ​ດ້ວຍ​ນໍ້າ​ລິນ ວິດຖ່າຍ ທາງ​ຊອຍ ທາງ​ໃຫຍ່ ສຸກສາລາ ​ໂຮງຮຽນ ​ແລະ​ວາງ​ສາຍ​ສົ່ງ​ໄຟຟ້າ ​ເຂົ້າ​ໄປ​ໃນ​ໝູ່​ບ້ານ​ຢ່າງ​ຄົບ​ຊຸດ​ແລ້ວ ​ແລະ​ໃນ​ຂະນະ​ດຽວ​ກັນ ກໍ​ໄດ້​ຈັດ​ສັນ​ທີ່​ດິນ​ທໍາ​ກິນ​ເທິງ​ເນື້ອ​ທີ່​ກວ້າງ​ກວ່າ 1,700 ​ເຮັກ​ຕ້າ ​ໃຫ້​ກັບ​ຊາວ​ມົ້ງຄອບຄົວ​ລະ 2 ​ເຮັກ​ຕ້າ ​ແລະ​ໃນ​ປັດຈຸບັນ​ນີ້ ​ກໍ​ກໍາລັງ​ດໍາ​ເນີນ​ການ​ກໍ່ສ້າງ​ຄອງຊົນລະປະທານ​ຢ່າງ​ຕັ້ງໜ້າ​ອີກ​ດ້ວຍ.

XS
SM
MD
LG