ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Udall ກ່າວວ່າ ມີການສະໜັບສະໜຸນ ເພີ້ມຂຶ້ນ ໃຫ້ຍົກເລີກ ການລົງໂທດ ຕໍ່ຄິວບາ


US Cuba Relations
please wait
Embed

No media source currently available

0:00 0:00:37 0:00

ສະມາຊິກສະພາສະຫະລັດ ທ່ານນຶ່ງກ່າວວ່າ ມີການສະໜັບ
ສະໜຸນ ເພີ້ມຂຶ້ນຢູ່ໃນລັດຖະສະພາເພື່ອໃຫ້ຍົກເລີກການລົງໂທດ
ທາງດ້ານເສດຖະກິດທີ່ມີມາເປັນເວລາ 5 ທົດສະວັດຕໍ່ຄິວບາ
ໂດຍສະຫະລັດ ນັ້ນ.

ສະມາຊິກສະພາສູງສັງກັດພັກ Democrat ທ່ານ Tom Udall
ຈາກລັດ New Mexico ທາງພາກຕາເວັນຕົກຂອງສະຫະລັດ
ໄດ້ໃຫ້ຄວາມເຫັນດັ່ງກ່າວ ໃນວັນພຸດວານນີ້ ທີ່ນະຄອນ Havana.

ທ່ານ Udall ໄດ້ກ່າວວ່າ ທັງພັກ Democrat ແລະ Republicans
ໄດ້ສະແດງການສະໜັບສະໜຸນຕໍ່ຫຼາຍໆຮ່າງກົດໝາຍທີ່ກ່ຽວຂ້ອງກັບຄິວບາ ຊຶ່ງຮວມທັງ ການຍົກເລີກຂໍ້ຫ້າມເດີນທາງ ແລະໃຫ້ສະໜັບສະໜຸນຕໍ່ກິດຈະກຳດ້ານເສດຖະກິດແບບມີ
ຂໍ້ຈຳກັດໃນດ້ານການກະເສດແລະດ້ານເທັກໂນໂລຈີ ນັ້ນ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮຽກຮ້ອງໃຫ້ລັດຖະສະພາທີ່ຄວບຄຸມ ໂດຍພັກ Republicans ໃຫ້ຍົກການລົງໂທດ ຊຶ່ງໄດ້ມີການນຳໃຊ້ໃນຕອນທີ່ ຜູ້ນຳຄິວບາ
ທ່ານ Fidel Castro ທີ່ເປັນພັນທະມິດກັບອະດີດສະຫະພາບໂຊຫວຽດ ຫຼັງຈາກໄດ້ໂຄ່ນລົ້ມ
ຜູ້ນຳຜະເດັດການ Fulgencio Bautista ໃນປີ 1959.

ທ່ານ Udall ໄດ້ເປັນຜູ້ນຳພາຄະນະຜູ້ແທນສະຫະລັດ ສັງກັດພັກ Democrat 4 ທ່ານ ໄປການໄປຢ້ຽມຢາມນະຄອນ Havana ບ່ອນທີ່ພວກທ່ານໄດ້ໂອ້ລົມກັບເຈົ້າໜ້າທີ່ຂອງ
ຄິວບາ ແລະສ່ວນບຸກຄົນ ທີ່ເປັນພົນລະເຮືອນັ້ນ. ນຶ່ງໃນຄະນະຜູ້ແທນ ແມ່ນຈາກລັດ Minnesota ທ່ານ Al Franken ໄດ້ກ່າວວ່າ “ຍັງມີກຸ່ມສຽງສ່ວນນ້ອຍ” ໃນລັດຖະສະພາ ທີ່ຍັງມີຄວາມເຫັນຄັດຄ້ານຢ່າງແຂງຂັນ ຕໍ່ການຍົກເລີກການລົງໂທດນີ້.

XS
SM
MD
LG