ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ​ສູງ​ ສຫລ ຮັບຜ່ານ ຮ່າງກົດໝາຍ ​ປົກ​ປ້ອງ​ ​ໄອຍະ​ການ​ພິ​ເສດ ບໍ່ໃຫ້ຖືກປົດ ​​ໂດຍ​ພາລະ​ການ


Senate Special Counsel Protection
please wait

No media source currently available

0:00 0:00:51 0:00

​ສະພາ​ສູງ​ສະຫະລັດ​ ລົງຄະແນນສຽງ ຮັບຮອງເອົາຮ່າງກົດໝາຍ ເພື່ອ​ປົກ​ປ້ອງ​ໄອຍະ​ການ​ພິ​ເສດ ທີ່​ສືບສວນ​ການ​ແຊກ​ແຊງ​ຂອງຣັດ​ເຊຍ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງຂອງ​ສະຫະລັດ ​ ບໍ່​ໃຫ້​ຖືກ​ປົດ​ ​​ໂດຍ​ພາລະ​ການ.

ຄະນະກຳມະການ​ຕຸລາການ​ຂອງ​ສະພາ​ສູງ​ສະຫະລັດ​ໄດ້​ໃຫ້ການອະນຸມັດຕໍ່​ຮ່າງ ກົດ
ໝາຍສະບັບ​ນຶ່ງ​ ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ຈະ​ໃຫ້ການ​ປົກ​ປ້ອງ​ ແກ່​ໄອຍະ​ການ​ພິ​ເສດ ​
ທີ່​ສືບສວນ​ການ​ແຊກ​ແຊງ​ຂອງຣັດ​ເຊຍ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງຂອງ​ສະຫະລັດ ​ໃນ​ປີ
2016 ບໍ່​ໃຫ້​ຖືກ​ປົດ​ ໂດຍ​ພາລະ​ການ.

ມາດ​ຕະການ​ດັ່ງກ່າວ​ ໄດ້​ຮັບ​ການສະໜັບສະໜຸນ​ໂດຍ​ສະມາຊິກ​ລັດຖະສະພາ​ຈາກ​ພັກ​
ເດ​ໂມ​ແກຣັດ 10 ຄົນ ​ແລະ​ຈາກ​ພັກຣີພັບ​ບລິ​ກັນ 4 ຄົນ ຈະຖືກ​ຈັດ​ເຂົ້າຢູ່​ໃນ​ກົດ​ລະບຽບ
ຂອງ​ກະຊວງ​ຍຸຕິ​ທໍາທີ່ກໍານົດ​ວ່າ​ ໄອ​ຍະ​ການ​ພິ​ເສດຈະຖືກປົດ​ອອກ​ຈາກ​ຕໍາ​ແໜ່ງໄດ້
ໂດຍລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ​ເທົ່າ​ນັ້ນ ຫລືບໍ່ກໍ​ເປັນ​ຜູ້​ທີ່ຖືກຕັດສິນ​ວ່າ​ໄດ້ "ກະທໍາ​ຜິດ,
ປະລະໜ້າທີ່, ຂາດ​ຄວາມ​ສາມາດ, ມີ​ຜົນ​ປະ​ໂຫຍ​ດ​ແອບແຝງ​ຢູ່​ໃນ​ການ​ປະຕິບັດ​ວຽກ
ງານ, ຫລື​ດ້ວຍ​ເຫດຜົນ​ທີ່​ຖືກຕ້ອງ ​ເໝາະສົມ​ອັນອື່ນ."

ຮ່າງ​ກົດໝາຍດັ່ງກ່າວ ​ຈະໃຫ້ເວລາແກ່ໄອ​ຍະ​ການ​ພິ​ເສດ 10 ມື້ ​ເພື່ອ​ທໍາ​ການຕໍ່ສູ້ຢູ່ໃນ
ສານ ກ່ຽວກັບການຖືກ​ປົດ​ອອກຈາກຕໍາ​ແໜ່ງ. ຖ້າ​ຫາກ​ສານ​ຕັດສິນ​ວ່າ ການ​ປົດອອກ
ຈາກຕໍາ​ແໜ່ງນີ້ບໍ່ມີ​ “ເຫດຜົນ​ທີ່ຖືກຕ້ອງເໝາະສົມ” ໄອ​ຍະ​ການ​ພິ​ເສດກໍຈະ​ກັບ​ມາ​ຮັບ
​ຕໍາ​ແໜ່ງ​ຄືນ. ຮ່າງ​ກົດໝາຍດັ່ງກ່າວ ຈະ​ບັງຄັບໃຫ້ກະຊວງ​ຍຸຕິ​ທໍາ ​ແຈ້ງ​ໃຫ້ລັດຖະສະພາ
​ຊາບ​ ເມື່ອໄອ​ຍະ​ການ​ພິ​ເສດ​ໄດ້​ຖືກ​ແຕ່ງຕັ້ງ ​ແລະ​ໃຫ້​ລາຍ​ງານຜົນ​ຂອງການ​ສືບສວນ​ອີກ​
ດ້ວຍ.

​ເຖິງ​ແມ່ນ​ວ່າ​ຈະ​ໄດ້ຮັບ​ການສະໜັບສະໜຸນຢ່າງ​ແຂງ​ຂັນ​ຕໍ່ໄອ​ຍະ​ການ​ພິ​ເສດ ​ໂຣ​ເບີດ
ມອລ​ເລີ ທີ່​ໄດ້​ຖືກ​ໂຈມ​ຕີ ​ຈາກ​ປະທານາທິບໍດີ ດໍ​ໂນ​ລ ທຣໍາ​ ​ແລະ​ສະມາ ຊິກ​ລັດຖະສະ
ພາພັກຣີພັບ​ບລິ​ກັນບາງ​ຄົນຢູ່ເລື້ອຍໆນັ້ນກໍ​ຕາມ ຮ່າງ​ກົດໝາຍດັ່ງ ກ່າວກໍ​ບໍ່ມີທ່າທາງວ່າ
ຈະກາຍ​ເປັນ​ກົດໝາຍ​ໄດ້ຢ່າງ​ງ່າຍໆ ​ເພາະມັນ​ມີ​ການ​ຄັດ ຄ້ານ​ຈາກສະມາຊິກ​ພັກຣີພັບ​
ບລິ​ກັນ.

ທ່ານ ມິດ​ຈ໌ ​ແມັກ​ຄອນ​ແນ​ລ (Mitch McConnell) ຜູ້​ນໍາ​ສຽງສ່ວນ​ຫລາຍ​ໃນສະພາ​ສູງ
ເວົ້າ​ໃນ​ອາທິດແລ້ວນີ້ວ່າ ທ່ານ​ທຣໍາຈະ​ບໍ່ປົດ​ທ່ານ​ມອລ​ເລີອອກ ​ແລະ​ເວົ້າວ່າ ສະນັ້ນບໍ່
ຈໍາ​ເປັນ​ ຕ້ອງ​ໄດ້​ນໍາ​ເອົາ​ຮ່າງ​ກົດໝາຍດັ່ງກ່າວມາ​ລົງ​ຄະ​ແນນ​ສຽງຢູ່​ໃນສະພາ​ສູງ. ປະ
ທານ​ສະພາ​ຕໍ່າ ທ່ານ ພອລ ໄຣ​ແອນ ກໍ​ຄັດຄ້ານ ​ຕໍ່ຄວາມ​ຄິດ​ທີ່​ຈະ​ເຮັດ​ແບບນັ້ນ​ເຊັ່ນ​ກັນ.

ນິຕິ​ກໍານີ້​ໄດ້​ຖືກ​ນໍາ​ມາສະ​ເໜີ​ໂດຍສະມາຊິກສະພາສູງ 4 ທ່ານ​ໃນຕົ້ນ​ເດືອນ​ນີ້ ພາຍຫລັງ​
ທີ່​ທ່ານ​ທຣໍາ ​ໄດ້​ຕໍາໜິການ​ທີ່​ອົງການ​ເອັຟບີ​ໄອ ເຂົ້າ​ໄປ​ຄົ້ນບ້ານພັກ ​ແລະ​ຫ້ອງການ​ຂອງ​
ທະນາຍຄວາມ​ສ່ວນ​ຕົວ​ຂອງ​ທ່ານຈຶ່ງເຮັດ​ໃຫ້ຢ້ານ​ວ່າ​ທ່ານ​ທຣໍາ ອາດ​ຈະ​ປົດ​ທ່ານ​ມອລ​
ເລີ​ ​ແລະ​ຮອງ​ລັດຖະມົນຕີ​ ກະຊວງ​ຍຸຕິ​ທໍາ ທ່ານ ຣອດ ​ໂຣ​ເຊັນ​ສ໌ຕາຍ (Rod
Rosenstein) ທີ່​ເປັນ​ຫົວໜ້າຂອງ​ທ່ານ​ມອລ​ເລີ​ນັ້ນ ອອກ​ຈາກ​ຕໍາ​ແໜ່ງ.

ທ່ານ​ມອລ​ເລີເປັນ​ຜູ້​ນໍາພາ​ໃນການ​ສືບ​ສອນ​ ຂອງ​ລັດຖະບານ​ກາງກ່ຽວກັບ​ການ​ແຊກ​
ແຊງ​ຂອງຣັດ​ເຊຍ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ຂອງ​ສະຫະລັດ ແລະ​ອາດ​ຈະ​ມີ​ການ​ສົມ
ຮູ້ຮ່ວມຄິດກັບ​ຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ປະທານາທິບໍດີ​ທຣໍາ. ທ່ານ​ທຣໍາ​ເວົ້າວ່າ
ບໍ່​ໄດ້​ມີ​ການ​ຮ່ວມ​ມື​ດັ່ງກ່າວ ​ແລະ​ກໍ​ໄດ້​ປະນາມ​ການ​ສືບສວນ​ນີ້​ມາ​ຕະຫລອດ​ວ່າ ​ເປັນ
“ການ​ຊອກ​ຈັບ​ຜິດ”.

​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ຕໍາໜິຢ່າງໜັກຕໍ່ໄອ​ຍະ​ການ​ພິ​ເສດ ​ແລະ​ກະຊວງ​ຍຸຕິ​ທໍາ ຫລາຍ
​ປານ​ນັ້ນກໍ​ຕາມ ທ່ານ​ທຣໍາ​ໄດ້​ປະຕິ​ເສດຕໍ່ລາຍ​ງານ​ທີ່​ເວົ້າວ່າ ທ່ານ​ໄດ້​ມີ​ການ​ສົນທະນາ ​
ເປັນ​ການ​ສ່ວນ​ຕົວ​ວ່າ ​ຈະ​ປົດທ່ານ​ມອລ​ເລີ​ອອກ​ຈາກ​ຕໍາ​ແໜ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG