ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານ ຂອງ ສະພາສູງ ລະບຸວ່າ ມີການ​ລັກລອບ​ ເຈາະ​ຂໍ້​ມູນ​ ຄອມ​ພິວ​ເຕີ້ ໂດຍ​ ແຮກ​ເກີ້​ຈີນ (ວີດີໂອ)


FILE - Senate Armed Services Committee Chairman Sen. Carl Levin, D-Mich. speaks with reporters on Capitol Hill.
FILE - Senate Armed Services Committee Chairman Sen. Carl Levin, D-Mich. speaks with reporters on Capitol Hill.

ບັນດານັກສື​ບສວນ​ສອບ​ສວນ ​ປະຈຳສະພາ​ສູງ​ສະຫະລັດ
ກ່າວ​ວ່າ ​ພວກ​ລັກລອບ​ເຈາະ​ຂໍ້​ມູນ​ຄອມ​ພິວ​ເຕີ້ ຫຼື hackers
ຂອງລັດຖະບານຈີນ ​ໄດ້ເຈາະເຂົ້າໄປຊ້ຳ​ແລ້ວ​ຊ້ຳອີກ​ ໃນ
ເຄືອ​ຂ່າຍ​ຄອມ​ພິວ​ເຕີ້​ຂອງ​ສາຍການບິນ​ຕ່າງໆ ​ບໍລິສັດເທັກ​
ໂນ​ໂລ​ຈີ ​ແລະ​ບໍລິສັດ​ອື່ນໆ​ທີ່​ໄດ້​ຖືກ​ວ່າ​ຈ້າງ​ໂດຍ​ທຳນຽມ​ຫ້າ​ແຈ.

ລາຍງານສະບັບນຶ່ງ ໂດຍຄະນະ​ກຳມະການ​ກອງທັບຂອງສະພາ​
ສູງທີ່ນຳອອກ​ເຜີຍ​ແຜ່ ໃນ​ວັນ​ພະຫັດມື້​ນີ້ ​ໄດ້​ກ່າວ​ຫາ​ພວກ​ແຮກ​ເກີ້
​ຈີນທີ່ໄດ້​ເຈາະ​ເຂົ້າໄປໃນຕາໜ່າງຄອມພິວເຕີ້ ຂອງບັນດາ​ບໍລິສັດ
​ພົນລະ​ເຮືອນຊຶ່ງ ກອງທັບ​ສະຫະລັດ ​ໄດ້ໃຊ້​ໃນ​ການ​ຂົນສົ່ງກອງ​
ທະຫານ ​ແລະ​ອຸບ​ປະ ກອນ​ຕ່າງໆ​ໄປທົ່ວ​ໂລກ.

​ລາຍ​ງານ​ ທີ່​ອິງ​ຕາມການສື​ບສວນ​ສອບ​ສວນເປັນເວລານຶ່ງ​ປີ ​ໄດ້ລະບຸຢ່າງ​ນ້ອຍ 20
​ເທື່ອ ທີ່​ຮູ້ຈັກ​ກັນ​ຄື “ການ​ຂົ່ມຂູ່ແບບ​ກ້າວໜ້າ​ຢ່າງ​ບໍ່​ລົດ​ລະ” ທີ່​ສະລັບຊັບຊ້ອນ ​ແລະ
​ການ​ໂຈມ​ຕີ​ແບບລຶກລັບຊຶ່ງຕາມ​ປົກກະຕິ​ແລ້ວແມ່ນໜ້າຈະເປັນຂອງ​ລັດຖະບານ.

ສະມາຊິກ​ສະພາ​ສູງ Carl Levin ທີ່​ເປັນ​ປະທານ​ຄະນະ​ກຳມະການ ດັ່ງ​ກ່າວ​ ​ໄດ້​ເອີ້ນ
​ການ​ບຸກລຸກ​ດັ່ງກ່າວ​ນັ້ນວ່າ “​ເປັນ​ທີ່ລົບກວນໃຈຫຼາຍ” ແລະ “ມີຫລັກ​ຖານ​ເພີ້ມຕື່ມ
ກ່ຽວກັບ​ການ​ປະຕິບັດ​ງານໃນ​ທາງ​ອິນ​ເຕີ​ແນັດ​ຢ່າງ​ຮຸນ​ແຮງຂອງ​ຈີນ.”

ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ​ໄດ້​ປະຕິ​ເສດ​ຕໍ່ລາຍ​ງານ​ຂອງ​ສະພາ​ສູງ​ສະຫະລັດ. ​ໂຄສົກ
​ກະຊວງການຕ່າງປະເທດຈີນ ທ່າ​ນ Hong Lei ​ໄດ້​ເອີ້ນການ​ກ່າວ​ຫາ​ເຫຼົ່ານັ້ນວ່າ “ບໍ່​ມີ​ພື້ນຖານ​ເລີຍ” “​ເປັນ​ການ​ກ່າວ​ຫາ​ທີ່​ບໍ່ມີເຫດຜົນ” ​ແລະ​ກ່າວ​ວ່າ​ ​ມັນເປັນການ “ເສກສັນປັ້ນ​ແຕ່ງ​ທັງໝົດ.”

US CHINA CYBER SOTVO
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG