ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະພາສູງສະຫະລັດ ຮັບຜ່ານຮ່າງກົດໝາຍ ດ້ານການປ້ອງກັນຊາດ ທີ່ລວມທັງ ການປັບ​ປຸງພາສາ​ທີ່ ກ່ຽວ​ກັບ ມຽນມາ ນຳດ້ວຍ


ແຟ້ມພາບ - ສະມາຊິກສະພາສະຫະລັດ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ທ່ານເກຣກໍຣີ ມີກສ໌ (Gregory Meeks), ໃນຮູບຖ່າຍເມື່ອວັນທີ 11 ພະຈິກ 2022, ຢູ່ທີ່ກອງປະຊຸມສຸດຍອດ ດ້ານດິນຟ້າອາກາດ ຂອງ U.N. ໃນເມືອງ ຊາຣມ ແອລ-ເຊກ (Sharm el-Sheikh), ຂອງອີຈິບ, ຜູ້ທີ່ໄດ້ນຳສະເໜີກົດໝາຍວ່າດ້ວຍ ມຽນມາ.
ແຟ້ມພາບ - ສະມາຊິກສະພາສະຫະລັດ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ທ່ານເກຣກໍຣີ ມີກສ໌ (Gregory Meeks), ໃນຮູບຖ່າຍເມື່ອວັນທີ 11 ພະຈິກ 2022, ຢູ່ທີ່ກອງປະຊຸມສຸດຍອດ ດ້ານດິນຟ້າອາກາດ ຂອງ U.N. ໃນເມືອງ ຊາຣມ ແອລ-ເຊກ (Sharm el-Sheikh), ຂອງອີຈິບ, ຜູ້ທີ່ໄດ້ນຳສະເໜີກົດໝາຍວ່າດ້ວຍ ມຽນມາ.

ສະພາສູງສະຫະລັດ ໃນວັນພະຫັດວານນີ້ ໄດ້ຮັບຜ່ານກົດໝາຍ ວ່າດ້ວຍການອະນຸມັດດ້ານການປ້ອງກັນຊາດປີ 2023 ຊຶ່ງເປັນກົດໝາຍທີ່ອະນຸມັດ​ການໃຊ້ຈ່າຍໃນດ້ານການປ້ອງກັນຂອງສະຫະລັດ ທີ່ລວມທັງການດັດແກ້ໃໝ່ ກົດໝາຍວ່າດ້ວຍມຽນມາ -- “ກົດໝາຍວ່າດ້ວຍ ການຮວມເຂົ້າກັນເລື້ອງມຽນມາ ໂດຍຜ່ານຄວາມຮັບຜິດຊອບຢ່າງເຂັ້ມງວດ ໃນດ້ານການທະຫານຂອງປີ 2021”--
ທີ່ແນໃສ່ເພື່ອໃຫ້​ການຊ່ອຍເຫຼືອກອງກຳລັງປະຊາທິປະໄຕທີ່ຕໍ່ສູ້ຕ້ານລັດຖະບານ ທະຫານ ທີ່ໄດ້ປົກຄອງມຽນມາ ນັບຕັ້ງແຕ່ການກໍ່ລັດຖະປະຫານເມື່ອປີກາຍນີ້.

ພາສາໃນ​ກົດ​ໝາຍມຽນມາ ຂະຫຍາຍອຳນາດຂອງລັດຖະບານສະຫະລັດອອກຢ່າງກວ້າງຂວາງ ເພື່ອວາງມາດຕະການລົງໂທດຕໍ່ລະບອບການປົກຄອງ ຫຼັງການກໍ່ລັດຖະປະຫານ ແລະໃຫ້ການຊ່ອຍເຫຼືອແກ່ພັກຝ່າຍຄ້ານແລະກຸ່ມຕໍ່ຕ້ານຕ່າງໆ. ການອະນຸມັດໃຫ້ການຊ່ອຍເຫຼືອ ບໍ່ລວມທັງດ້ານອາວຸດ.

ບັນດາສະມາຊິກສະພາຕ່ຳສະຫະລັດ ໄດ້ຮັບຜ່ານຮ່າງກົດໝາຍສະບັບລົງວັນທີ 8 ທັນວາ ຊຶ່ງ​ຜູ້​ນຳ​ສະ​ເໜີ ປະທານຄະນະກຳມະການກິດ​ຈະການຕ່າງປະເທດ ທ່ານເກຣກໍຣີ ມີກສ໌ (Gregory Meeks) ໄດ້ກ່າວ​ຊົມ​ເຊີຍ​ຕໍ່​ການຮັບຜ່ານ​ຢູ່ໃນຖະແຫລງການ ມື້ດຽວກັນນັ້ນ.

ທ່ານມີກສ໌ ໄດ້ກ່າວວ່າ “ການຮວມເອົາຮ່າງກົດໝາຍຂອງຂ້າພະເຈົ້າ ກົດໝາຍວ່າດ້ວຍມຽນມາ ນັ້ນ ເປັນໄຊຊະນະທີ່ສຳຄັນສຳລັບປະຊາຊົນຂອງມຽນມາ ຜູ້ທີ່ກຳລັງຕໍ່ສູ້ເພື່ອປະຊາທິປະໄຕ ແລະເປັນບາດກ້າວທີ່ສຳຄັນໃນການນຳເອົາພວກ ຄາດຕະກອນທະຫານມຽນມາ ມາຮັບຜິດຊອບ.”

ທ່ານໄມໂກລ ຮັກຄ໌ (Michael Haack) ຜູ້ຈັດການໃນການປຸກ​ລະ​ດົມປະຈຳ ອົງການລົນນະລົງເພື່ອມຽນມາໃໝ່ ໄດ້ກ່າວຕໍ່ວີໂອເອວ່າ “ອັນນີ້ເປັນມາດຕະ ການທີ່ສຳຄັນທີ່ສຸດ ທີ່ລັດຖະສະພາສະຫະລັດ ໄດ້ເອົາເພື່ອມຽນມາ ນັບຕັ້ງແຕ່ຕົ້ນຊຸມປີ 2000.” ກຸ່ມນີ້ ໄດ້ປະຕິບັດງານໃຫ້ກັບຂະບວນການປະຊາທິປະໄຕຂອງມຽນມາ ແລະວິ້ງເຕັ້ນກ່ຽວກັບເລື້ອງຕ່າງໆຂອງມຽນມາໃນລັດຖະສະພາ.

ທ່ານຮັກຄ໌ ຍັງໄດ້ກ່າວວ່າ ພາກສ່ວນທີ່ສຳຄັນສຸດຂອງກົດໝາຍວ່າດ້ວຍມຽນມາ ແມ່ນ ການຮວບຮວມກົດໝາຍ ແລະຂະຫຍາຍເປົ້າໝາຍການວາງມາດຕະການລົງໂທດ ຕໍ່ພວກສະມາຊິກຂອງລັດຖະບານທະຫານ ທີ່ປົກຄອງປະເທດໃນປັດຈຸ ບັນ ມາດຕະການລົງໂທດທີ່ເປັນໄປໄດ້ຕໍ່ບໍລິສັດນ້ຳມັນແລະເຊື້ອໄຟຂອງມຽນມາ ຊຶ່ງເປັນບໍລິສັດລັດວິສາຫະກິດທີ່ເປັນນຶ່ງໃນແຫລ່ງລາຍຮັບຕົ້ນຕໍຂອງລັດຖະບານ ທະຫານແລະໃຫ້ຄຳໝັ້ນສັນຍາໃນການສະໜັບສະໜຸນແກ່ກອງກຳລັງຕໍ່ຕ້ານລັດ ຖະບານທະຫານ.

ອີງຕາມກຸ່ມສະໜັບສະໜຸນມຽນມາຕ່າງໆຂອງສະຫະລັດ ມັນເປັນສິ່ງທີ່ສຳຄັນທີ່ວ່າ ຮ່າງກົດໝາຍນີ້ ໄດ້ຖືກອ້າງເຖິງໂດຍຊື່ ກຸ່ມຕໍ່ຕ້ານລັດຖະບານທະຫານ ທີ່ເປັນເງົາມືດ ກໍຄື ລັດຖະບານສາມັກຄີຂອງມຽນມາ ແລະກຸ່ມເຄືອຂ່າຍຕ່າງໆ ເຊັ່ນວ່າ ສະພາທີ່ປຶກສາສາມັກຄີແຫ່ງຊາດ ແລະຄະນະກຳມະການທີ່ຕາງໜ້າ Pyidaungsu Hluttaw ຊຶ່ງເປັນກຸ່ມຂອງບັນດາສະມາຊິກສະພາ ທີ່ໄດ້ຖືກຂັບໄລ່ອອກ ໃນລະຫວ່າງການກໍ່ລັດຖະປະຫານ ເມື່ອປີກາຍນີ້ ທີ່ເປັນກຸ່ມ ໄດ້ຮັບການສະໜັບສະໜຸນໂດຍສະຫະລັດ.

ສະພາຕ່ຳໄດ້ຮັບຜ່ານພາສາທີ່ຄ້າຍຄືກັນນີ້ ໃນເດືອນເມສາປີກາຍນີ້ ແຕ່ສະພາສູງບໍ່ເຄີຍຮັບຜ່ານມາ​ກ່ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG