ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສະຫະລັດ ບໍ່ສາມາດຂັດຂວາງ ການຂາຍອາວຸດ ໃຫ້ແກ່ ສະຫະລັດ ອາຣັບ ເອມີເຣັສ ໄດ້


ພາບນີ້ຖ່າຍໃນວັນທີ 5 ສິງຫາ 2019, ໄດ້ຖືກເປີດເຜີຍໂດຍ ກອງທັບອາກາດສະຫະລັດ ຂອງເຮືອບິນລົບ F-35 ແລະນັກບິນ ພ້ອມດ້ວຍທີມງານ ກຳລັງກຽມພ້ອມເຮືອບິນສຳລັບພາລະກິດ ຢູ່ທີ່ຖານທັບອາກາດ ອາລ-ດາຟຣາ (Al-Dhafra) ຢູ່ໃນສະຫະລັດອາຣັບເອເມີເຣັສ.
ພາບນີ້ຖ່າຍໃນວັນທີ 5 ສິງຫາ 2019, ໄດ້ຖືກເປີດເຜີຍໂດຍ ກອງທັບອາກາດສະຫະລັດ ຂອງເຮືອບິນລົບ F-35 ແລະນັກບິນ ພ້ອມດ້ວຍທີມງານ ກຳລັງກຽມພ້ອມເຮືອບິນສຳລັບພາລະກິດ ຢູ່ທີ່ຖານທັບອາກາດ ອາລ-ດາຟຣາ (Al-Dhafra) ຢູ່ໃນສະຫະລັດອາຣັບເອເມີເຣັສ.

ໃນວັນພຸດວານນີ້ ສະພາສູງສະຫະລັດ ໄດ້ລົງຄະແນນສຽງຕໍ່ສອງຍະຕິທີ່ບໍ່ເຫັນພ້ອມນໍາ ຊຶ່ງບໍ່ສາມາດຂັດຂວາງແຜນການຂາຍອຸປະກອນດ້ານການທະຫານຂອງລັດຖະບານທ່ານ ທຣຳ ມູນຄ່າຫຼາຍກວ່າ 23 ພັນລ້ານໂດລາ ໃຫ້ແກ່ສະຫະລັດອາຣັບເອເມີເຣັສ ຫຼືເອີ້ນຫຍໍ້ວ່າ UAE ນັ້ນໄດ້.

ຍະຕິດັ່ງກ່າວຖືກລົ້ມແຫຼວ ໂດຍສະພາສູງທີ່ສ່ວນໃຫຍ່ແລ້ວແບ່ງແຍກກັນຕາມສາຍຂອງແຕ່ລະພັກການເມືອງ ໃນການລົງຄະແນນສຽງ 47 ຕໍ່ 49 ແລະ 46 ຕໍ່ 50 ໂດຍບໍ່ໄດ້ເຖິງ 51 ຄະແນນສຽງຊຶ່ງເປັນສຽງສ່ວນຫຼາຍທີ່ຕ້ອງການເພື່ອຮັບຜ່ານຍະຕິນັ້ນ. ປະທານາທິບໍດີ ດໍໂນລ ທຣຳ ຄາດໝາຍກັນວ່າ ຈະໃຊ້ອຳນາດຢັບຢັ້ງຖ້າຫາກຍະຕິທັງສອງຖືກຮັບຜ່ານສະພາສູງ.

ກຸ່ມບັນດາສະມາຊິກສະພາສູງຂອງທັງສອງພັກການເມືອງທີ່ໄດ້ນຳສະເໜີສອງຍະຕິນັ້ນ ກ່າວວ່າ ຄະນະລັດຖະບານ ບໍ່ໄດ້ຜ່ານຂັ້ນຕອນການພິຈາລະນາທົບທວນຄືນຂອງລັດຖະສະພາຢ່າງຖືກ ຕ້ອງສຳລັບການຂາຍທີ່ສຳຄັນຂະໜາດນັ້ນ ແລະຕໍ່ຄຳຖາມຕ່າງໆທີ່ບໍ່ມີຄຳຕອບເລີຍ ກ່ຽວກັບວັດ ຖຸປະສົງ ແລະດ້ານຄວາມ ໝັ້ນຄົງໃນການໂອນຍ້າຍອຸປະກອນນັ້ນ.

“ສະເພາະເລື້ອງຂອງການຂາຍນີ້ ຂະບວນການປຶກສາຫາລືແມ່ນມີຄວາມສຳຄັນຫລາຍແທ້ໆເລີຍ ເພາະວ່າ ການຂາຍນີ້ແມ່ນເລື້ອງໃຫຍ່ ແລະລຳບາກ ແລະຫຍຸ້ງຍາກ ທີ່ທ່ານຈະມີ” ນັ້ນແມ່ນຄຳເວົ້າຂອງ ທ່ານຄຣິສ ເມີຟີ ສະມາຊິກສະພາສູງຈາກພັກເດໂມແຄຣັດ ທີ່ໄດ້ກ່າວໄປຢູ່ໃນຫໍສະພາເມື່ອວັນພຸດວານນີ້. ທ່າວກ່າວຕື່ມວ່າ “ເປັນເທື່ອທຳອິດທີ່ພວກເຮົາຈະຂາຍພວກເຮືອບິນລົບ F-35 ແລະເຮືອບິນບໍ່ມີຄົນຂັບຫຼືໂດຣນ MQ-9 Reaper ເຂົ້າໄປໃນໃຈກາງຂອງເຂດຕາເວັນອອກກາງ. ບໍ່ເຄີຍເຮັດມາກ່ອນເລີຍ.”

ກຸ່ມສິດທິມະນຸດນິລະໂທດກຳສາກົນ ຫຼື Amnesty International ໄດ້ຕ້ອງຕິສະຫະລັດ ໃນການຂາຍພວກເຮືອບິນໂດຣນ ແລະອາວຸດອື່ນໆ ໃຫ້ແກ່ UAE ໂດຍກ່າວວ່າ ພວກເຂົາຈະນຳໃຊ້ມັນໃນບັນຫາຂັດແຍ້ງຢູ່ໃນເຢເມັນ.

ອົງການແອມເນສຕີ ໄດ້ກ່າວໃນຖະແຫລງການສະບັບເດືອນພະຈິກ ວ່າ “ສະຫະລັດຕ້ອງປະຕິເສດຢ່າງເດັດດ່ຽວຕໍ່ການສະໜອງອາວຸດຕ່າງໆທີ່ອາດຈະຖືກນຳໃຊ້ໃນບັນຫາຂັດແຍ້ງ ແລະບໍ່ໃຫ້ໂອນຍ້າຍອາວຸດຍຸດໂທດປະກອນໄປຍັງ UAE ຫຼືສ່ຽງໃນການໃຫ້ເກີດຄວາມສັບສົນທີ່ເປັນໄປໄດ້ສູງຈະນຳໄປສູ່ອາຊະຍາກຳສົງຄາມໃນເຢເມັນ.”

ລິ້ງຂອງຖະແຫລງການ: https://www.amnestyusa.org/press-releases/arms-sales-to-the-uae-could-make-u-s-responsible-for-more-deaths-of-civilians-in-yemen-and-libya/

ອີງຕາມກະຊວງການຕ່າງປະເທດ ການຂາຍຕ່າງໆໃຫ້ແກ່ UAE ລວມທັງໝົດມີມູນຄ່າ 23.37 ພັນລ້ານໂດລາ ທີ່ລວມທັງ ການຂາຍເຮືອບິນລົບ F-35 Lightning 50 ລຳ ມູນຄ່າຫຼາຍກວ່າ 10 ພັນລ້ານໂດລາ ເກືອບ 3 ພັນລ້ານໂດລາ ໃນການຂາຍລະບົບເຮືອບິນບໍ່ມີຄົນຂັບ ແລະ ຊຸດອາວຸດທາງອາກາດຫາອາກາດ ແລະທາງອາກາດຫາພື້ນດິນສຳລັບຕິດເຮືອບິນລົບມູນຄ່າ 10 ພັນລ້ານໂດລາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG