ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງສະຫະລັດ ອະນຸມັດໃຫ້ ສະວີເດັນ ແລະ ຟິນແລນ ເຂົ້າເປັນສະມາຊິກອົງການ NATO 


ຜູ້ນໍາສຽງສ່ວນຫຼາຍ ທ່ານຊັກ ຊູມເມີ ຈາກພັກເດໂມແຄຣັດປະຈໍາລັດນິວຢອກ, ຕ້ອນຮັບທ່ານນາງໄພວີ ເນວາລາ (Paivi Nevala), ລັດຖະມົນຕີທີ່ປຶກສາ ປະຈໍາສະຖານທູດຟິນແລນ (ຊ້າຍ), ແລະທ່ານນາງຄາຣີນ ໂອໂລຟສ໌ດັອດເຕີ (Olofsdotter), ເອກອັກຄະລັດຖະທູດສະວີເດັນ ປະຈໍາສະຫະລັດ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 3 ສິງຫາ 2022.
ຜູ້ນໍາສຽງສ່ວນຫຼາຍ ທ່ານຊັກ ຊູມເມີ ຈາກພັກເດໂມແຄຣັດປະຈໍາລັດນິວຢອກ, ຕ້ອນຮັບທ່ານນາງໄພວີ ເນວາລາ (Paivi Nevala), ລັດຖະມົນຕີທີ່ປຶກສາ ປະຈໍາສະຖານທູດຟິນແລນ (ຊ້າຍ), ແລະທ່ານນາງຄາຣີນ ໂອໂລຟສ໌ດັອດເຕີ (Olofsdotter), ເອກອັກຄະລັດຖະທູດສະວີເດັນ ປະຈໍາສະຫະລັດ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 3 ສິງຫາ 2022.

ສະພາສູງສະຫະລັດ ໄດ້ອະນຸມັດໃຫ້ ຟິນແລນ ແລະ ສະວີເດັນ ເຂົ້າເປັນ ສະມາຊິກອົງການສົນທິສັນຍາມະຫາສະໝຸດແອັດແລນຕິກເໜືອ ຫຼື NATO ໃນວັນພຸດວານນີ້ ດ້ວຍການລົງຄະແນນສຽງ 95 ຕໍ່ 1, ອັນເປັນການ ສົ່ງຂໍ້ຄວາມທີ່ເຂັ້ມແຂງຈາກສອງພັກການ​ເມືອງ ສໍາລັບການສະໜັບສະໜູນ ເພື່ອຂະຫຍາຍພັນທະມິດຕາເວັນຕົກໃນການຕໍ່ຕ້ານ ຣັດເຊຍ.

ທ່ານ ຊັກ ຊູມເມີ (Chuck Schumer), ຜູ້ນໍາສຽງສ່ວນຫຼາຍຢູ່ໃນສະພາສູງ ຈາກພັກເດໂມແຄຣັດ ຈາກລັດນິວຢອກ ກ່າວຢູ່ທີ່ສະພາສູງໃນວັນພຸດວານນີ້ວ່າ “ການລົງຄະແນນສຽງຂອງອົງການ NATO ແມ່ນມີຄວາມສໍາຄັນທີ່ສຸດ ສໍາລັບ ຄວາມໝັ້ນຄົງໃຫ້ແກ່ຊາວອາເມຣິກັນຢູ່ໃນທົ່ວໂລກເຊັ່ນ: ການ​ເປັນສະມາຊິກ ຂອງ ຟິນແລນ ແລະ ສະວີເດັນ ຈະເສີມຂະ​ຫຍາຍອົງການ NATO ໃຫ້ເຂັ້ມແຂງຍິ່ງຂຶ້ນ ແລະເປັນເລື້ອງທີ່ຮີບດ່ວນ ກ່ຽວກັບການຮຸກຮານຂອງ ຣັດເຊຍ, ຍ້ອນສົງຄາມທີ່ບໍ່ຍຸຕິທໍາ ແລະຜິດສິນທໍາຂອງທ່ານ ປູຕິນ ຢູ່ໃນ ຢູເຄຣນ. ທ່ານ ປູຕິນ ກໍາລັງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພັນທະມິດອົງການ NATO.”

ສະມາຊິກສາພາສູງ ທ່ານບັອບ ເມເນັນເດສ, ສະມາຊິກພັກເດໂມແຄຣັດຈາກລັດນິວເຈຊີ, ກ່າວປາໄສໃນລະຫວ່າງການພິຈາລະນາຂອງສະພາສູງ, ເມື່ອວັນທີ 27 ມັງກອນ 2021.
ສະມາຊິກສາພາສູງ ທ່ານບັອບ ເມເນັນເດສ, ສະມາຊິກພັກເດໂມແຄຣັດຈາກລັດນິວເຈຊີ, ກ່າວປາໄສໃນລະຫວ່າງການພິຈາລະນາຂອງສະພາສູງ, ເມື່ອວັນທີ 27 ມັງກອນ 2021.

ສະຫະລັດ ເປັນນຶ່ງໃນ 30 ປະເທດສະມາຊິກຂອງອົງການ NATO ທີ່ຈະຕ້ອງອະນຸມັດໃຫ້ ສະວີເດັນ ແລະ ຟິນແລນ ເຂົ້າເປັນສະມາຊິກຂອງ ອົງການທີ່ມີອາຍຸຫຼາຍກວ່າ 70 ປີນັ້ນ, ເຊິ່ງໄດ້ຮັບຮອງຄວາມໝັ້ນຄົງຂອງ ບັນດາປະເທດຢູໂຣບມາຕັ້ງແຕ່ໄລ​ຍະສົງຄາມໂລກຄັ້ງທີສອງ. ປົກກະຕິ ການດໍາເນີນງານເຂົ້າເປັນສະມາຊິກຕາມຂັ້ນຕອນທີ່ຍາວນານນັ້ນ ແມ່ນໄດ້ຮັບການຕິດຕາມຢ່າງລະອຽດໃກ້ຊິດແລ້ວໂດຍສະພາສູງສະຫະລັດ ເຊິ່ງເປັນສ່ວນນຶ່ງໃນການຕອບໂຕ້ທີ່ເຂັ້ມແຂງ ຕໍ່ການຮຸກຮານຢູເຄຣນ ຂອງຣັດເຊຍແບບບໍ່ມີເຫດຜົນໃນໄລ​ຍະຕົ້ນປີນີ້.

ກ່ອນການລົງຄະແນນສຽງ, ປະທານຄະນະກໍາມະການພົວພັນຕ່າງປະເທດ ແຫ່ງສະພາສູງ ທ່ານ ບັອບ ເມເນັນເດສ (Bob Menendez) ກ່າວວ່າ ການລົງຄະແນນສຽງຂອງສະພາສູງສະຫະລັດ ຈະສົ່ງການປະນາມຢ່າງມີພະລັງຕໍ່ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ.

ໂຕແທນພັກເດໂມແຄຣັດປະຈໍາລັດນິວເຈີຊີກ່າວວ່າ “ໃນການສົ່ງສັນຍານອອກ ໄປທົ່ວໂລກນັ້ນ ພວກເຮົາຈະຕ້ອງຮ່ວມມືກັນໃນການຕໍ່ຕ້ານພວກທີ່ພະຍາຍາມຂັດຂວາງລະບົບການສະໜອງອາຫານທັງຫຼາຍເຫຼົ່ານັ້ນ ທີ່ເປັນໄພຄຸກຄາມ ຕໍ່ປະຊາກອນຫຼາຍລ້ານຄົນທີ່ກໍາລັງອຶດຢາກຢູ່ໃນທົ່ວໂລກ, ຜູ້ທີ່ພະຍາຍາມເອົາ ພະລັງງານມາ​ເປັນ​ອາ​ວຸດ ທ່າມກາງຄື້ນຄວາມຮ້ອນທີ່ບໍ່ເຄີຍມີມາກ່ອນ, ແລະຜູ້ທີ່ຄິດວ່າຕົນເອງສາມາດຮຸກຮານເພື່ອນບ້ານຂອງຕົນໄດ້ ໂດຍບໍ່ຄໍານຶງເຖິງຜົນທີ່ຕາມມາ.” ແຕ່ສະມາຊິກສະພາສູງຈາກພັກຣີພັບບຣິກັນ ທ່ານ ຈອສ ຮໍລີ (Josh Hawley), ເຊິ່ງ​ແມ່ນຜູ້ດຽວທີ່ລົງຄະແນນສຽງຄັດຄ້ານຕໍ່ການອະນຸມັດນັ້ນກ່າວວ່າ ການອະນຸມັດດັ່ງກ່າວບໍ່ໄດ້ມີປະໂຫຍດໃດໆ ຕໍ່ນະໂຍບາຍການຕ່າງປະເທດຂອງສະຫະລັດ.

ແຟ້ມຮູບ-ສະມາຊິກສະພາສູງ ທ່ານແດນ ຊູລລິວານ, ສະມາຊິກພັກຣີພັບບຣິກັນຈາກລັດອາລາສກາ, ກ່າວປາໄສໃນລະຫວ່າງການພິຈາລະນາ ຢູ່ທີ່ຕຶກລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 7 ພຶດສະພາ 2020.
ແຟ້ມຮູບ-ສະມາຊິກສະພາສູງ ທ່ານແດນ ຊູລລິວານ, ສະມາຊິກພັກຣີພັບບຣິກັນຈາກລັດອາລາສກາ, ກ່າວປາໄສໃນລະຫວ່າງການພິຈາລະນາ ຢູ່ທີ່ຕຶກລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 7 ພຶດສະພາ 2020.

The U.S. Senate approved Sweden and Finland’s accession into the North Atlantic Treaty Organization Wednesday by a vote of 95-1, sending a strong bipartisan message of support for expanding the Western alliance against Russia.

“The NATO vote is a very important vote—for American security around the world: Finland’s and Sweden’s membership will strengthen NATO even further and is all the more urgent given Russian aggression, given Putin’s immoral and unjustified war in Ukraine. Putin is strengthening the NATO alliance,” Senate Majority Leader Chuck Schumer, a New York Democrat, said on the Senate floor Wednesday.

The United States is one of 30 NATO member countries that will have to approve Sweden and Finland’s admission into the more than 70-year-old organization that has guaranteed European security since World War II. The usually lengthy process for admission has been fast-tracked in the U.S. Senate as part of a robust response to Russia’s unprovoked invasion of Ukraine earlier this year.

Prior to the vote, Senate Foreign Relations Committee Chairman Bob Menendez said the vote in the U.S. Senate would send a powerful rebuke to Russian aggression in Ukraine.

“To send a signal to the world that we will unite against those actors who seek to destabilize the supply of food that threatens hunger for millions of people all over the world – who seek to weaponize energy in the middle of an unprecedented heat wave – and who think they can simply invade a neighbor with no consequences,” the Democrat representing New Jersey said.

But Republican Senator Josh Hawley, who cast the only vote against the ratification, said the approval was not in the interests of U.S. foreign policy.

XS
SM
MD
LG