ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍັງ​ບໍ່ເຫັນສົງຄາມທີ່ 'ໃກ້ຈະເກີດຂຶ້ນ' ໂດຍເກົາຫຼີເໜືອ ເຖິງແມ່ນຈະມີກິດຈະກຳຕ່າງໆທີ່ອັນຕະລາຍກໍຕາມ


ຈໍໂທລະພາບ ສະແດງໃຫ້ເຫັນແຟ້ມພາບຂອງການຍິງລູກສອນໄຟເກົາຫຼີເໜືອ ໃນລະຫວ່າງລາຍການຂ່າວ ຢູ່ທີ່ສະຖານີລົດໄຟໂຊລ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 14 ກຸມພາ 2024.
ຈໍໂທລະພາບ ສະແດງໃຫ້ເຫັນແຟ້ມພາບຂອງການຍິງລູກສອນໄຟເກົາຫຼີເໜືອ ໃນລະຫວ່າງລາຍການຂ່າວ ຢູ່ທີ່ສະຖານີລົດໄຟໂຊລ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 14 ກຸມພາ 2024.

ສະຫະລັດ ບໍ່ເຫັນສັນຍານໃດໆຂອງສົງຄາມ “ທີ່ໃກ້ຈະເກີດຂຶ້ນ” ໂດຍເກົາຫຼີເໜືອ ເຖິງແມ່ນຈະມີກິດຈະກຳຕ່າງໆທີ່ “ອັນຕະລາຍທີ່ສຸດ” ໃນບໍ່ເທົ່າໃດເດືອນມໍ່ໆມານີ້ ແລະການປະຕິເສດທີ່ຈະພົວພັນ ໃນການເຈລະຈາທາງດ້ານການທູດຂອງຕົນ ກັບສະຫະລັດ ກໍຕາມ ດັ່ງທີ່ເຈົ້າໜ້າທີ່ສະຫະລັດ ໄດ້ກ່າວຕໍ່ບັນນັກຂ່າວໃນວັນພະຫັດວານນີ້.

ທ່ານນາງ ຈຸງ ປາກ ເຈົ້າໜ້າທີ່ອະວຸໂສຂອງກະຊວງການຕ່າງປະເທດ ຮັບຜິດຊອບກິດຈະການຂອງເກົາຫຼີເໜືອ ໄດ້ກ່າວວ່າ ເຈົ້າໜ້າທີ່ສະຫະລັດ “ຕິດຕາມເບິ່ງກິດຈະກຳທຸກປະເພດຢູ່ສະເໝີ” ໂດຍພຽງຢາງ ແລະຈະສືບຕໍ່ເຮັດວຽກຮ່ວມກັບຍີ່ປຸ່ນ ແລະ ເກົາຫຼີໃຕ້ ເພື່ອເສີມຂະຫຍາຍການຍັບຍັ້ງຕື່ມອີກ, ແນໃສ່ເພື່ອດັດແປງ “ການຄິດໄລ່” ຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກ່ຽວກັບການເລີ້ມຕົ້ນເອົາມາດຕະການທາງດ້ານທະຫານໂດຍກົງ.

“ໂດຍພື້ນຖານແລ້ວ ຂ້າພະເຈົ້າບໍ່ຄຶດວ່າ ທ່າທີຂອງທ່ານກິມ ໄດ້ປ່ຽນໄປ. ພວກເຮົາ ບໍ່ເຫັນສັນຍານໃດໆຂອງມາດຕະການໂດຍກົງໃດໆ, ມາດຕະການດ້ານການທະຫານໃດໆ” ທ່ານນາງປາກ ໄດ້ກ່າວ.

ທ່ານນາງກ່າວອີກວ່າ “ຂ້າພະເຈົ້າບໍ່ເຫັນ ການໂຈມຕີທີ່ໃກ້ຈະເກີດຂຶ້ນ ຫຼື ການໂຈມຕີໂດຍກົງ ໃນຊ່ວງເວລານີ້.”

ເມື່ອຕົ້ນອາທິດນີ້ ເກົາຫຼີເໜືອ ໄດ້ດຳເນີນການຍິງລູກສອນໄຟຄຣູສນຳວິຖີ ຄັ້ງທີຫ້າຂອງປີ, ຊຶ່ງມີຂຶ້ນບໍ່ເທົ່າໃດວັນ ກ່ອນໜ້າການຊ້ອມລະບົບລູກສອນໄຟປ້ອງກັນໄພທາງອາກາດ ຮ່ວມກັນລະຫວ່າງສະຫະລັດ ແລະຍີ່ປຸ່ນ ທີ່ໄດ້ຖືກກຳນົດໄວ້ສຳລັບອາທິດໜ້ານີ້.

ໃນນະຄອນຫຼວງໂຕກຽວ ເຈົ້າໜ້າທີ່ຂອງຍີ່ປຸ່ນ ໄດ້ອອກແຈ້ງການເຕືອນກ່ຽວກັບຄວາມອາດສາມາດ ທີ່ເພີ້ມຂຶ້ນນັບມື້ຂອງເກົາຫຼີເໜືອ.

The United States does not see signs of an "imminent" war by North Korea despite "incredibly dangerous" activities in recent months and its refusal to engage in diplomatic talks with the U.S., a top U.S. official told reporters Thursday.

Jung Pak, the State Department's senior official in charge of North Korea affairs, said U.S. officials "are always watchful for any kind of activity" by Pyongyang and will continue to work with Japan and South Korea to bolster extended deterrence, aiming to shape North Korean leader Kim Jong Un's "calculus" regarding the initiation of direct military action.

"Fundamentally, I don't think Kim's posture has changed. We don't see any signals of any direct action, military action," Pak said.

"I don't see an imminent or direct attack at this point," she said.

Earlier this week, North Korea carried out its fifth cruise missile launch of the year, which came just days ahead of a joint U.S.-Japan missile defense training exercise scheduled for next week.

In Tokyo, a Japanese official issued a cautionary statement regarding North Korea's escalating capabilities.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG